
ເມືອງຜົ້ງສາລີ ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ເພື່ອນມິດສາກົນ
ໃນວັນທີ 13 ກໍລະກົດ 2026 ນີ້ ເມືອງຜົ້ງສາລີໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກຂອງຊາດ ແລະ ເພື່ອນມິດສາກົນເປັນຕົ້ນແມ່ນ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ວັນທີ 13 ກໍລະກົດ 1909- 13 ກໍລະກົດ 2026 ວັນເຊັນສຫັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມຄົຍຮອບ 49 ປີ ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2026 ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 64 ປີ ວັນທີ 5 ກັນຍາ 1962 – 5 ກັນຍາ 2026 ແລະ ວັນກິລາກາຍຍະກໍາແຫ່ງຊາດລາວຄົບຮອບ 60 ປີ ວັນທີ 13 ກໍລະກົດ 1966 – 13 ກໍລະກົດ 2026 ໄດ້ຈັດຂຶ້ນຢູ່ສະໂມສອນໃຫ່ຍຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບູນສະຫວາດ ສີວົງໄຊ ກໍາມະການພັກແຂວງ ເລຂາພັກເມືອງຜົ້ງສາລີ,ເຂົ້າຮ່ວມມີບັນດາປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ໂຮງໜໍຊຸມຊົນ, ທະນາຄານນະໂຍບາຍ, ທະນາຄານພັດທະນາລາວ, ທະນາຄານສົງເສີມກະສິກໍາ, ທະະນາຄານການຄ້າໜ່ວຍບໍລິການເມືອງຜົ້ງສາລີ, ຫ້ອງການໄຟຟ້າປະຈໍາເມືອງ ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເເມືອງເຂົ້າຮ່ວມ.

ໃນພິທີໄດ້ຍົກໃຫ້ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງໃນໄລຍະການເຄ່ືວນປະຕິວັດວຽກງານທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງເພື່ອຊີ້ນໍາຂະບວນການປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫ່ຍມາໃຫ້ປະເທດຊາດ,ຊື່ສຽງຂອງທ່ານໄດ້ພົ້ນເດັ່ນຂຶ້ນໃນຄະນະທີເປັນນັກຮົບປະຕິວັດຮຸ່ນທໍາອິດທີ່ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາໂດຍບໍ່ຫວັນໄຫວຕໍ່ການຈັບກຸມຄຸ່ມຂັງຂອງພວກສັດຕູ,ຍາມໄດກໍ່ຕໍ່ສູ້ເພື່ອອຸດົມການປະຕິວັດອັນສູງສົ່ງເພື່ອຄວາມເປັນເອກະລາດ,ວັດທະນາຖາວອນຂອງປະເທດຊາເດເພື່ອອິດວສະຫຼະພາບ ແລະ ຄວາມຢູ່ດີກີນດີຂອງປະຊາຊົນ, ຈາກນັ້ນຍັງໄດ້ຍົກໃຫ້ເຫັນຄວາມສາມັກຄີແບບພິເສດ ແລະ ເສີ່ມຂະຫຍາຍຄວາມເປັນເອກະລາດແຫ່ງຊາດໃນຕະຫຼອດໄລຍະ 49 ປີ ຜ່ານມາແຫ່ງການຈັດຕັ້ງປະຕິບັດເນື້ອໃນຈິດໃຈສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ແລະ 64 ປີທີ່ໄດ້ເພີ່ມພູນຄູນສ້າງ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ການຊຸກຍູ້ຊ່ວຍເຫຼື່ອ ແລະ ສະໜັບສະໜູນຊ່ວຍເຫື່ອເຊິງກັນ ແລະ ກັນທັງນໍາໃຊ້ທ່າແຮງບົມຊ້ອນຂອງສອງປະເທດເພື່ອເປັນການຈາລືຄຸນງາມຄວາມດີ ແລະ ຜູ້ນໍາທີແສນເຄົາລົບຮັກກໍ່ຄືປະທານ ໂຮຈີ່ມີນ – ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເປັນຜູ້ກໍາເນີດ ແລະ ເປັນແບບຢ່າງໃນການຖະນຸຖະໜອມເພີ່ມພູນຄູນສ້າງມິດຕະພາບອັນຍິງໃຫ່ຍ,ຄວາມສາມັກຄີແບບພິເສດ ແລະ ການຮ່ວມມີນຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມໃຫ້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວຈົນເຖິງທຸກວັນນີ້ເຊິງມູນເຊື້ອດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນເຖິງໄມຕຣີຈິດມິດຕະພາບອັນຍິງໃຫ່ຍ,ຄວາມສາມັກຄີທີ່ແໜ້ນແຟ້ນທີ່ພ້ອມຄຽງບ່າຄຽງໄລ່ໃນພາລະກິດປົດປ່ອຍຊາດກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຈົນເຖິງທຸກວັນນີ້ ໃນພິທີຍັງໄດ້ຮັບມູນເຊີ້ອ ແລະ ການກໍາເນີດເຕີບໃຫ່ຍຂະຫຍາຍຕົວຂອງວັນກິລາ-ກາຍຍະກໍາແຫ່ງຊາດລາວເຊິງທ່ານໄດ້ຍົກໃຫ້ເຫັນວຽກງານກິລາ-ກາຍຍະກໍາກໍ່ໄດ້ມີການເຄື່ວນໄຫວຄຽງບ່າຄຽງໄຫລ່ກັບຂະບວນການຕໍ່ສູ້ ແລະ ໄປຕາມຂະວນການຕໍ່ສູ້ບັນດາທ່ານຜູ້ນໍາກໍ່ໄດ້ເອົາໃຈໃສ່ຊີ້ນໍາຂະບວນການກິລາ-ກາຍຍະກໍາຂອງຊາດໃຫ້ມີການເຄື່ວນໄຫວປະກອບສ່ວນເຂົ້າໃນການມ່ວນຊື່ນ ແລະ ເພື່ອສຸກະພາບ ແລະ ຄວາມສາມັກຄີໃນຖັນແຖວກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົນມາຮອດທຸກວັນນີ້ກິລາ-ກາຍຍະກໍາແມ່ນພາກສ່ວນໜຶ່ງຂອງວັນທະນະທໍາ ແລະ ແມ່ນຜະລິດຕະພັນທີມວນມະນຸດສ້າງຂຶ້ນເພື່ອຮັບໃຊ້ໃນການຂະຫຍາຍຕົວໃນວຽກງານຕ່າງໆ ແລະ ມີປະໂຫຍດຕໍ່ສັງຄົມ,ເພາະກິລາສ້າງໃຫ້ຄົນມີສຸກະພາບແຂງແຮງ,ສ້າງມິດຕະພາບທີດີ ແລະ ສ້າງຄວາມສາມັກຄືເປັນປຶກແຜນແໜ້ນໜາຕື່ມອີກ.