
ເມືອງຂວາ, ແຂວງຜົ້ງສາລີ ປະກາດສ້າງຕັ້ງ 5 ຕາແສງ ຢ່າງເປັນທາງການ
ໃນວັນທີ 8 ສິງຫາ 2026 ນີ້, ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດ ພິທີປະກາດສ້າງຕັ້ງຕາແສງຈອມຕານ, ຕາແສງຢາງເຕີຍ, ຕາແສງລາດຊາງ, ຕາແສງສິນໄຊ ແລະ ຕ່າງບວມພັນ ຢ່າງເປັນທາງການ ເພື່ອແນໃສປັບປຸງລະບົບການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມເຂັ້ມແຂງ, ກະທັດຮັດ, ແລະ ສາມາດເຂົ້າເຖິງ ແລະ ມີປະສິດທິພາບສູງຂື້ນກ່ວາເກົ່າ. ໂດຍການເປັນປະທານ ຂອງ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຄະນະຮັບຜິດຊອບການສ້າງຕັ້ງຕາແສງຂັ້ນແຂວງ, ທ່ານ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ມີຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງ, ຫົວໜ້າຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ, ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ຂື້ນຜ່ານບົດລາຍງາການສ້າງຕັ້ງຕາແສງ ຂອງເມືອງຂວາ. ເມືອງຂວາ ມີ 93 ບ້ານ, ມີ 9 ກຸ່ມບ້ານ, ມີ 15 ບ້ານທີ່ຂຶ້ນກັບເທດສະບານ, ມີພົນລະເມືອງທັງໝົດ 30.431 ຄົນ, ຍິງ 15.056 ຄົນ, ມີ 6.012 ຄົວເຮືອນ, ມີ 7.391 ຄອບຄົວ, ປະກອບດ້ວຍ 9 ເຜົ່າໃນນັ້ນ, ມີເຜົ່າກຶມມຸ, ເຜົ່າລາວລຸມ, ເຜົ່າອາຄາ, ເຜົ່າພູນ້ອຍ, ເຜົ່າຫໍ້, ເຜົ່າລື້, ເຜົ່າຢັ້ງ, ເຜົ່າໄທດໍາ ແລະ ເຜົ່າລາວບິດ. ມີເສັ້ນທາງ 2E, 1B ຜ່ານເມືອງຂວາ; ເປັນເງື່ອນໄຂສະດວກໃນການຂົນສົ່ງອອກສິນຄ້າໄປແຂວງໃກ້ຄຽງ, ໄປ ສປ ຈີນ ແລະ ສສ ຫວຽດນາມ; ມີແມ່ນໍ້າຫຼາຍສາຍໄຫຼຜ່ານເຊັນ: ນໍ້າອູ, ນໍ້າພາກ, ນໍ້າກາຍ, ນໍ້ານ້ອຍ, ນໍ້າບູດ, ມີທໍາມະຊາດທີ່ທີ່ອຸດົມສົມບູນ, ມີພຣະເຈົ້າສັມລິດອົງສັກສິດສາທິດຢູ່ວັດສີຄູນເມືຶອງ ທັງໝົດເຫລົ່ານັ້ນ ເປັນທ່າແຮງຕົ້ນຕໍໃນການພັດທະນາເສດຖະກິດສັງຄົມຂອງເມືອງ ແລະ ເໝາະສົມໃນການທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ແລະ ຊາວເມືອງຂວາມີມູ່ນເຊື້ອດຸໝັນຂະຍັນພຽນໃນການປູກຝັງ, ລ້ຽງສັດ ເປັນສິນຄ້າ, ເກັບເຄື່ອງປ່າຂອງດົງຂ່າຍ ສາມາດສ້າງລາຍຮັບໃຫ້ຄອບຄົວ ແລະ ແກ້ໄຂຄວາມທຸກຫຍາກເທື່ອລະກ້າວ.

ຈາກນັ້ນຄະນະຮັບຜິດຊອບການສ້າງຕັ້ງຕາແສງໄດ້ຂຶ້ນ ຜ່ານມະຕິຕົກລົງ ວ່າດ້ວຍການຍຸບຄະນະພັກຮາກຖານກຸ່ມບ້ານ, ຜ່ານຂໍ້ຕົກລົງຂອງປະທານຄະນະ ກຳມະການປົກຄອງແຂວງວ່າດ້ວຍການສ້າງຕັ້ງຕາແສງ ຂື້ນມອບຂໍ້ຕົກລົງໂດຍ ທ່ານ ສັນຕິ ແກ້ວຍະສານ ຮອງພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ກ່າວຮັບໂດຍ ທ່ານ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຂວາ ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງ ຄະນະພັກຕາແສງ, ຜ່ານສະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ເລຂາ, ຮອງເລຂາ ຄະນະພັກ 5 ຄື:ຕາແສງຈອມຕານ, ຕາແສງຢາງເຕີຍ, ຕາແສງລາດຊາງ, ຕາແສງສິນໄຊ ແລະ ຕ່າງບວມພັນ ຂຶ້ນມອບຂໍ້ຕົກລົງແຕ່ງຕັ້ງຕາແສງ ໂດຍ ສອນສະໜຸກ ສີສຸລາດກຳມະການພັກແຂວງ ເລຂາຄະນະບໍລິຫານງານ ພັກເມືອງຂວາ ຂຶ້ນຮັບໂດຍ ປະທານຕາແສງ 5 ຕາແສງ ຕາມລຳດັບ.

ໂອກາດນິ້, ທ່ານ ສັນຕິແກ້ວຍະສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງແຕ່ລະຂັ້ນ ທີໄດ້ຍົກສູງຄວາມເປັນເຈົ້າການ ຮ່ວມແຮງຮ່ວມໃຈກັນ ບຸກບືນສູ້ຊົນຜ່ານຜ່າ ຄວາມຫຍຸງຍາກນາໆປະການ ຈົນສາມາດສ້າງໄດ້ທຸກເງື່ອນໄຂ ພ້ອມທັງເນັ້ນໃຫ້ເພີ່ມທະວີຄວາມສັກສິດ ແລະ ຄວາມໃກ້ຊິດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ: ເຮັດໃຫ້ແນວທາງຂອງພັກ ແລະ ກົດໝາຍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ, ວ່ອງໄວ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ໄດ້ຢ່າງທັນການ,ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ບຸກທະລຸແກ້ໄຂຄວາມທຸກຍາກ: ເປັນການດຶງດູດເອົາທຶນຮອນ, ເຕັກນິກວິຊາການ ແລະ ການບໍລິການຂອງລັດ ລົງໄປເຖິງຮາກຖານບ້ານ, ຊ່ວຍໃຫ້ປະ ຊາຊົນ ມີເງື່ອນໄຂສ້າງເສດຖະກິດຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງຍືນຍົງໃຫ້ທົ່ວເຖິງ, ຕໍ່ຄະນະພັກຕາແສງ (ພາກສ່ວນຈັດຕັ້ງປະຕິບັດ ແລະ ເປັນຂົວຕໍ່)ສ້າງຄວາມສາມັກຄີເປັນເອກະພາບ ພາຍໃນ ແລະ ເປັນຄັນທຸງນໍາພາທີ່ໜັກແໜ້ນ: ເນື່ອງຈາກເປັນກົງຈັກທີ່ສ້າງຕັ້ງຂຶ້ນໃໝ່, ຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ຕ້ອງໄດ້ຮັບການຫຼໍ່ຫຼອມໃຫ້ເປັນປຶກແຜ່ນແໜ້ນໜາ. ຕ້ອງຮີບຮ້ອນສ້າງລະບຽບການເຮັດວຽກ, ກົນໄກການປະສານງານ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ “ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ” ແລະ ສ້າງແບບແຜນວິທີເຮັດວຽກ ທີ່ຫັນທິດໄປຫາປະຊາຊົນ, ເຂົ້າຫາເພື່ອນມິດ ແລະ ຮາກຖານບ້ານ ຢ່າງແທ້ຈິງ.
ໃນພິທີ ອົງການປົກຄອງແຂວງຜົ້ງສາລີ ຍັງໄດ້ມອບງົບປະມານຈຳນວນເງິນ 245,500,000 ກີບ ແລະ ຄອມພີວເຕີ ພ້ອມປິ່ນເຕີ ຈຳນວນ 5 ຊຸດໃຫ້ເມືອງຂວາ ຂື້ນມອບໂດຍ ທ່ານ ກ່າວຮັບໂດຍ ທ່ານ ທະນູຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຂື້ນຮັບ ທ່ານ ຄໍາໄລ ສຸທິພອນ ປະທານຄະນະກໍາມະການປົກຄອງເມືອງ ແລະ ທະນາຄານພັດທະນາລາວ ມອບເງິນ 5 ລ້ານກີບ, ທະນາຄານສົງເສີມກະສິກໍາ 3 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ 1 ລ້ານກີບ, ທະນາຄານພັດທະນາຊົນນະບົດ 1 ລ້ານກີບ.ຈາກນັ້ນກໍ່ໄດ້ພ້ອມກັນຂື້ນຕັດແຖບຜ້າ ແລະ ລັນຄອງ 9 ບາດ ເປີດປ້າຍ ປະກາດສ້າງຕັ້ງ 5 ຕາແສງ ຢູ່ເມືອງຂວາຢ່າງເປັນທາງການ.
ຂ່າວ: ສອນໄຊ