Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງສໍາພັນ, ແຂວງຜົ້ງສາລີ -

ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງສໍາພັນ, ແຂວງຜົ້ງສາລີ

ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງສໍາພັນ, ແຂວງຜົ້ງສາລີ

     ໃນຕອນເຊົ້າຂອງວັນທີ່ 7 ສີງຫາ 2026 ນີ້, ທີ່ສະໂມສອນເມືອງສໍາພັນ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດສ້າງຕັ້ງ 5 ຕາແສງທີ່ຂື້ນກັບ ເມືອງສໍາພັນ ໂດຍເປັນປະທານເຂົ້າຮ່ວມຂອງ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ,ມີທ່ານ ທະນູຄໍາ ປິດຈະວົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ,ມີທ່ານ ທອງຕື ເກຍສະບົງ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ມີການນຳຂັ້ນແຂວງ, ຂັ້ນເມືອງຕະຫຼອດຮອດຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ອະດີດຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ປະທານກູ່ມບ້ານ ແລະ ເລຂາພັກນາຍບ້ານໃນທົ່ວເມືອງ ເຂົ້າຮ່ວມ.


ໃນພິທີທ່ານ ນຸດ ໄຊຍະວົງ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງສໍາພັນ ໄດ້ລາຍງານສະພາບການກະກຽມ ແລະ ສ້າງຕັ້ງຕາແສງ ພາຍໃນເມືອງສໍາພັນວ່າ: ເມືອງສໍາພັນ ໄດ້ກຳນົດໃຫ້ມີທັງໝົດ 05 ຕາແສງ ຄື: 1.ຕາແສງ ຍາງເໜືອ ມີ 16 ບ້ານ, ພົນລະເມືອງ 4,794 ຄົນ, ຍິງ 2,373 ຄົນ,ສ ະຖານທີ່ຕັ້ງສໍານັກງານ ແມ່ນຕັ້ງຢູ່ ບ້ານຢາງເໜືອ 2. ຕາແສງນໍ້າຮາງ ມີ11 ບ້ານ,ພົນລະເມືອງ 6,484 ຄົນ, ຍິງ 3,055 ຄົນ; ສະຖານທີ່ຕັ້ງສໍານັກງານແມ່ນ ໄດ້ກໍານົດເອົາສໍານັກງານກຸ່ມບ້ານນໍ້າຮາງ ໃນປັດຈຸບັນຫ້ອງການກຸ່ມນໍ້າຮາງ, 3. ຕາແສງ ສະນໍາຮະ ມີ 12 ບ້ານ, ພົນລະເມືອງ 5,870 ຄົນ, ຍິງ 2,879 ຄົນ; ສະຖານທີ່ຕັ້ງສໍານັກງານຕາແສງຕັ້ງຢູ່ ບ້ານ ອາເຊີ,ແມ່ນໄດ້ກຳນົດເອົາ ສຸກສາລາຫຼັງເກົ່າ ຢູ່ບ້ານອາເຊີ ; 4.ຕາແສງ ນໍ້າລີ ມີ 6 ບ້ານ, ພົນລະເມືອງ 3,709 ຄົນ, ຍິງ 1,811 ຄົນ. ສະຖານທີ່ຕັ້ງສໍານັກງານໄດ້ກຳນົດເອົາໂຮງຮຽນປະຖົມຫຼັງເກົ່າ ຢູ່ບ້ານນ້ຳລີ ເປັນຫ້ອງການເຮັດວຽກ ແລະ 5.ຕາແສງ ແສນຄໍາ ມີ 17 ບ້ານ, ພົນລະເມືອງ 6,955 ຄົນ, ຍິງ 3,351 ຄົນ; ສະຖານທີ່ຕັ້ງສໍານັກງານຕາແສງຕັ້ງຢູ່ ບ້ານມູຈີກາງ ໄດ້ກໍານົດເອົາຫ້ອງການກຸ່ມຫຼັງເກົ່າ ຢູ່ບ້ານມູຈີກາງ.

ຜ່ານການເກັບກຳ ແລະ ສັງລວມດ້ານຂໍ້ມູນທັງ 5 ຕາແສງ ເຫັນວ່າຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ ຕາມຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເປັນຕົ້ນ ມີທີ່ຕັ້ງພູມສາດທີ່ເໝາະສົມແກ່ການປົກຄອງ ແລະ ການສະໜອງການບໍລິການຂອງລັດໃຫ້ແກ່ປະຊາຊົນ; ມີຈຳນວນພົນລະເມືອງ ຖຶກຕ້ອງຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ຕາມລະບຽບການ, ນອກຈາກນັ້ນໃນພິທີ ຍັງໄດ້ຜ່ານຂໍ້ຕົກ ລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການສ້າງຕັ້ງຕາແສງພາຍໃນແຂວງຜົ້ງສາລີ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການອະນຸມັດ ແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານ 5 ຕາແສງ ແລະ ຜ່ານຂໍ້ຕົກຂອງປະທານຄະນະກຳມະ ການປົກຄອງເມືອງ ວ່າດ້ວຍການ ແຕ່ງຕັ້ງປະທານ-ຮອງປະທານຄະນະກຳມະການປົກຄອງ 5 ຕາແສງ ໃນນີ້ ໄດ້ແຕ່ງຕັ້ງ ທ່ານ ບຸນຈັນ ລາວລີ ເປັນຮັກສາການ ປະ ທານຄະນະກຳມະການປົກຄອງ ຕາແສງຍາງເໜືອ, ທ່ານ ບຸນທອງ ໄຊຕິ່ງ ເປັນຮັກ ສາການ ປະທານ ຄະນະກຳມະການປົກຄອງຕາແສງນໍ້າຮາງ,ທ່ານ ພັນ ແກ້ວບັນດິດ ເປັນປະທານຄະນະກຳມະການປົກຄອງຕາແສງ ສະນໍາຮະ, ທ່ານ ບຸນໄຊ ຈິດທະວົງ ເປັນ ປະທານຄະນະກຳມະການປົກຄອງຕາແສງ ນໍ້າລີ ແລະ ທ່ານ ບຸນໄຊ ເປົ່ານາມ ເປັນຮັກສາການປະທານຄະນະກຳມະການປົກຄອງຕາແສງ ແສນຄໍາ, ພ້ອມນັ້ນໄດ້ມີການແຕ່ງຕັ້ງ ຫົວໜ້າໜ່ວຍງານ, ພະນັກງານຊ່ວຍວຽກໃນ 5 ຕາແສງ ຕື່ມອີກ.


ການປະກາດສ້າງຕັ້ງ 5 ຕາແສງ ຄັ້ງນີ້ ໄດ້ມີການມອບມະຕິ ແລະ ຂໍ້ຕົກລົງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ,ຈາກນັ້ນ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ,ໄດ້ມີຄຳເຫັນເນັ້ນໃຫ້ຄະນະພັກ,ຄະນະກຳ ມະການປົກຄອງແຂວງ, ຄະນະກຳມະການປົກຄອງ ເມືອງ,ທຸກຂະແໜງການກ່ຽວ ຂ້ອງ,ໃຫ້ສຸມໃສ່ ເຜີຍແຜ່,ເຊື່ອມຊຶມ,ນິຕິກຳທີ່ຕິດພັນ ກັບຂະແໜງການຕົນຢູ່ຂັ້ນຕາແສງ; ພ້ອມນີ້ໃຫ້ເອົາໃຈໃສ່ ປັບປຸງວຽກພັກ ປັບປຸງວຽກລັດ ໂດຍສະເພາະການແບ່ງຄວາມຮັບຜິດຊອບ ບັນດາໜ້າວຽກ ລະຫວ່າງ ພະແນກການຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານຕໍ່ຊຸມຊົນໃຫ້ຂາດຕົວ ບໍ່ໃຫ້ຊໍ້າຊ້ອນກັນ ແລະ ປະຕິບັດລະບອບລະບຽບການ ແລະ ກົນໄກປະສານງານ ລະຫວ່າງ ແຂວງ,ເມືອງ ແລະ ຕາແສງ ໃນການປະສານງານ ໃຫ້ມີຄວາມສອດຄ່ອງຕາມທິດ ມອບວຽກ-ມອບ ຄວາມຮັບຜິດຊອບໃຫ້ເມືອງ ແລະ ຕາແສງ ຫຼາຍຂຶ້ນ ໂດຍສະເພາະຂະແໜງການສາຍ ຕັ້ງຕ້ອງໄດ້ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມວຽກງານຂອງຕົນຢູ່ຂັ້ນຮາກ ຖານໃຫ້ເປັນປົກ ກະຕິຕໍ່ເນື່ອງ;ເອົາໃຈໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ່ ເຂັ້ມແຂງ ໜັກແໜ້ນ ເພື່ອສາມາດນໍາພາ-ຄຸ້ມຄອງ ແລະ ບໍລິຫານລັດຢູ່ຕາແສງ ປະຕິ ບັດຕາມ ລະບຽບກົດໝາຍ ໃຫ້ມີຄວາມສັກສິດ,ໂປ່ງໃສ ແລະ ມີຄວາມຍຸຕິທຳ;ພ້ອມນີ້ ຮຽກຮອງຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ ປະຈຳຢູ່ແຕ່ລະຕາແສງ ພ້ອມກັນສຸມໃສ່ປະຕິບັດວຽກງານໃຫ້ມີຜົນສຳເລັດ ຮັບປະກັນເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາ ຊົນດີຂື້ນກວ່າເກົ່າ. ຕອນທ້າຍ ທ່ານ ທະນູຄໍາ ປິດຈະວົງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຕາງໜ້າການນຳຂອງແຂວງ ມອບຄອມພີວເຕີຈໍານວນ 5 ຊຸດ ແລະ ເງີນຊຸກຍູ້ບໍລິຫານວຽກງານໃຫ້ທັງ 5 ຕາແສງຈຳນວນ 245,500.000 ລ້ານກີບ,ແລະ ຕ່າງໜ້າທະນາຄານພັດທະນາລາວກໍ່ໄດ້ມອບເງິນຕືມອີກຈໍານວນ 5 ລ້ານກີບ ທັງໄດ້ຮ່ວມຕັດແທບພາເປີດປ້າຍ ແລະ ລັ່ນຄ້ອງ 9 ບາດເພື່ອປະກາດທັງ 5 ຕາແສງຢ່າງເປັນທາງການ.
ຂ່າວໂດຍ: ຄໍາຮຸ່ງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet