
ພິທີປະກາດສ້າງຕັ້ງຕາແສງນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ
ວັນທີ 02 ກັນຍາ 2026 ເມືອງສຳພັນ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງນໍ້າຮາງ ເປັນຕາແສງທີ 3 ຂອງເມືອງ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບູນຮຽງ ແສນສຸລິນ ຮອງເລຂາພັກເມືອງ, ປະທານກວດກາພັກ-ອົງການກວດກາລັດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີທ່ານ ບຸນທອງ ໄຊຕິ່ງ ຮັກສາການປະທານຄະນະກໍາມະການປົກຄອງຕາແສງນໍ້າຮາງ, ມີຄະນະຮັບຜິດຊອບການສ້າງຕັ້ງຕາແສງຂັ້ນເມືອງ, ພະນັກງານປະຈຳຕາແສງ, ເລຂາພັກນາຍບ້ານ 11 ບ້ານທີຂຶ້ນກັບຕາແສງນໍ້າຮາງ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວບ້ານນໍ້າຮາງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນທອງ ໄຊຕິ່ງ ຮັກສາການປະທານຄະນະກຳມະການປົກຄອງຕາແສງນໍ້າຮາງ ໄດ້ຂຶ້ນຜ່ານບົດລາຍ ງານການສ້າງຕັ້ງຕາແສງນໍ້າຮາງ, ເມືອງສໍາພັນ, ແຂວງຜົ້ງສາລີ ຊຶ່ງຕາແສງນໍ້າຮາງ ຕັ້ງຢູ່ບ້ານນໍ້າຮາງ ຫ່າງຈາກເທດ ສະບານເມືອງ 43 ກມ, ມີຂອບເຂດຄຸ້ມຄອງຕິດຈອດ ກັບບັນດາເມືອງ ແລະ ເພື່ອນມິດ ສສ ຫວຽດນາມ, ທິດເໜືອຕິດກັບເມືອງ ຜົ້ງສາລີ, ທິດໃຕ້ຕິດກັບ ຕາແສງ ຢາງເໜືອ, ທິດຕາເວັນຕົກຕິດກັບຕາແສງແສນຄໍາ, ທິດຕາເວັນ ອອກຕິດກັບຕາແສງ ນໍ້າຮີ ແຂວງດຽນບ່ຽນຟູ ( ສສ ຫວຽດນາມ) ມີເນື້ອທີ່ການປົກຄອງທັງໝົດ 120,256.44 ເຮັກ ຕາ, ພື້ນທີ່ສ່ວນໃຫຍ່ແມ່ນເຂດພູດອຍກວມ 100%, ພົນລະເມືອງສ່ວນຫຼາຍແມ່ນຍັງອາໄສທຳມະຊາດເປັນສວ່ນໃຫຍ່, ປະກອບດ້ວຍ 11 ບ້ານ ຄື; ບ້ານນໍ້າຮາງ, ບ້ານນໍ້າຍວນ, ບ້ານ ນໍ້າອ່ອນ, ບ້ານອົມຖໍ້າ, ບ້ານລີຫວາຍ, ບ້ານແສງດາວເຮືອງ, ບ້ານນໍ້າຮຸນ, ບ້ານໜອງຄໍາ, ບ້ານຊຽງເໜືອ ແລະ ບ້ານນໍ້າກີ້, ປະກອບມີ 912 ຄົວເຮືອນ, ມີ 1,270 ຄອບຄົວ ມີພົນລະເມືອງທັງໝົດ 6,528 ຄົນ, ຍິງ 3,120 ຄົນ, ມີ 4 ເຜົ່າຄື: ເຜົ່າມົ້ງ ກວມ 49,45%, ເຜົ່າລາວລຸ່ມ ກວມ 26,32%, ເຜົ່າກຶມມຸ ກວມ 14,14% ແລະ ເຜົ່າພູນ້ອຍ ກວມ 10,09%. ຈາກນັ້ນ ທ່ານ ນາງ ຄີນ ຈັນທະວົງ ຫົວໜ້າໜ່ວຍງານ ພັກ – ພະນັກງານ ຄະນະຈັດຕັ້ງເມືອງກໍ່ໄດ້ຂຶ້ນຜ່ານມະຕິ ວ່າດ້ວຍການຍຸບຄະນະພັກຮາກຖານກູ່ມບ້ານ ທີ່ຂື້ນກັບອົງຄະນະພັກເມືອງສໍາພັນ, ມະຕິວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ ຂຶ້ນກັບອົງຄະນະພັກເມືອງສໍາພັນ ແລະ ຜ່ານຂໍ້ຕົກລົງການສ້າງຕັ້ງຕາແສງ, ປະທານຄະນະກຳມະການປົກຄອງເມືອງສໍາພັນ ຕົກລົງ: ເຫັນດີສ້າງຕັ້ງຕາແສງນໍ້າຮາງ ທີ່ຂຶ້ນກັບເມືອງສໍາພັນ ແຂວງຜົ້ງສາລີ ຊຶ່ງຕາແສງນໍ້າຮາງ ປະກອບມີ 5 ໜ່ວຍງານ ໃນນັ້ນມີ: ໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ; ໜ່ວຍງານບໍລິຫານ ແລະ ການປົກຄອງ, ໜ່ວຍງານເສດຖະ ກິດ ແລະ ການເງິນ, ໜ່ວຍງານວັດທະນະທຳ-ສັງຄົມ,ໜ່ວຍງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານໂຄງປະກອບບຸກຄະລາກອນ ຄະນະກໍາມະການປົກຄອງຕາແສງ ປະກອບດ້ວຍ: ປະທານ 01 ທ່ານ; ຮອງປະທານ 02 ທ່ານ; ຄະນະກຳມະການ ຄວບຕຳແໜ່ງຫົວໜ້າໜ່ວຍງານ 05 ທ່ານ ແລະ ພະນັກງານຊ່ວຍວຽກ ທີ່ບໍ່ແມ່ນລັດຖະກອນ ຈຳນວນ 05 ທ່ານ.

ໃນພິທີດັ່ງກ່າວ ທ່ານ ບູນຮຽງ ແສນສຸລິນ ຮອງເລຂາພັກເມືອງ, ປະທານກວດກາພັກ-ປະທານ ອົງການກວດກາລັດ, ຜູ້ຊີ້ນໍາວຽກງານພັກ – ພະນັກງານ, ໄດ້ມີຄຳເຫັນໂອ້ລົມເຊິ່ງທ່ານໄດ້ເໜັ້ນໃຫ້ຄະນະພັກຮາກຖານຕາແສງ ຕ້ອງໄດ້ກໍາແໜ້ນຕໍ່ພາລະບົດບາດສີດ ແລະ ໜ້າທີ່ຂອງຕາແສງໃຫ້ໜັກແໜ້ນ, ກໍານົດ ແລະ ສ້າງແຜນພັດທະນາເສດຖະ ກິດ-ສັງຄົມ ເພື່ອຮອງຮັບການຈັດຕັ້ງປະຕິບັດວ່າລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ກວດກາຄືນຂອບເຂດສະພາບພື້ນທີ່ ເຂດປົກຄອງ – ຄຸ້ມຄອງຂອງຕາແສງ, ເອົາໃຈໃສກົນໄກການຄຸ້ມຄອງ ບໍລິຫານພາຍໃນຄະນະພັກຕາແສງໃຫັເປັນລະບົບ ຈັດແບ່ງຄວາມຮັບຊອບໃຫ້ບຸກຄົນຕາມສິດ ແລະ ໜ້າທີ່ ລະອຽດ-ຈະແຈ້ງ, ຮຽກຮ້ອງໃຫ້ ເລຂາພັກບ້ານ 11 ບ້ານ, ພະນັກງານ-ລັດຖະກອນ, ການຈັດຕັ້ງທຸກຂັ້ນ, ພໍ່ແມ່ປະຊາຊົນ ຕ້ອງໄດ້ພ້ອມພຽງຮຽງໜ້າຈັບມືຖືແຂນນໍາຄະນະພັກຕາແສງ ສ້າງສາພັດທະນາ ຕາແສງນໍ້າຮາງໃຫ້ມີການພັດທະນາຂຶ້ນເລື້ອຍໆ.
ຂ່າວໂດຍ: ຄະນະໂຄສະນາອົບຮົມເມືອງ