Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ພິທີປະກາດຕາແສງ 4 ຕາແສງ ເມືອງບູນເໜືອ, ແຂວງຜົ້ງສາລີ -

ພິທີປະກາດຕາແສງ 4 ຕາແສງ ເມືອງບູນເໜືອ, ແຂວງຜົ້ງສາລີ

ພິທີປະກາດຕາແສງ 4 ຕາແສງ ເມືອງບູນເໜືອ, ແຂວງຜົ້ງສາລີ
     ໃນຕອນເຊົ້າ 15 ມີຖຸນາ 2026ທີສະໂມສອນເມືອງບູນເໜືອ,ໄດ້ຈັດພິທີປະກາດຕາແສງ 4 ຕາແສງຢາງເປັນທາງການຄື:ຕາແສງບຸນໄຊ, ຕາແສງບ້ານຢໍ້, ຕາແສງຊຽງຟ້າ ແລະ ຕາແສງງາຍເໜືອ, ໂດຍການເປັນປະທານຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາຊາຊົນແຂວງ, ມີທ່ານ ບຸນທະວີ ສໍສຸກັນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການ ເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ສົມພາບ ດາລາຈັກ ກຳມະການປະຈຳພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງບຸນເໜືອ, ມີທ່ານ ອູ່ຄຳ ຕຸລາພັນ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາ ຂົງເຂດວັດທະນະທໍາ-ສັງຄົມ, ຫົວໜ້າຄະນະຮັບຜິດຊອບ ສ້າງຕັ້ງຕາແສງຂັ້ນແຂວງ, ມີທ່ານ ທະນຸຄໍາ ປິດຈະວົງ ກໍາມະການປະຈາພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງ ຮອງຫົວໜ້າຄະນະຮັບຜິດຊອບສ້າງຕັ້ງຕາແສງຂັ້ນແຂວງ,ມີບັນດາ ທ່ານ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ7 ເມືອງ,ຄະນະຮັບຜິດຊອບສ້າງຕັ້ງຕາແສງຂັ້ນແຂວງ- ຂັ້ນເມືອງ, ບັນດາທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ເລຂາຄະນະພັກຮາກຖານ ກຸ່ມບ້ານ-ນາຍບ້ານ, ຕະຫຼອດຮອດພະນັກງານ-ລັດຖະກອນ ຜູ້ທີ່ຈະລົງໄປປະຈຳ ການຢູ່ ແຕ່ລະຕາແສງ ເຂົ້າຮ່ວມ.
     ທ່ານ ວິສັນ ວົງນະຄອນ ປະທານຄະນະກຳມະການປົກຄອງເມືອງ, ໄດ້ຜ່ານບົດລາຍງານການສ້າງຕັ້ງຕາແສງຂອງເມືອງ, ຊຶ່ງປັດຈຸບັນທົ່ວເມືອງມີ 66 ບ້ານ, ມີພົນລະເມືອງທັງໝົດ 29,399 ຄົນ, ຍິງ 14,471 ຄົນ. ມີ 7,324 ຄອບຄົວ, ມີ 5,424 ຫຼັງຄາ, ປະກອບມີ 15 ເຜົ່າ, ໃນນີ້ຊົນເຜົ່າທີ່ກວມອັດຕາສ່ວນຫຼາຍກ່ວາໝູ່ແມ່ນ ຊົນເຜົ່າອາຄາກວມ 41,93%, ເຜົ່າພູນ້ອຍກວມ 33.43%, ເຜົ່າລື້ກວມ 14,16%, ເຜົ່າຫໍ້ກວມ 2.59%, ເຜົ່າລາວກວມ 1,15%; ປະກອບມີ 5 ກຸ່ມບ້ານ ແລະ 23 ບ້ານເທດສະບານທີ່ຂື້ນກັບເມືອງໂດຍກົງ, ມີ 119 ໜ່ວຍພັກ, ມີ 09 ຄະນະພັກຮາກຖານ, ໃນນີ້ມີຄະນະພັກຮາກຖານກຸ່ມບ້ານ 05 ຄະນະພັກຮາກຖານ ແລະ 4 ຄະນະພັກຮາກຖານອ້ອມຂ້າງເມືອງ; ມີສະມາຊິກພັກ 1,598 ສະຫາຍ, ຍິງ 601 ສະຫາຍ, ໃນນີ້ສະມາຊິກພັກສຳຮອງມ 64 ສະຫາຍ, ຍິງ 18 ສະຫາຍ; ມີຄະນະບ້ານ 218 ທ່ານ, ຍິງ 21 ທ່ານ, ໃນນີ້ ນາຍບ້ານ 66 ທ່ານ, ຍິງ 2 ທ່ານ, ຮອງນາຍບ້ານ 153 ທ່ານ, ຍິງ 19 ທ່ານ; ມີ 21 ຫ້ອງການ ແລະ 02 ກອງບັນຊາການ, ຈໍານວນພະນັກງານ-ລັດຖະກອນມີ 643 ທ່ານ, ຍິງ 434 ທ່ານ.
     ຈາກນັ້ນ, ທ່ານ ນາງ ບົວໄຂ ໃຈວົງ ຫົວໜ້າຄະນະຈັດເມືອງ ໄດ້ຜ່ານມະຕິຍຸບຄະນະພັກຮາກຖານກຸ່ມ ພ້ອມນັ້ນຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານອົງການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງ ພ້ອມທັງໄດ້ດຳເນີນການມອບຂໍ້ຕົກລົງສ້າງຕັ້ງຕາແສງ ຂື້ນມອບໂດຍແມ່ນປະທານພິທີ ແລະ ຂື້ນຮັບເລຂາພັກເມືອງ ແລະ ໄດ້ ຜ່ານມະຕິຕົກລົງ ວ່າດ້ວຍການສ້າງຕັ້ງຄະນະພັກຕາແສງ ແລະ ຜ່ານມະຕິຕົກລົງວ່າດ້ວຍການບົງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະພັກຕາແສງທັງ 4 ແຫ່ງ, ຜ່ານຂໍ້ຕົກລົງແຕ່ງຕັ້ງ ປະທານ, ຮອງປະທານ, ຫົວໜ້າໜ່ວຍງານ ແລະ ວິຊາການຊ່ວຍວຽກຕາແສງ. ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ບູນເພັດ ຕັນສຸພັນ ເປັນເລຂາຄະນະພັກຮາກຖານຕາແສງ, ສະຫາຍ. ສົມສັກ ສາຍນາດ ເປັນຮອງຄະນະພັກຮາກຖານຕາແສງ ບຸນໄຊ, ສະຫາຍ. ທອງສີອາຣະຍະສັນ ເປັນເລຂາຄະນະພັກຮາກຖານຕາແສງ,ສະຫາຍ. ຈາຊໍ ສົມສຸກ ເປັນຮອງຄະນະພັກຮາກຖານຕາແສງ ບ້ານຢໍ້, ສະຫາຍ. ໜໍ່ຕ້າວ ແກ້ວຄຳດີ ເປັນເລຂາຄະນະພັກຮາກຖານຕາແສງ,ສະຫາຍ. ພອນໄຊ ຊີງເຈົ່າ ເປັນຮອງຄະນະພັກຮາກຖານຕາແສງ ຊຽງຟ້າ ແລະ ສະຫາຍ. ຄຳສຸກ ໄຊຍະແສງ ເປັນເລຂາຄະນະພັກຮາກຖານຕາແສງ,ສະຫາຍ. ຄຳແພງ ສຸກທອງວອນ ເປັນເລຂາຄະນະພັກຮາກຖານຕາແສງ ງາຍເໜືອ, ຈາກນັ້ນ ທ່ານ ເລຂາພັກເມືອງ ຂຶ້ນມອບຂໍ້ຕົກລົງແຕ່ງຕັ້ງ ໃຫ້ແກ່ ປະທານຕາແສງໃໝ່ ແລະ ຂຶ້ນຮັບໂດຍປະທານຕາແສງຢາງເປັນທາງການ ພ້ອມທັງມອບງົບປະມານຈັດຊື້ອຸປະກອນໃຫ້ຕາແສງ ຈຳນວນ 196.000.000 ກີບ ແລະ ບໍລິສັດ ທະຄານພັດນາລາວ ຈຳກັດ ແຂວງຜົ້ງສາລີ ຈຳນວນ 5.000.000 ກີບ ຕື່ມອີກ.
     ໂອກາດນິ້ ທ່ານ ພົຕ ສົມພອນ ມິດຕະພອນ ໄດ້ມີຄໍາເຫັນໂອ້ລົມວ່າ: ການສ້າງຕັ້ງຕາແສງໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການ ປ່ຽນແປງ ທາງດ້ານກົງຈັກການຈັດຕັ້ງ ຫຼື ເຂດແດນການປົກຄອງບໍລິຫານທົ່ວໄປເທົ່ານັ້ນ, ແຕ່ມັນແມ່ນ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ທາງດ້ານຍຸດທະສາດ, ແນວທາງຫັນທິດສູ່ຮາກຖານ ຂອງພັກ-ລັດພວກເຮົາ; ການມີກົງຈັກຂັ້ນຕາແສງ ຈະເປັນຂົວຕໍ່ອັນໜັກແໜ້ນ ແລະ ຍຸດທະສາດ ລະຫວ່າງ ຂັ້ນເມືອງ ກັບ ຂັ້ນບ້ານ ເພື່ອບັນລຸ 3 ຄາດໝາຍໃຫຍ່ ໃນນີ້ ເພີ່ມທະວີຄວາມສັກສິດ ແລະ ຄວາມໃກ້ຊິດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ: ເຮັດ ໃຫ້ແນວທາງຂອງພັກ ແລະ ກົດໝາຍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ, ວ່ອງໄວແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ໄດ້ຢ່າງທັນການ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ບຸກທະລຸແກ້ໄຂຄວາມທຸກຍາກ: ເປັນການດຶງ ເອົາທຶນຮອນ, ເຕັກນິກວິຊາການ ແລະ ການບໍລິການຂອງລັດ ລົງໄປເຖິງຮາກຖານບ້ານ, ຊ່ວຍໃຫ້ປະ ຊາຊົນ ມີເງື່ອນໄຂສ້າງເສດຖະກິດຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງຍືນຍົງໃຫ້ທົ່ວເຖິງ; ຮັບປະກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ: ເພື່ອສ້າງຮາກ ຖານການເມືອງ ໃຫ້ມີຄວາມໜັກແໜ້ນ, ຫັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງ ທົ່ວປວງຊົນ, ສະກັດກັ້ນທຸກກົນອຸບາຍມ້າງເພທຳລາຍ ແລະ ປາກົດການຫຍໍ້ທໍ້ ຕັ້ງແຕ່ຫົວທີ ໃນນີ້ ເພື່ອເຮັດໃຫ້ຕາແສງ ທີ່ສ້າງຕັ້ງໃໝ່ນີ້ ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິພາບ, ມີຄວາມ ສະຫງົບ, ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ.
     ຈາກນັ້ນ, ຄະນະປະທານ ແລະ ການນຳທຸກຂັ້ນຮ່ວມ ພິທີຕັດລິບປິ່ນ, ເປີດປ້າຍ, ລັ່ນຄ້ອງ 9ບາດ ເພື່ອເປັນສີລິມຸງຄຸນໃຫ້ແກ່ພິທີການສ້າງຕາແສງ 4 ຕາແສງຢາງເປັນທາງການ.
ພາບ-ຂ່າວ: ແກ້ວສະຫວ່າງ ໄຊຍະເງິນ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet