Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VII ປະຈຳປີ 2025 -

ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VII ປະຈຳປີ 2025

ໜ່ວຍພັກຄະນະໂຄສະນາອົບຮົມແຂວງ

ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VII ປະຈຳປີ 2025

     ຕອນບ່າຍວັນທີ 30 ກໍລະກົດ ປີ 2026 ນີ້ ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດພິທີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ຄັ້ງທີ Vll ປະຈຳປີ 2025 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຜົ້ງສາລີ, ມີສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຂົ້າຮ່ວມມີຄະນະພັກ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍເຂົ້າຮ່ວມ.

     ໃນພິທີ, ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງຍົກໃຫ້ເຫັນດ້ານດີ,ດ້ານອ່ອນຂໍ້ຄົງຂ້າງ,ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານໃນຕະຫຼອດໄລຍະໜຶ່ງປີທີຜ່ານມາ ແລະ ພາກທິດທາງແຜນການກໍ່ສ້າງ ໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2026 ເຊິ່ງບາງຕອນ ສະຫາຍໃຫ້ຮູ້ວ່າ:ໜ່ວຍພັກຄະນະໂຄສະນາອົບຮົມ ແຂວງ ແມ່ນເປັນໜ່ວຍພັກເອກະລາດທີ່ຂື້ນກັບການນໍາພາ-ຊີ້ນຳໂດຍກົງຂອງຄະນະປະຈຳພັກແຂວງມີພາລະບົດບາດນຳພາຊີ້ນຳວຽກງານການເມືອງແນວຄິດໃນການເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ,ປັດຈຸບັນໜ່ວຍພັກມີສະມາຊິກພັກທັງໝົດ 28 ສະຫາຍ,ຍິງ 14 ສະຫາຍ: ດ້ານການເມືອງ: ໜ່ວຍພັກໄດ້ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນໜ້າທີ່ສຳຄັນ,ເປັນວຽກກົກທີ່ຕ້ອງເຮັດກ່ອນ ແລະ ເປັນປະຈຳດ້ວຍຫຼາຍຮູບການ, ຫຼາຍວິທີການຕໍ່ພະນັກງານ, ສະມາຊິກພັກໃນການເອົາແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືມະຕິ, ຄຳສັ່ງ, ກົດໝາຍຂອງລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກພັກພາຍໃນໃຫ້ຮັບຮູ້ເຂົ້າໃຈ ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງຜົ້ງສາລີ, ກົດລະບຽບພັກປະຊາຊົນປະຕິວັດລາວ ເປັນປົກກະຕິ; ວຽກງານອົບຮົມ: ໄດ້ເປີດຮຽນເອກະສານສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃນປະຈຳປີ 2025 ຢູ່ທົ່ວແຂວງມີຜູ້ເຂົ້າຮຽນທັງໝົດ 79 ສະຫາຍ, ຍິງ 33 ສະຫາຍ, ໄດ້ສຳເລັດລົງຝຶກອົບຮົມວຽກງານໂຄສະນາ ປາຖະກະຖາໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງຢູ່ເມືອງໃໝ່ມີຜູ້ເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 7 ສະຫາຍ, ໄດ້ຈັດຕັ້ງການໂຄສະນາ-ປາຖະກະຖາວັນບຸນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງບັນດາປະເທດເພື່ອນມິດສາກົນປະຈຳແຕ່ລະເດືອນລວມທັງໝົດໄດ້ 24 ຄັ້ງມີ 28 ເອກະສານ ມີຜູ້ເຂົ້າຮ່ວມທັງໝົດ 6,794 ຄົນ, ຍິງ 3,081 ຄົນ, ໄດ້ຂຽນຂ່າວລົງເວັບໄຊຄະນະໂຄສະນາອົບຮົມແຂວງໄດ້ 100 ບົດ, ລົງຂ່າວສານຕ່າງໆໃນເຟດສບຸກ ຂອງຄະນະໂຄສະນາອົບຮົມແຂວງທັງໝົດ 45 ບົດ, ໂຄສະນາອອກສື່ພິມອອນລາຍໄດ້ທັງໝົດ 256 ຂ່າວ ພ້ອມນີ້ວຽກງານດ້ານອືນໆກໍ່ໄດ້ຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດ, ເຄື່ອນໄຫວເກັບຂ່າວ ໄດ້ 246 ຂ່າວ, ຂຽນຂ່າວ ໄດ້ 259 ຂ່າວ, ຂຽນບົດ 15 ບົດ,ສົ່ງຂ່າວເດັ່ນໃຫ້ສູນກາງ 239 ຂ່າວ,ສົ່ງບົດ 15 ບົດ,ລົງຂ່າວທາງອອນລາຍໄດ້ 554 ຂ່າວ,ຈຳນວນຄົນເຂົ້າຊົມ 3,427,123 ເທື່ອຄົນ, ບ້ານທີມີໂທລະໂຄ່ງ 410 ບ້ານ, ຂະຫຍາຍໂທລະໂຄ່ງໄດ້ 1 ບ້ານ.
     ຈາກນັ້ນຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 271/ຄພຂ, ລົງວັນທີ 26 ພຶດສະພາ ປີ 2026 ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໃຫ້ກຽດຂື້ນມອບໂດຍ ສະຫາຍ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຂຶ້ນຮັບໂດຍ ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມຄະນະ.
     ໃນໂອກາດດັ່ງກ່າວຍັງໄດ້ຜ່ານ ລັດຖະດຳລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ສະບັບເລກທີ 313/ປປທ, ນະຄອນວຽງວຽງຈັນ, ລົງວັນທີ 1 ທັນວາ ປີ 2025 ໃຫ້ຜູ້ທີມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ້ງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ. ຂຶ້ນປະດັບຫຼຽນກາດັ່ງກ່າວໂດຍ ສະຫາຍ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຂຶ້ນກ່າວຮັບໂດຍບັນດາສະຫາຍ ຜູ້ທີມີຜົນງານຕາມລຳດັບ.
     ໂອກາດນີ້ ສະຫາຍ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄຳເຫັນ ພ້ອມທັງເນັ້ນຕືມບາງບັນຫາຕໍ່ໜ່ວຍພັກ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງໜ່ວຍພັກ ທີ່ຍາດໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງມາຍັງເລຂາໜ່ວຍພັກ, ຄະນະພັກ, ສຶບຕໍ່ເຮັດໜ້າທີວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກພາຍໃນໜ່ວຍ ເປັນປົກກະຕິ, ສືບຕໍ່ປັບປຸງແບບແຜນນຳພາ, ແບບແຜນວິທີເຮັດວຽກ, ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ຢືນຢົງຕະຫຼອດໄປ.
ພາບ,ຂ່າວ: ຍີນໄຊ ສີບຸນເຮືອງ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet