ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປີດຮຽນເອກະສານສະໜັບສະໜຸນໃຫ້ມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ ຊຸດ ທີ lll ປີ 2026

ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ເປີດຮຽນເອກະສານສະໜັບສະໜຸນໃຫ້ມະຫາຊົນກ້າວໜ້າ ເພືອຂະຫຍາຍເຂົ້າພັກ ຊຸດ ທີ lll ປີ 2026
     ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 4 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຮຽນສະໜັບສະໜຸນ ຂອງ ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ເຂົ້າຮ່ວມໃນພິທີມີຄະນະຮັບຜິດຊອບ ແລະ ມີບັນດາສະຫາຍ ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ທີ່ມາຈາກໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງແຂວງຜົ້ງສາລີ ເຂົ້າຮຽນສະໜັບສະໜູນຈຳນວນ 7 ສະຫາຍ, ຍິງ 3 ສະຫາຍ.

     ໃນພິທີ ຄະນະຈັດຕັ້ງພິທີ ໄດ້ສະເໜີຈຸດປະສົງ ແລະ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ສະບັບເລກທີ 413/ຄພຂ, ລົງວັນທີ 10 ສິງຫາ 2026.
     ຈາກນັ້ນ ສະຫາຍ ສະຫາຍ ບຸນສຸລີ ໂລມາ ຮອງເລຂາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ໄດ້ມີຄຳເຫັນກ່າວເປີດພິທີ ພ້ອມທັງເຜີຍແຜ່ເອກະສານ ເປັນຕົ້ນແມ່ນເນື້ອໃນເອກະສານອົບຮົມມະຫາຊົນຜູ້ທີ່ຈະສະຫຍາຍເຂົ້າພັກ ມີ 20 ຄຳຖາມ-ຄຳຕອບ ແລະ ຂໍ້ຫ້າມຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII. ທັງນີ້ກໍ່ເພືອເຮັດໃຫ້ມະຫາຊົນກ້າວໜ້າ ຜູ້ທີ່ຈະຂຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກ ໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ສະມາຊິກພັກ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ, ບົນພື້ນຖານຄວາມຮັບຮູ້ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຕະຖານ, ເງື່ອນໄຂຄົບຖວ້ນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.
     ພາຍຫຼັງສຳເລັດການເຜີຍແຜ່ເອກະສານ ສະຫາຍ ບຸນສຸລີ ໂລມາ ຮອງເລຂາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ກໍໄດ້ມີຄຳເຫັນດນັ້ນໜັກ ແລະ ໂອ້ລົມຕໍ່ບັນດາສະຫາຍມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າດປັນສະມາຊິກພັກ ແລະ ໄດ້ມອບໃບຢັ້ງຢືນການຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກ ທັງ 7 ສະຫາຍອີກດ້ວຍ.
ຂ່າວ: ຍີນໄຊ ສີບຸນເຮືອງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet