
ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງໃໝ່ (ເມືອງວິລະຊົນ), ແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງໃໝ່(ເມືອງວິລະຊົນ), ແຂວງຜົ້ງສາລີ, ໂດຍຮ່ວມໃນການລົງເຄື່ອນໄຫວຄັ້ງນີ້ມີ ສະຫາຍ ສັນຕິ ແກ້ວຍະສານ, ຮອງເລຂາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະນຳແຂວງຜົ້ງສາລີ, ໃຫ້ການຕ້ອນຮັບຂອງສະຫາຍ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງໃໝ່, ພ້ອມຄະນະ.

ການລົງເຄື່ອນໄຫວຂອງສະຫາຍ ວັນໄຊ ພອງສະຫວັນ ໃນຄັ້ງນີ້ ໄດ້ເຂົ້າພົບປະໂອ້ລົມກັບຄະນະນຳ,ພະນັກງານນັກຮົບ ແລະ ພະນັກງານຫຼັກແຫ່ງຂອງເມືອງໃໝ່ ທີ່ສະໂມສອນເມືອງ. ເຊີງໄດ້ຮັບການລາຍງານສະພາບຈຸດພິເສດ,ການພັດທະນາເສດຖະກິດ, ສັງຄົມຂອງເມືອງໃໝ່ ຈາກສະຫາຍ ພອນທະວີ ໄຊມົນຕີ ເຊີງເມືອງໃໝ່ເປັນເມືອງທີ່ໃຕ້ສຸດຂອງແຂວງຜົ້ງສາລີຫ່າງຈາກເທດສະບານແຂວງ 210 km, ມີເສັ້ນທາງຫຼວງແຫ່ງຊາດເລກທີ 2E ຜ່ານແລະມີເຂດແດນ, ຊາຍແດນຕິດກັບບັນດາເມືອງ, ເມືອງສໍາພັນ, ເມືອງຂວາ, ຕິດກັບເມືອງໂພນທອງ ແລະ ເມືອງງອຍ ແຂວງຫລວງພະບາງ, ຕິດກັບ ແຂວງດຽນບຽນ ສສ ຫວຽດນາມ, ມີເນື້ອທີ່ທັງໝົດ 3,171 km2, ເນື້ອທີ່ສ່ວນຫຼາຍເປັນພູດອຍກວມເຖິງ 90%, ມີ 10 ກຸ່ມບ້ານພັດທະນາ, 78 ບ້ານ, ມີ 4,913 ຄອບຄົວ, ມີພົນລະເມືອງທັງໝົດ 28,317 ຄົນ, ປະກອບດ້ວຍ 10 ຊົນເຜົ່າທີ່ພາສາປາກເວົ້າແຕກຕ່າງກັນ. ໃນ 6 ເດືອນຕົ້ນປີ 2026 ເສດຖະກິດຂອງເມືອງຂະຫຍາຍຕົວ 3.72%, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 255.82 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 67.63% ສະເລ່ຍລາຍຮັບຫົວຄົນໄດ້ 400 ໂດລາສະຫະລັດ ຂຸດຄົ້ນລາຍຮັບເຂົ້າງົບປະມານໄດ້ 1,158,550,706 ກີບ ທຽບໃສ່ແຜນການໄດ້ 53.75% ພ້ອມນີ້ບັນດາສະຫາຍຄະນະຕິດຕາມການເຄື່ອນໄຫວຍັງໄດ້ມີຄຳເຫັນແລກປ່ຽນນຳກັນ.

ໂອກາດນີ້ສະຫາຍ ວັນໄຊ ພອງສະຫວັນໄດ້ໂອ້ລົມເນັ້ນໜັກໃຫ້ຄະນະນຳ,ພະນັກງານນັກຮົບ ແລະ ພະນັກງານຫຼັກແຫ່ງຂອງເມືອງໃໝ່ພ້ອມກັນເອົາໃຈໃສ່ໃນການນຳພາ-ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕິດພັນກັບຄາດໝາຍສູ້ຊົນຂອງແຂວງ, ຂອງເມືອງໃຫ້ສອດຄ່ອງກັບທ່າແຮງຂອງເມືອງທີເປັນເມືອງວິລະຊົນ, ເອົາໃຈໃສ່ປະຕິບັດຕາມວາລະແຫ່ງຊາດ, ພັດທະນາຊົນນະ ບົດແກ້ໄຂຄວາມທຸກຍາກ, ເພີ່ມທະວີໃນການສ້າງການຫັນປ່ຽນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ສືບຕໍ່ເອົາໃຈໃສ່ໃນການພັດທະນາເສດຖະກິດ,ການຜະລິດກະສິກຳກປູກ -ການລ້ຽງ ຈັດຕັ້ງເປັນກຸ່ມຜະລິດ ຫຼືສະຫະກອນ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງສົ່ງເສີມເສດຖະກິດພູມປັນຍາຂອງປະຊາຊົນ, ສົ່ງເສີມໃຫ້ປະປະຊາຊົນມີອາຊີບໝັ້ນຄົງເພື່ອສ້າງລາຍຮັບ, ດືງດູດການລົງທຶນຂອງພາຍ ໃນ ແລະ ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການສົ່ງເສີມການລົງທຶນ,ສົ່ງເສີມຫົວໜ່ວຍທຸລະກິດຕາມຄສາມອາດສາມາດ ທ່າແຮງໃນການບໍລິການທາງຜ່ານ, ຄຸ້ອມຄອງຊັບພະຍາກອນທຳມະຊາດ ສິ່ງແວດລ້ອມ, ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນແມ່ນເສັ້ນທາງສົ່ງອອກສີນຄ້າ; ເອົາໃສ່ໃສ່ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ຮັບການສຶກສາເພາະການສຶກສາກໍເປັນໜຶ່ງໃນເງື່ອນໄຂແກ້ໄຂຄວາມທຸກຍາກ; ຊຸກຍູ້ສົ່ງເສີມແຮງງານໃຫ້ກາຍເປັນແຮງງານທີ່ມີຄວາມຮູ້ຄວາມສາມາດ; ພັດທະນາວຽກງານສາທາລະນະສຸກກັນພະຍາດລະບາດຕາມລະດູການ ແລະສະຖານທີ່ບໍລິການສາທາ ລະນະສຸກ, ພັດທະນາການແຫຼ່ງທ່ອງທ່ຽວດືງດູດນັກທ່ອງທ່ຽວເຂົ້າມາ,ອະນຸລັກຮັກສາວັດທະນະທຳອັນດີງາມຂອງບັນດາເຜົ່າ; ເພີ່ມທະວີໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນເມືອງ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ໂດຍສະເພາະບັນຫາຢາເສບຕິດ, ສະແກມເມີ້; ການກໍ່ສ້າງພັກ-ພະນັກງານກໍຕ້ອງໄດ້ເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຊັບຊ້ອນຊ້ອນໜ້າທີວຽກງານໃຫ້ສອດຄ່ອງຕາມຄວາມຮູ້ຄວາມສາມາດ; ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ ຕ້ານການສໍ້ລາດບັງຫຼວງ, ອົງການຈັດຕັ້ງມະຫາຊົນຕ້ອງປຸກລະດົມທຸກຊັ້ນຄົນເຂົ້າໃນການປະກອບສວ່ນພັດທະນາ, ຄະນະພັກແຕ່ລະຂັ້ນສືບຕໍ່ເພີ່ມທະວີສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນເປັນອັນໜື່ງອັນດຽວກັນ ເພື່ອພັດທະນາເມືອງໃໝ່ຂຶ້ນເລື້ອຍໆ.

ໂອກາດນີ້, ຍັງໄດ້ມອບເງີນສົດ 50 ລ້ານກີບໃຫ້ເມືອງໃໝ່,ນັກທຸລະກິດໜຸ່ມມອບເງີນສົດ100ລ້ານກີບໃຫ້ເມືອງໃໝ່, ຄະນະກວດກາສູນກາງພັກມອບຄອມພິວເຕີຕັ້ງໂຕະພ້ອມປິ່່ນເຕີສີຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງໃໝ່. ຈາກນັ້ນ, ກໍໄດ້ໄປຢ້ຽມຊົມເບີ່ງອາຄານທີຈະປັບປຸງເປັນຫ້ອງ ການເຮັດວຽກຂອງຕາແສງງາຍໃຕ້, ເມືອງໃໝ່ຕື່ມອີກ.
ຂ່າວ: ສົມຄິດ