Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ແຂວງຜົ້ງສາລີ ປະດັບລຽນໄຊມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ -

ແຂວງຜົ້ງສາລີ ປະດັບລຽນໄຊມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ

ແຂວງຜົ້ງສາລີ ປະດັບລຽນໄຊມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ

      ຕອນເຊົ້າວັນທີ 24 ກໍລະກົດ ປີ 2026 ນີ້ ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບລຽນໄຊມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ ໃບຍ້ອງຍໍກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ແກ່ກົມກອງລວມໝູ່ ແລະ ນິຕິບຸກຄົນ ຜູ້ທີປະກອບສ່ວນວຽກງານຊອກຫາຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີເສຍສະຫຼະຊີວິດໃນປາງສົງຄາມຢູ່ ແຂວງຜົ້ງສາລີ ແຕ່ປີ 2013-2020 ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະ ການປົກຄອງແຂວງຜົ້ງສາລີ, ມີບັນດາທ່ານ ອາດິດຄະນະຮັບຜິດຊອບປະຕິບັດງານພິເສດ, ມີກຳມະການພັກແຂວງ, ຄະນະພັກ, ຄະນະບັນຊາ, ມີຫົວໜ້າພະແນກການ, ຄະນະຮັບຜິດຊອບການພິເສດຂັ້ນແຂວງ, ບັນດາທ່ານຜູ້ທີມີຜົນງານ, ນາຍ ແລະ ພົນທະຫານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

      ໃນພິທີ ທ່ານ ບຸນເພັງ ພຸດກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຜ່ານບົດລາຍງານຍໍ້ການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂຸດຄົ້ນ ຂອງຄະນະຮັບພິຊອບໜ່ວຍປະຕິບັດງານພິເສດຂັ້ນແຂວງ ໃນໄລຍະແຕ່ 2013-2020 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຕ່ປີ 1994-2020 ສາມາດຊອກຫາ ແລະ ຂຸດຄົ້ນອັດຖິ ໄດ້ທັງໝົດຈຳນວນ 67 ສົບ ໄດ້ສົ່ງມອບອັດຖິກັບຄືນສູ້ປະເທດຫວຽດນາມມີທັງໝົດ 67 ອັດຖິ ນັບແຕ່ປີ 2021-2025 ຜ່ານມາ ແຂວງຜົ້ງສາລີໄດ້ຮ່ວມກັບກອງປະຕິບັດງານພິເສດທະຫານເຂດ 2 ຫວຽດນາມທີປະຈຳຢູ່ແຂວງອຸດົມໄຊ ລົງຊອກຫາ ແລະ ຂຸດຄົ້ນໄດ້ 3 ອັດຖິຢູ່ເຂດບ້ານກຸງເກືອຍ, ເມືອງຂວາ ແລະ ໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ຈັດສົ່ງອັດຖິກັບຄືນປະເທດຮ່ວມກັບ 6 ແຂວງພາກເໜືອລາວ ທີ່ກອງປະຕິບັດງານພິເສດ ທະຫານເຂດ 2 ສສ ຫວຽດນາມ ປະຈຳແຂວງອຸດົມໄຊ ຕາມແຜນການປະຈຳປີ 2026 ສຳເລັດຕາມແຜນການ.
      ຈາກນັ້ນ ສະຫາຍ ພັທ ບຸນເພັງ ແສງສຸລິ ຄະນະປະຈຳພັກກອງບັນຊາການທະຫານແຂວງ, ຮັກສາການຫົວໜ້າຫ້ອງການເມືອງ ທະຫານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະຮັບພິດຊອບປະຕິບັດງານພິເສດລັດຖະບານ ສະບັບເລກທີ 05/ກລຂ/ຄປສ, ນະຄອນຫຼວງວຽງຈັນ, ລົງວັນທີ 2 ເດືອນກັນຍາ ປີ 2023 ວ່າດ້ວຍການມອບວັດຖຸຍ້ອງຍໍ ສສ ຫວຽດນາມ ໃນນີ້ຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປລາວ ເຫັນດີ ປະດັບລຽນໄຊມິດຕະພາບໃຫ້ແກ່ຫົວໜ່ວຍກົມກອງລວມໝູ່ 1 ກົມກອງ ແລະ ບຸກຄົນຈຳນວນ 9 ທ່ານ, ປະດັບລຽນກາມິດຕະພາບໃຫ້ແກ່ບຸກຄົນຈຳນວນ 6 ທ່ານ, ມອບໃບຍ້ອງຍໍລັດຖະບານ ສສ ຫວຽດນາມ ໃຫ້ກົມກອງລວມໝູ່ 1 ກົມກອງ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ແກ່ບຸກຄົນຄຳນວນ 3 ທ່ານ.
     ຊຶ່ງໃຫ້ກຽດຂຶ້ນປະດັບລຽນໄຊ, ລຽນກາ ແລະ ໃບຍ້ອງຍໍຂັ້ນຕ່າງໆໂດຍ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະ ການປົກຄອງແຂວງຜົ້ງສາລີ ແລະ ທ່ານ ພົວ ຊຽງເພັງ ບົວລະວົງ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ຂຶ້ນຮັບໂດຍບັນດາທ່ານຜູ້ທີມີຜົນງານ ແລະ ຍາດພີ່ນ້ອງຜູ້ຕາງໜ້າຜູ້ທີ່ມີຜົນງານ ແລະ ຫົວໜ້າກົມກອງທີ່ມີຜົນງານຕາມລຳດັບ.
ພາບ,ຂ່າວ: ຍີນໄຊ ສີບຸນເຮືອງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet