Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ແຂວງຜົ້ງສາລີ ປະກາດພະນັກງານນຳພາຄຸ້ມຄອງອອກພັກການ - ຮັບອຸດໜູນບຳນານ -

ແຂວງຜົ້ງສາລີ ປະກາດພະນັກງານນຳພາຄຸ້ມຄອງອອກພັກການ – ຮັບອຸດໜູນບຳນານ

ແຂວງຜົ້ງສາລີ ປະກາດພະນັກງານນຳພາຄຸ້ມຄອງອອກພັກການ – ຮັບອຸດໜູນບຳນານ

     ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດໃຫ້ພະນັກງານການນຳ ອອກພັກການ – ຮັບອຸດໜູນບຳນານ ນັ້ນ, ຕອນບ່າຍຂອງວັນທີ 12 ມິຖຸນາ 2026 ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໄດ້ຈັດໃຫ້ມີພິທີປະກາດພະນັກງານນຳພາຄຸ້ມຄອງຂອງແຂວງຜົ້ງສາລີ ອອກພັກການ – ຮັບອຸດໜູນບຳນານ ຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນຕີ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
     ໃນພິທີ ທ່ານ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານ ຄະນະເລຂາທິການສູນກາງພັກ ສະບັບເລກທີ 108/ຄລສພ,ລົງວັນທີ 26 ພຶດສະພາ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາອອກພັກການ – ຮັບອຸດໜູນບຳນານ ໃນນີ້ ໄດ້ຕົກລົງໃຫ້ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ອອກພັກການ – ຮັບອຸດໜູນບຳນານ ໃຫ້ກຽດມອບມະຕິຕົກລົງ ໂດຍສະຫາຍ ພົນຕີ ສົມພອນ ມິດຕະພອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຢ່າງສົມກຽດ.
     ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ພົນຕີ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງທ່ານ ທອງສີ ເສົາສຸລິພົມ ທີ່ໄດ້ອຸທິດຕົນສຸມສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ຄືກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຜົ້ງສາລີ ທີ່ມີຜົນງານອັນໃຫຍ່ຫຼວງ ໃນຕະຫຼອດໄລຍະທີ່ຜ່ານມາ, ພ້ອມກັນນີ້, ທ່ານຍັງໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ສືບຕໍ່ເປັນທີ່ປືກສາໃນດ້ານແນວທາງໃນການຈັດຕັ້ງປະຕິບັດວຽກງານຂອງແຂວງ, ສືບຕໍ່ເປັນແບບຢ່າງໃຫ້ແກ່ພະນັກງານລຸ້ນສືບທອດ, ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານສຶບຕໍ່ເອົາເປັນແບບຢ່າງທາງດ້ານຄຸນສົມບັດ, ສິນທຳປະຕິວັດ ບົດຮຽນອັນລໍ້າຄ່າທີ່ຜູ້ກ່ຽວໄດ້ຈັດຕັ້ງປະຕິບັດຜ່ານມາ ພ້ອມກັນນີ້ ກໍ່ໃຫ້ຮໍ່າຮຽນເອົາ ອຸດົມການ, ຄວາມເສຍສະຫຼະເພື່ອສ່ວນລວມ ທີ່ເພິ່ນໄດ້ສະແດງໃຫ້ເຫັນຕະຫຼອດອາຍຸການເຮັດວຽກ ເຊິ່ງຈະເປັນແຮງຍູ້ໃຫ້ພະນັກງານຮຸ່ນສືບທອດມີກຳລັງໃຈ, ບໍ່ຍໍ້ທໍ້ຕໍ່ຄວາມຫຍຸ້ງຍາກ ແລະ ຕັ້ງໃຈສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຜົ້ງສາລີ ໃຫ້ຈະເລີນຮຸ່ງເຮືອງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet