
ພິທີປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງບຸນໃຕ້ ແຂວງຜົ້ງສາລີ
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2026 ນີ້. ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ບຸນໃຕ້ ແຂວງຜົ້ງສາລີ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ພົວ. ຄໍາຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ທອງສິງ ອິນທະແສງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງບຸນໃຕ້, ປະທານຄະນະກຳມະການ ປກຊ-ປກສ ຂັ້ນເມືອງ, ເຂົ້າຮ່ວມມີບັນດາສະຫາຍກຳມະການພັກແຂວງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫົວໜ້າກອງບັນຊາການປກຊ-ປກສ, ປະທານແນວລາວສ້າງສ້າງຊາດ, ປະທານສະຫະພັນນັກຮົບເກົ່າ, ເລຂາ-ປະທານອົງການຈັດຕັ້ງມະຫາຊົນ, ອາດີດການນໍາ-ພະນັກງານບໍານານ, ເລຂາຄະນະພັກຮາກຖານກຸ່ມບ້ານ, ເລຂາພັກນາຍບ້ານທົ່ວເມືອງ ຕະຫຼອດຮອດພະນັກງານງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄໍາຫຼ້າ ດວງມະໄລ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ຄະນະຮັບຜິດຊອບສ້າງຕັ້ງຕາແສງຂັ້ນເມືອງ ໄດ້ຂຶ້ນຜ່ານບົດລາຍງານການກະກຽມສ້າງຕັ້ງຕາແສງຂອງເມືອງ ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ເມືອງບຸນໃຕ້ ປະກອບມີ 06 ກຸ່ມບ້ານ, 65 ບ້ານ ມີພົນລະເມືອງ 30,248 ຄົນ, ຍິງ 14,742 ຄົນ; ໃນນີ້ ສ້າງຕັ້ງເປັນ 05 ຕາແສງຄື: 1. ຕາແສງບຸນຍອງ ລວມມີ 19ບ້ານຄື:ບ້ານ ບຸນຍອງ, ບ້ານບຸນໃຕ້, ບ້ານນາຫວາຍ, ບ້ານໂພທອງ, ບ້ານໂນນພູເມືອງ, ບ້ານໂນນບຸນກາງ, ບ້ານ ແສນອິນໃໝ່, ບ້ານນາໄຊ,ບ້ານ ເພຍເຫຼັກ, ບ້ານ ນໍ້າລານນ້ອຍ, ບ້ານ ຊິງໄຊ, ບ້ານຫ້ວຍຄອງ, ບ້ານຈາຫໍ, ບ້ານ ເພຍສຸ, ບ້ານຫາດງາມ, ບ້ານຫາດເສັດ, ບ້ານຜົ້ງກູ້, ບ້ານ ຈາແມ້ ແລະ ບ້ານ ກົກຄໍ້ນ້ອຍ, ມີເນື້ອທີ່ທັງໝົດ 47,21 Km², ມີພົນລະເມືອງທັງໝົດ 11.376 ຄົນ ຍິງ 5.773 ຄົນ, ປະກອບມີ 09 ເຜົ່າຄື: ເຜົ່າລາວ, ເຜົ່າລື້, ເຜົ່າຢັ້ງ, ເຜົ່າກຶມມຸ, ເຜົ່າພູນ້ອຍ, ເຜົ່າອາຄາ, ເຜົ່າມົ້ງ ແລະ ເຜົ່າບິດ; 2.ຕາແສງພູຜາເຜິ້ງ ລວມມີ 10 ບ້ານຄື:ບ້ານ ສະໂນໃໝ່, ບ້ານ ອາຢາ, ບ້ານ ຈຸລາວແສນເກົ່າ, ບ້ານຈຸລາວແສນໃໝ່, ບ້ານ ປູລີເກົ່າ, ບ້ານສະໂນເກົ່າ, ບ້ານ ສະໜາມຢາງປາ, ບ້ານ ນໍ້າກວ້າງ, ບ້ານມູຈີ່ນໍ້າປ໋ອກ ແລະ ບ້ານອາໂຈນໍ້າປ໋ອກ., ມີເນື້ອທີ່ທັງໝົດ 21,16 Km², ມີພົນລະເມືອງທັງໝົດ 3.704 ຄົນ ຍິງ 1.762 ຄົນ, ປະກອບມີ 2 ເຜົ່າຄື: ເຜົ່າອາຄາ ແລະ ເຜົ່າມົ້ງ.; 3. ຕາແສງສຳພັນໄຊ ລວມມີ 12 ບ້ານຄື:ບ້ານ ສໍາພັນໄຊ, ບ້ານ ອີເປີຈິງ, ບ້ານ ປູລີໃໝ່, ບ້ານ ເຕີກາ, ບ້ານ ເຈີຢາ, ບ້ານ ກ່າວສານ, ບ້ານ ແສນອິນຫຼວງ, ບ້ານ ຈາຄໍາລື, ບ້ານ ນານໍ້າ, ບ້ານ ເຊັ່ງກາງ, ບ້ານລົງທາງ ແລະ ບ້ານພູຄໍ້. ມີເນື້ອທີ່ທັງໝົດ 33,46Km², ມີພົນລະເມືອງທັງໝົດ 5.376 ຄົນ ຍິງ 2.653 ຄົນ, ປະກອບມີ04 ເຜົ່າຄື: ເຜົ່າຫໍ້, ເຜົ່າກຶມມຸ, ເຜົ່າພູນ້ອຍ ແລະ ເຜົ່າອາຄາ; 4.ຕາແສງລ້ອງນາຍ ລວມມີ 16 ບ້ານຄື: ບ້ານລ້ອງນາຍເກົ່າ, ບ້ານລ້ອງນາຍໃໝ່, ບ້ານປາງໄຄ້, ບ້ານລາວກູ້ໃໝ່, ບ້ານລາວກູ້ເກົ່າ, ບ້ານຜິວເຈີ, ບ້ານບໍ່ຫາດ, ບ້ານບໍ່ນ້ອຍ, ບ້ານນາມາກ, ບ້ານຈາຫຼວງໃໝ່, ບ້ານມູຈີ່ຫ້ວຍສ້ານ, ບ້ານນໍ້າຂຸ່ນໃໝ່, ບ້ານອາເນັ່ງ, ບ້ານຫ້ວຍຫວາຍ, ບ້ານນໍ້າຫີນ ແລະ ບ້ານນໍ້າບານ. ມີເນື້ອທີ່ທັງໝົດ 36,21 Km², ມີພົນລະເມືອງທັງໝົດ 6,791 ຄົນ ຍິງ 3.291 ຄົນ, ປະກອບມີ 05 ເຜົ່າຄື: ເຜົ່າຢັ້ງ, ເຜົ່າກຶມມຸ, ເຜົ່າພູນ້ອຍ, ເຜົ່າອາຄາ ແລະ ເຜົ່າມົ້ງ; 5.ຕາແສງຈາຄຳແດງ ລວມມີ 8 ບ້ານຄື: ບ້ານຈາຄໍາແດງ, ບ້ານສະໂນນໍ້າລານ, ບ້ານທ້າວດວງ, ບ້ານຈາຄໍາຊາວ, ບ້ານມູນຕືນ, ບ້ານສະປາ, ບ້ານ ນາແຕນ ແລະ ບ້ານ ຈາຫຼວງລີ. ມີເນື້ອທີ່ທັງ ໝົດ 23,41 Km², ມີພົນລະເມືອງທັງໝົດ 2.695 ຄົນ ຍິງ 1.343 ຄົນ, ປະກອບມີ 03 ເຜົ່າຄື: ເຜົ່າອາຄາ, ເຜົ່າຢັ້ງ ແລະ ເຜົ່າບິດ. ພ້ອມນັ້ນກໍໄດ້ຄົ້ນຄວ້າ ປະກອບບຸກຄະລາກອນເຂົ້າໃນແຕ່ລະຕາແສງ ຕາມການກຳນົດຂອງຄຳແນະນຳກ່ຽວກັບການສ້າງຕາແສງ.

ຈາກນັ້ນ, ທ່ານ ກຸ່ມແສງ ວັນນະວົງ ຮອງຫົວໜ້າຫ້ອງວ່າການແຂວງຜົ້ງສາລີ ຂຶ້ນຜ່ານມະຕິ ຍູບຄະນະພັກຮາກຖານກຸ່ມ ແລະ ຜ່ານຂໍ້ຕົກລົງຂອງປະທານອົງການປົກຄອງແຂວງວ່າດ້ວຍການສ້າງຕັ້ງຕາແສງ ພ້ອມທັງ ມອບຂໍ້ຕົກລົງການສ້າງຕາແສງຂອງເມືອງບຸນໃຕ້ ເປັນກຽດກ່າວມອບໂດຍ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ ແລະ ເປັນກຽດກ່າວຮັບໂດຍທ່ານ ທອງສິງ ອິນທະແສງ ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ປະທານຄະນະກຳມະການ ປກຊ-ປກສ ຂັ້ນເມືອງ.

ພ້ອມກັນນັ້ນ, ທ່ານ ບຸນສາລີ ແສງດາວົງ ກຳມະການໃນຄະນະປະຈຳພັກເມືອງ, ຫົວໜ້າຄະນະ ຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຕາແສງ ແລະ ແຕ່ງຕັ້ງບຸກຄະລາກອນ ເພື່ອບັນຈຸເຂົ້າ ໃນກົງຈັກການຈັດຕັ້ງຂອງທັງ 5 ຕາແສງ. ໂດຍເຫັນດີແຕ່ງ ຕັ້ງ 1. ທ່ານ ພອນຄຳ ສຸລິວົງ ກໍາມະການພັກເມືອງ, ເປັນປະທານ ຕາແສງບຸນຍອງ; 2. ທ່ານ ບຸນຫຼ້າ ພົມສະຫວັນ ກໍາມະການພັກເມືອງ ເປັນປະທານຕາແສງພູຜາເຜິ້ງ; 3. ທ່ານ ສົມລິດ ມະນີທໍາ ກໍາມະການພັກເມືອງ ເປັນປະທານຕາແສງຈາຄຳແດງ; 4. ທ່ານ ເພັດ ອະນະ ເປັນປະທານຕາແສງລ້ອງນາຍ; 5. ທ່ານ ສົມລິດ ຄຳແສນວົງ ເປັນປະທານຕາແສງສຳພັນໄຊ ແລະ ແຕ່ລະຕາ ແສງປະກອບມີ ຮອງປະທານ 02 ທ່ານ, ກໍາມະການ 05 ທ່ານ ແລະ ພະນັກງານວິຊາການຊ່ວຍວຽກ 05 ທ່ານ ພ້ອມທັງມອບຂໍ້ຕົງລົງ 5 ຕາແສງຢ່າງເປັນທາງການ ໂດຍເປັນກຽດກ່າວມອບຂອງ ທ່ານ ທອງສິງ ອິນທະແສງ ແລະ ເປັນກຽດຂຶ້ນຮັບໂດຍບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງເປັນປະທານຕາແສງຕາມລໍາດັບ.

ພິທີທີ່ມີຄວາມໝາຍສໍາຄັນນີ້ ທ່ານ ບຸນທະວີ ສໍສຸກັນ ກໍາມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານຂັ້ນແຂວງ ຍັງໄດ້ໂອ້ລົມຕໍ່ພິທີ ເຊິງກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບການສ້າງຕັ້ງຕາແສງທຸກຂັ້ນ ພ້ອມທັງເນັ້ນໃຫ້ຄະນະພັກເມືອງບູນໃຕ້ ແລະ ຄະນະພັກຕາແສງໃຫ້ເລັ່ງປັບປຸງການຈັດຕັ້ງໃນລະບົບການເມືອງຢູ່ ຕາແສງ ແລະ ບ້ານໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂດຍ ສຸມໃສ່ປັບປຸງກໍ່ສ້າງຮາກຖານພັກ ແລະ ການ ຂະຫຍາຍສະມາຊິກພັກໃຫ້ມີຄຸນະພາບ ຍົກສູງລັກສະນະນໍາ ໜ້າເປັນແບບຢ່າງ ແລະ ຄວາມສາມາດນໍາພາ ຂອງຄະນະພັກຢູ່ຮາກຖານ ໄປພ້ອມກັບການເອົາໃຈໃສ່ ຢ່າງຕັ້ງໜ້າ ໃນ ການຂະຫຍາຍພັກໃນຮາກຖານປະຊາຊົນ, ສຸມໃສ່ສ້າງເມືອງໃຫ້ເຂັ້ມແຂງຮອບດ້ານ ເປັນຜູ້ນໍາພາ-ຊີ້ນໍາ-ບັນຊາ ແລະ ຄຸ້ມຄອງ ໂດຍກົງ, ສ້າງຕາແສງໃຫ້ເປັນຫົວໜ່ວຍຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຢູ່ຂັ້ນບ້ານ ໃຫ້ໄດ້ຢ່າງເຖິງຖອງ; ເສີມຂະຫຍາຍປະຊາທິປະໄຕ ເພື່ອຍົກສູງສິດເປັນເຈົ້າຂອງຮາກຖານ ໂດຍການສ້າງເງື່ອນໄຂໃຫ້ປະຊາຊົນ, ຊຸມຊົນໄດ້ເຂົ້າຮ່ວມການປຶກສາຫາລື ແລະ ຕົກລົງບັນຫາໃຫ້ຫຼາຍຂຶ້ນ, ຫັນທິດສູ່ຮາກຖານ ໃກ້ສິດປະຊາຊົນ ແລະ ຊີ້ນຳຢ່າງເປັນລະບົບ, ສ້າງຄວາມສາມັກຄີເປັນເອກະພາບພາຍໃນ ແລະ ເປັນຄັນທຸງນຳພາທີ່ໜັກແໜ້ນ, ເປັນເຈົ້າການນຳພາ ພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາການຈັດຕັ້ງປະຕິບັດ, ເປັນຂົວຕໍ່ປຸກລະດົມມະຫາສາມັກຄີ ແລະ ກຳລັງແຮງທົ່ວປວງຊົນ; ພ້ອມກັນນັ້ນ, ຕ້ອງຕັ້ງໜ້າປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຕື່ນຕົວ, ສະໝັກໃຈ ເຂົ້າຮ່ວມທຸກຂະບວນການວຽກງານລວມຂອງຕາແສງ ແລະ ຂອງເມືອງໃຫ້ປະກົດຜົນເປັນຈິງ.

ໃນພິທີ ການນຳຂັ້ນແຂວງຍັງໄດ້ມອບງົບປະມານ ແລະ ອຸປະກອນຮັບໃຊ້ວຽກງານຈຳນວນໜຶ່ງໃຫ້ທັງ 5 ຕາແສງ ແລະ ພ້ອມກັນເຂົ້າຮ່ວມ ຕັດແຖບຜ້າ, ເປີດປ້າຍ, ລັ່ນຄອງ 09 ບາດ ເພື່ອເປັນການຢັ້ງຢືນ ແລະ ເປັນສິລິມຸງຄຸນໃຫ້ແກ່ການປະກາດສ້າງຕັ້ງ 5 ຕາແສງຂອງເມືອງບຸນໃຕ້ ແຂວງຜົ້ງສາລີ ໃນຄັ້ງນີ້.
ພາບ-ຂ່າວ: ພອນສະໄໝ ລາວລີ