Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ພິທີປະກາດສ້າງຕັ້ງ 5 ຕາແສງ ທີ່ຂື້ນກັບເມືອງຍອດອູ, ແຂວງຜົ້ງສາລີ -

ພິທີປະກາດສ້າງຕັ້ງ 5 ຕາແສງ ທີ່ຂື້ນກັບເມືອງຍອດອູ, ແຂວງຜົ້ງສາລີ

ພິທີປະກາດສ້າງຕັ້ງ 5 ຕາແສງ ທີ່ຂື້ນກັບເມືອງຍອດອູ, ແຂວງຜົ້ງສາລີ

     ພິທີປະກາດສ້າງຕັ້ງ 5 ຕາແສງຢູ່ເມືອງຍອດອູ ຄື: ຕາແສງ ລານຕຸ້ຍ, ຕາແສງ ອູເໜືອ, ຕາແສງ ສຸມຄຳ, ຕາແສງ ມາລີເຖົາ ແລະ ຕາແສງ ອູໃຕ້ ທີ່ຂຶ້ນກັບເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ສິງຫາ ປີ 2026 ທີ່ ເດີ່ນສັງຂານ ຂອງເມືອງຍອດອູ, ໂດຍການເຂົ້າຮ່ວມເປັນຄະນະປະທານພິທີຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຜົ້ງສາລີ ຫົວໜ້າຄະນະການສ້າງຕັ້ງຕາແສງຂັ້ນແຂວງ ມີ ທ່ານ ພົຈວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຜົ້ງສາລີ,ມີ ສົມຫວັງ ສຸມວິໄລ ກໍາມະການພກແຂວງ ເລຂາຄະນະບໍລີຫານງານພັກເມືອງ,ມີ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານ ຄະນະກຳມະການປົກຄອງເມືອງຍອດອູ, ມີ ທ່ານ ປອ ວັນໄຊ ແສນຍອດ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ຄະນະການປະກາດສ້າງຕັ້ງຕາແສງ ມີບັນດາ ທ່ານ ກຳມະການພັກແຂວງ, ຄະນະປະຈຳພັກເມືອງ ກຳມະການພັກເມືອງ,ຫົວໜ້າຫ້ອງການ ພະນັກງານຫຼັກແຫ່ຼງຂອງເມືອງ ກຳລັງ ປກຊ-ປກສ ເມືອງ, ອາດີດການນໍາເມືອງ,ຜູ້ຕາງໜ້າລັດວິສາຫະກິດ ຄະນະຮັບຜິດຊອບການສ້າງຕັ້ງຕາແສງ ແລະ ຜູ້ທີ່ຖຶກແຕ່ງໄປປະຈຳການຢູ່ຕາແສງ, ເລຂາພັກບ້ານອ້ອມຂ້າງເທດສະບານເມືອງ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເທດສະບານເມືອງເຂົ້າຮ່ວມ.


ກ່ອນເປີດພິທີ ອັນມີຄວາມໝາຍສຳຄັນດັ່ງກ່າວໄດ້ ຮັບຊົມການສະແດງສີລະປະໜ່ວຍວັນນະຄະດີຂອງເມືອງ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ທ່ານ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານ ຄະນະກຳມະການປົກຄອງເມືອງຍອດອູ ໄດ້ຂື້ນລາຍງານຫຍໍ້ ສະພາບຈຸດພິເສດຂອງເມືອງ ແລະ ຄວາມພ້ອມໃນການ ປະກາດສ້າງຕັ້ງຕາແສງຂອງເມືອງ. ເມືອງຍອດອູເປັນເມືອງຕັ້ງຢູ່ເໜືອສຸດຂອງແຂວງຜົ້ງສາລີ ມີເສັ້ນທາງຫຼວງ1A ຜ່ານແຕ່ເໜືອຮອດໃຕ້,ມີເນື້ອທີ່3,105.59 ກິໂລແມັດ,​ 79% ເປັນພູດອຍ,ມີ 9 ເທດສະບານ ແລະ 8 ກຸມ ປະກອບມີ 73 ບ້ານ,ມີ 6,260 ຄົວເຮືອນ,ມີ 8,694 ຄອບຄົວ,ມີພົນລະເມືອງທັງໝົດ 34,596 ຄົນ, ຍິງ 16,931 ຄົນ,ປະກອບມີ 10 ຊົນເຜົ່າຄື:ເຜົ່າລື້ກວມ 31,28%, ເຜົ່າອີວມຽນກວມ 29,55% ເຜົ່າຫໍ້ກວມ 3,17% ເຜົ່າອາຄາກວມ 16,09% ເຜົ່າສີດາກວມ 7,06% ເຜົ່າໂລໂລໂພກວມ 3,78% ເຜົ່າໄທເໜືອກວມ 2,42% ເຜົ່າຢັ້ງກວມ 1,84% ເຜົ່າຮ່າຢີກວມ 2,26% ແລະ ເຜົ່າພຄນ້ອຍກວມ 2,13% ໄດ້ສ້າງຕັ້ງເປັນ 5 ຕາແສງຄື:ຕາແສງອູໃຕ້,ຕາແສງສຸມຄຳ,ຕາແສງອູເໜືອ,ຕາແສງລານຕຸ້ຍ ແລະ ຕາແສງມາລີເຖົາ,ໂຄງປະກອບບຸກຄະລາກອນລວມມີ 65 ທ່ານ,ຍິງ2 ທ່ານ.


ຈາກນັ້ນຄະນະຮັບຜິດຊອບການສ້າງຕັ້ງຕາແສງໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການຍຸບຄະນະພັກຮາກຖານກຸ່ມ, ຜ່ານມະຕິ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງວ່າດ້ວຍການສ້າງຕັ້ງຕາແສງ ຂື້ນມອບຂໍ້ຕົກລົງໂດຍ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫົວໜ້າຄະນະການປະກາດການສ້າງຕັ້ງຕາແສງ ກ່າວຮັບໂດຍ ທ່ານ ສົມຫວັງ ສຸມວີໄລ ກຳມະການພັກແຂວງ, ເລຂາຄະນະບໍລີຫານງານພັກເມືອງຍອດອູ ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງຄະນະພັກຕາແສງ,ຜ່ານສະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກ 5 ຕາແສງ ຄື: ຕາແສງ ລານຕຸ້ຍ, ຕາແສງ ອູເໜືອ, ຕາແສງ ສຸມຄຳ, ຕາແສງ ມາລີເຖົາ ແລະ ຕາແສງ ອູໃຕ້ ທີ່ຂຶ້ນກັບເມືອງຍອດອູ ແຂວງຜົ້ງສາລີ ຂຶ້ນມອບຂໍ້ຕົກລົງແຕ່ງຕັ້ງຕາແສງ ໂດຍ ທ່ານ ສົມຫວັງ ສຸມວີໄລ ກຳມະການພັກແຂວງ ເລຂາຄະນະບໍລີຫານງານພັກເມືອງຍອດອູ ຂຶ້ນຮັບໂດຍບັນດາ ທ່ານ ຜູ້ທີ່ຖືກແຕ່ງຕັ້ງໄປປະຈຳການຢູ່ຕາແສງ ໃນພິທີຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງຄະນະພັກຕາແສງ,ຜ່ານສະຕິຕົກລົງວ່າດ້ວຍການບົງຕົວແຕ່ງຕັ້ງເລຂາ,ຮອງເລຂາ,ຄະນະພັກຕາແສງຕື່ມອິກ ຂຶ້ນມອບມະຕິຕົງລົງໂດຍ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານ ຄະນະກຳມະການປົກຄອງເມືອງຍອດອູ ຂຶ້ນຮັບໂດຍບັນດາ ທ່ານ ຜູ້ທີຖຶກແຕ່ງຕັ້ງຕາມລຳດັບ.


ໃນພິທີ ທ່ານ ພົຕ ສົມພອນ ມິດຕະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອຳນາດການປົກຄອງແຕ່ລະຂັ້ນ ທີໄດ້ຍົກສູງຄວາມເປັນເຈົ້າການ ຮ່ວມແຮງຮ່ວມໃຈກັນ ບຸກບືນສູ້ຊົນຜ່ານຜ່າ ຄວາມຫຍຸງຍາກນາໆປະການ ຈົນສາມາດສ້າງໄດ້ທຸກເງື່ອນໄຂ ພ້ອມທັງເນັ້ນໃຫ້ເພີ່ມທະວີຄວາມສັກສິດ ແລະ ຄວາມໃກ້ຊິດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ: ເຮັດໃຫ້ແນວທາງຂອງພັກ ແລະ ກົດໝາຍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ, ວ່ອງໄວ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ໄດ້ຢ່າງທັນການ,ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ບຸກທະລຸແກ້ໄຂຄວາມທຸກຍາກ: ເປັນການດຶງດູດເອົາທຶນຮອນ, ເຕັກນິກວິຊາການ ແລະ ການບໍລິການຂອງລັດ ລົງໄປເຖິງຮາກຖານບ້ານ, ຊ່ວຍໃຫ້ປະ ຊາຊົນ ມີເງື່ອນໄຂສ້າງເສດຖະກິດຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງຍືນຍົງໃຫ້ທົ່ວເຖິງ,ຕໍ່ຄະນະພັກຕາແສງ (ພາກສ່ວນຈັດຕັ້ງປະຕິບັດ ແລະ ເປັນຂົວຕໍ່) ສ້າງຄວາມສາມັກຄີເປັນເອກະພາບ ພາຍໃນ ແລະ ເປັນຄັນທຸງນຳພາທີ່ໜັກແໜ້ນ: ເນື່ອງຈາກເປັນກົງຈັກທີ່ສ້າງຕັ້ງຂຶ້ນໃໝ່, ຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ຕ້ອງໄດ້ຮັບການຫຼໍ່ຫຼອມໃຫ້ເປັນປຶກແຜ່ນແໜ້ນໜາ. ຕ້ອງຮີບຮ້ອນສ້າງລະບຽບການເຮັດວຽກ, ກົນໄກການປະສານງານ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ “ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ” ແລະ ສ້າງແບບແຜນວິທີເຮັດວຽກ ທີ່ຫັນທິດໄປຫາປະຊາຊົນ, ເຂົ້າຫາເພື່ອນມິດ ແລະ ຮາກຖານບ້ານ ຢ່າງແທ້ຈິງ.
ໃນພິທີ ອົງການປົກຄອງແຂວງຜົ້ງສາລີ ຍັງໄດ້ມອບງົບປະມານຈຳນວນເງິນ 245,500,000 ກີບ ແລະ ຄອມພີວເຕີ ພ້ອມປິ່ນເຕີ ຈຳນວນ 5 ຊຸດ​ໃຫ້ເມືອງຍອດອູ ຂຶ້ນມອບໂດຍ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຜົ້ງສາລີ ຫົວໜ້າຄະນະການສ້າງຕັ້ງຕາແສງຂັ້ນແຂວງ ກ່າວຮັບໂດຍ ທ່ານ ສົມຫວັງ ສຸມວີໄລ ກຳມະການພັກແຂວງ ເລຂາຄະນະບໍລີຫານງານພັກເມືອງຍອດອູ ແລະ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານ ຄະນະກຳມະການປົກຄອງເມືອງຍອດອູ. ຈາກນັ້ນກໍ່ໄດ້ພ້ອມກັນຂຶ້ນຕັດເທບຜ້າ ແລະ ລັນຄອງ 9 ບາດ ເປີດປ້າຍ ສ້າງຕັ້ງ 5 ຕາແສງຢູ່ເມືອງຍອດອູ ຢ່າງເປັນທາງການ
ພາບ,ຂ່າວ:ຍີນໄຊ ສີບຸນເຮືອງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet