Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ເມືອງຂວາ ກອງປະຊຸມ ການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ເດືອນຕົ້ນ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026 -

ເມືອງຂວາ ກອງປະຊຸມ ການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ເດືອນຕົ້ນ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026

ເມືອງຂວາ ກອງປະຊຸມ ການຈັດຕັ້ງປະຕິບັດແຜນ

ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ເດືອນຕົ້ນ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026

      ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 3 ກໍລະກົດ 2026 ສະໂມສອນຂອງເມືອງຂວາ, ໂດຍການເປັນປະທານຂອງ ສະຫາຍ ພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ ສີພັນ ພົມມະນີ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຄະນະໜ່ວຍພັກ, ສະມາຊິກພັກ, ແຂກຖືກເຊີນຈາດຂົງເຂດຕຸລາການ, ອົງການແນວລາວສ້າງຊາດ, ຂົງເຂດອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
      ໃນວາລະດຳເນີນກອງປະຊຸມ ສະຫາຍ ສີພັນ ພົມມະນີ ໄດ້ຂຶ້ນຜ່ານ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ເດືອນຕົ້ນ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026. ໜ່ວຍພັກ ຄະນະໂຄສະນາອົບຮົມເມືອງ ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ ພາຍໃນໜ່ວຍພັກ, ພ້ອມທັງນຳພາ-ຊີ້ນຳພະນັກງານ-ລັດ ຖະກອນ, ສະມາຊິກພັກ, ບັນດາອົງການຈັດຕັ້ງມະຫາຊົນ ປະຕິບັດໜ້າທີ່ການເມືອງຕົ້ນຕໍ ຂອງໜ່ວຍພັກ ເປັນຕົ້ນ ແມ່ນສຸມໃສ່ ການຄົ້ນຄວ້າຫັນເອົາແນວທາງນະໂຍບາຍ, ກົດລະບຽບຂອງພັກ, ແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ນິຕິກຳ, ກໍ່ຄືບັນດາມະຕິຕ່າງໆ ຂອງສູນກາງພັກ, ອົງຄະນະພັກແຂວງ ແລະ ອົງຄະນະພັກເມືອງ ວາງອອກ ແຕ່ລະໄລຍະໃຫ້ມີຜົນສຳເລັດຕາມໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ; ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກເມືອງ ກໍຄືອົງການປົກຄອງເມືອງໃນການໍາເອົາບັນດາແນວທາງນະໂຍ ບາຍ, ກົດລະບຽບຂອງພັກ, ຄຳສັ່ງ, ນິຕິກຳ, ກໍ່ຄືມະຕິຕ່າງໆ ຂອງສູນກາງພັກ, ອົງຄະນະພັກແຂວງ, ອົງຄະນະພັກເມືອງ ແລະ ວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ນໍາມາໂຄສະນາ, ປາຖະກະຖາ, ເຜີຍແຜ່, ເຊື່ອມຊຶມ ໃຫ້ແກ່ພະ ນັກງານ-ລັດຖະກອນ, ສະມາຊິກພັກ,  ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດທີ່ໄດ້ວາງອອກໃນແຕ່ລະໄລຍະ. ຈາກນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ທັງນີ້ ກໍເພື່ອໃຫ້ບັນລຸຄາດໝາຍສູ້ຊົນໃນແຕ່ລະດ້ານ ຕາມ  5ເນື້ອໃນ ຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
     ໂອກາດນີ້, ສະຫາຍ ພົມມີ ອິນມະສອນ ໄດ້ໃຫ້ກຽດ ໂອ້ລົມຕໍ່ພິທີ ຊື່ງສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຄະນະໜ່ວຍພັກກໍ່ຄືບັນດາສະມາຊິກພັກພາຍໃນຄະນະໂຄສະນາອົບຮົມເຮົາຍາດມາໄດ້ໃນຕະຫຼອດໄລຍະ 6 ເດືອນຜ່ານມາ. ພ້ອມນີ້ສະຫາຍຍັງໄດ້ເນັ້ນໜັກບາງບັນຫາເປັນແມ່ນຄະນະໜ່ວຍພັກຕ້ອງໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນວຽກງານທີ່ສໍາຄັນ ແລະ ເປັນວຽກງານກົກ; ປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ສະມາຊິກພັກປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະແບ່ງຄວາມຮັບຜິດຊອບຈະແຈ້ງ, ເຮັດວຽກຕ້ອງມີການຕິດຕາມກວດກາ, ສະຫຼູບຕີລາຄາປະມົນຜົນການຈັດຕັ້ງປະຕິບັດວຽກງານໄປຕາມແຕ່ລະຂັ້ນຕອນ; ນໍາພາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຮູ້ນໍາພາຮອບດ້ານຕາມ  5 ເນື້ອໃນ ຂອງ 6ເດືອນທ້າຍປີໃຫ້ບັນລຸຜົນສໍາເລັດຢູ່ໃນລະດັບ90%ຂຶ້ນເມື່ອ;ເພີມທະວີວຽກງານປ້ອງກັນພາຍໃນ   ໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກພາຍໃນໜ່ວຍພັກ ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ  ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກ່າຍເປັນໜ້າທີຮັບຜິດຊອບຂອງຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກ; ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ ໃຫ້ແໜ້ນແຟ້ນ; ເພີ່ມທະວີປະຕິບັດຕາມແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026; ປະຕິບັດວຽກງານຈຸດສຸມໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານວິຊາສະເພາະ ແລະ ແຜນພັດທະນາ ຂອງຄະນະໂຄສະນາອົບຮົມເມືອງ ໃຫ້ໄດ້ຮັບໝາກຜົນ ແລະ ມີຜົນສໍາເລັດ ໃນທຸກວຽກງານ.
ຂ່າວ: ສອນໄຊ ແສງມະນີ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet