
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າພົບ ທ່ານເລຂາພັກແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2026 ນີ້ ທີ່ຫ້ອງຮັບແຂກ ຕຶກສຳນັກງງານປົກຄອງແຂວງຜົ້ງສາລີ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ພົຕ ສົມພອນ ມິດຕາພອນ ກຳມະການ ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ.

ໂອກາດນີ້ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍ່ໄດ້ລາຍງານຈຸດປະສົງການລົງມາເຮັດວຽກໃນຄັ້ງນີ້ ແມ່ນຈະໄດ້ ເຂົ້າພົບປະຢ້ຽມຢາມ ແລະຊີ້ນໍາວຽກງານອົງການໄອຍະການພາກເໜືອ, ໄອຍະການແຂວງ, ໄອຍະການທະຫານພາກເໜືອແລະໄອຍະການເຂດ ຢູ່ແຂວງຜົ້ງສາລີ, ພ້ອມນັ້ນຍັງຈະໄດ້ ໄປຢ້ຽມໄອຍະການເຂດປະຈຳຢູ່ເມືອງໂດຍສະເພາະແມ່ນເມືອງຜົ້ງສາລີ.

ໂອກາດນີ້ ທ່ານ ເລຂາພັກແຂວງຜົ້ງສາລີ,ກໍ່ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະທີ່ໄດ້ມາ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ ຊີ້ນໍາວຽກງານໄອຍະການຢູ່ແຂວງຜົ້ງສາລີ,ໄດ້ລາຍງານຫຍໍ້ສະພາບການ ພັດທະນາ ເສດຖະກິດ-ສັງຄົມຂອງ ແຂວງຜົ້ງສາລີ ໂດຍສະເພາະແມ່ນ ສະພາບພູມສັນຖານ, ທ່າແຮງ ແລະ ສິ່ງທ້າທາຍຕໍ່ການພັດທະນະເສດຖະກິດ-ສັງຄົມຂອງແຂວງ ໃຫ້ ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ຮັບຊາບ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານອົງການໄອຍະການປະຊາຊົນແຂວງຕື່ມອີກ.
ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ.