Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງໃໝ່ -

ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງໃໝ່

ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງໃໝ່

     ຕອນເຊົ້າຂອງວັນທີ 6 ສິງຫາ ປີ 2026 ນີ້ ທີ່ສະໂມສອນໃຫ່ຍຂອງເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດ ພິທີປະກາດສ້າງຕັ້ງຕາແສງ ນຳ້ງາ, ຕາແສງຫົວເມິກ, ຕາແສງແສນເງິນ, ຕາແສງສົບຮຸນ ແລະ ຕາແສງປ່າລັນ ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານພິທີ ຂອງ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທະນຸຄຳ ປິດຈະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຮອງຫົວໜ້າຄະນະຮັບຜິດຊອບການສ້າງຕັ້ງຕາແສງຂັ້ນແຂວງ, ທ່ານ ພອນທະວີ ໄຊມົນຕີ ກຳມະການຄະນະປົກຄອງແຂວງ ເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງໃໝ່, ມີບັນດາທ່ານ ການນໍາ ຂັ້ນເມືອງ-ເມືອງອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະຮັບຜິດຊອບການສ້າງຕັ້ງຕາແສງຂັ້ນແຂວງ-ຂັ້ນເມືອງ, ບັນດາທ່ານພະນັກງານທີຖືກແຕ່ງຕັ້ງໄປປະຈຳການຕາແສງທີຂື້ນກັບເມືອງໃໝ່, ສອງກຳລັງ ປກຊ-ປກສ ພ້ອມດ້ວຍ ເລຂາພັກນາຍບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.


ທ່ານ ທອງຄູນ ໄຊຍະຄອນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອ ໄດ້ຂື້ນຜ່ານບົດລາຍງານການສ້າງຕັ້ງຕາແສງ ເມືອງໃໝ່ຕັ້ງຢູ່ທາງທິດໃຕ້ຂອງແຂວງຜົ້ງສາລີ ເປັນເມືອງທີ່ໃຕ້ສຸດຂອງແຂວງຜົ້ງສາລີຫ່າງຈາກເທດສະບານແຂວງເມືອງບຸນເໜືອ 210 km ມີເສັ້ນທາງຫຼວງແຫ່ງຊາດເລກທີ 2E ຜ່ານ ແລະ ມີເຂດແດນ, ຊາຍແດນຕິດກັບບັນດາເມືອງ, ແຂວງພາຍໃນປະເທດ ແລະ ຕ່າງປະເທດທິດເໜືອຕິດກັບ ເມືອງສໍາພັນ ທິດຕາເວັນຕົກຕິດກັບ ເມືອງຂວາ; ທິດໃຕ້ຕິດກັບ ເມືອງໂພນທອງ ແລະ ເມືອງງອຍ ແຂວງຫລວງພະບາງ; ທິດຕາເວັນອອກຕິດກັບ ແຂວງດຽນບຽນ ສສ ຫວຽດນາມ; ໃນທົ່ວເມືອງມີເນື້ອທີ່ທັງໝົດ 3,171km2, ເນື້ອທີ່ສ່ວນຫຼາຍເປັນພູດອຍກວມເຖິງ 90%, ພາຍໃນເມືອງໃໝ່ ປະກອບມີ 10 ກຸ່ມບ້ານພັດທະນາ, 78 ບ້ານ, ມີ 4,913 ຄອບຄົວ, ມີພົນລະເມືອງທັງໝົດ 28,317 ຄົນ, ຍິງ 13,936 ຄົນ, ປະກອບດ້ວຍ 10 ຊົນເຜົ່າທີ່ພາສາປາກເວົ້າແຕກຕ່າງກັນ ຕໍ່ພິທີຍັງໄດ້ຮັບຟັງ ມະຕິຍຸບຄະນະພັກຮາກຖານ, ຈາກນັ້ນຄະນະຮັບຜິດຊອບໄດ້ຂື້ນຜ່ານມະຕິຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງ ພ້ອມທັງຂື້ນກ່າວມອບ-ຮັບ ຂໍ້ຕົກລົງດັ່ງກ່າວ ຈາກນັ້ນ ທ່ານ ນາງ ແດງ ດວງວິສິດ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຂື້ນຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງຄະນະພັກຕາແສງ,ຜ່ານສະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລຂາ ຄະນະພັກ 5 ຕາແສງ, ຜ່ານຂໍ້ຕົກລົງແຕ່ງຕັ້ງປະທານ, ຮອງປະທານ ແລະ ຫົວໜ້າໜ່ວຍງານຕາແສງ ແລະ ຂື້ນກ່າວມອບ-ຮັບ ຂໍ້ຕົກລົງ.


ໃນໂອກາດນີ້, ທ່ານ ສັນຕິ ແກ້ວຍະສານ ໄດ້ໃຫ້ກຽດຂື້ນມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບການສ້າງຕັ້ງຕາແສງ ພ້ອມທັງເນັ້ນຕື່ມກ່ຽວກັບການສ້າງຕັ້ງຕາແສງໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການປ່ຽນແປງ ທາງດ້ານກົງຈັກການຈັດຕັ້ງ ຫຼື ເຂດແດນການປົກຄອງບໍລິຫານທົ່ວໄປເທົ່ານັ້ນ, ແຕ່ມັນແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ທາງດ້ານຍຸດທະສາດ, ແນວທາງຫັນທິດສູ່ຮາກຖານ ຂອງພັກ-ລັດ. ການມີກົງຈັກຂັ້ນຕາແສງ ຈະເປັນຂົວຕໍ່ອັນໜັກແໜ້ນ ແລະ ຍຸດທະສາດ ລະຫວ່າງ ຂັ້ນເມືອງ ກັບ ຂັ້ນບ້ານ ເພື່ອບັນລຸ 3 ຄາດໝາຍໃຫຍ່ ຄື: ເພີ່ມທະວີຄວາມສັກສິດ ແລະ ຄວາມໃກ້ຊິດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ເຮັດໃຫ້ແນວທາງຂອງພັກ ແລະ ກົດໝາຍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ, ວ່ອງໄວ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ໄດ້ຢ່າງທັນການ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ບຸກທະລຸແກ້ໄຂຄວາມທຸກຍາກ ເປັນການດຶງເອົາທຶນຮອນ, ເຕັກນິກວິຊາການ ແລະ ການບໍລິຫານຂອງລັດ ລົງໄປເຖິງຮາກຖານບ້ານ, ຊ່ວຍໃຫ້ປະຊາຊົນ ມີເງື່ອນໄຂສ້າງເສດຖະກິດຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ.


ໂອກາດນີ້ອົງການປົກຄອງ ແຂວງຜົ້ງສາລີ ຍັງໄດ້ມອບງົບປະມານຈຳນວນເງິນ 245,500,000 ກີບ ແລະ ຄອມພີວເຕີ ພ້ອມປິ່ນເຕີ ຈຳນວນ 5 ຊຸດ, ພ້ອມນັ້ນ ທະນາຄານພັດທະນາລາວປະຈຳແຂວງຜົ້ງສາລີ ແລະ ທະນາຄານພັດຊົນນະບົດປະຈຳເມືອງໃໝ່ ໄດ້ມອບເງິນຊ່ວຍເຫຼືອການສ້າງຕາແສງພາກສວນລະ 5,000,000 ກີບ ເພືອເປັນການປະກອບສ່ວນເຂົ້າໃນບໍລີຫານວຽກງານສ້າງຕັ້ງຕາແສງ ຢູ່ເມືອງໃໝ່ ໃຫ້ມີຜົນສຳເລັດ.
ຈາກນັ້ນກໍ່ໄດ້ພ້ອມກັນຂື້ນ ຕັດເທບຜ້າ, ລັນຄອງ 9 ບາດ, ເປີດປ້າຍ ສ້າງຕັ້ງ 5 ຕາແສງ ຢູ່ເມືອງໃໝ່ ຢ່າງເປັນທາງການ
ພາບ ຂ່າວ: ວັນວິໄລ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet