
ເມືອງບຸນເໜືອ ແຂວງຜົ້ງສາລີ
ປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 76 ປີ,
ວັນຍຶດອຳນາດທົ່ວປະເທດ ຄົບຮອບ 81 ປີ ແລະ ຄົບຮອບ 51 ປີ ແລະ ວັນສ້າງຕັ້ງສານປະຊາຊົນສູງສຸດ ຄົບຮອບ 44 ປີ
ວັນທີ 14 ສິງຫາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນ, ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026), ວັນຍຶດອຳນາດທົ່ວປະເທດ ຄົບຮອບ 81 ປີ ແລະ ຄົບຮອບ 51 ປີ (23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2026) ແລະ ວັນສ້າງຕັ້ງສານປະຊາຊົນສູງສຸດ ຄົບຮອບ 44 ປີ (15 ສິງຫາ 1982 – 15 ສິງຫາ 2026) ຂຶ້ນໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເລົ່າມູນເຊື້ອ ຂອງທ່ານ ບຸນລຳ ທຳມະໃຈ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັງມະຫາຊົນຂັ້ນເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານປະທານແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ລວມທັງ ຜົນງານຂອງອົງແນວລາວສ້າງຊາດເປັນເວລາ 76 ປີ. ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1930 ພັກໄດ້ເຫັນແຈ້ງເຖິງບົດບາດສໍາຄັນຂອງອົງການແນວໂຮມດ້ວຍເຫດນັ້ນ, ກອງປະຊຸມສູນກາງພັກກອມມູນິດອິນດູຈີນ ໄດ້ວາງນະໂຍບາຍກ່ຽວກັບການສ້າງຕັ້ງແນວໂຮມ ປະຊາທິປະໄຕ ເອກະພາບ ອິນດູຈີນ ເພື່ອເຕົ້າໂຮມປະຊາຊົນຢ່າງກວ້າງຂວາງ 3 ໄລຍະ ຄຶ: ໄລຍະແນວລາວອິດສະຫຼະ ເປັນຕົວແທນກຳລັງປະ ກອບອາວຸດທຸກພາກ ແລະປະຊາຊົນບັນດາເຜົ່າປະຕິບັດໜ້າທີ່ຢ່າງເປີດເຜີຍໂດຍອອກໜ້າແທນພັກ ເພື່ອເຕົ້າໂຮມກ້ອນຄວາມສາມັກຄີປອງດອງທົ່ວປວງຊົນ, ໄລຍະແນວລາວຮັກຊາດເຕົ້າໂຮມຄວາມສາມັກຄີບັນດາກຳລັງຮັກຊາດ ເຂົ້າໃນແນວໂຮມເອກະພາບແຫ່ງຊາດຢ່າງກວ້າງຂວາງ, ບົນພື້ນຖານພັນທະພາບກຳມະກອນ-ຊາວນາ, ປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຕ້ານພວກປະຕິການ, ເຂົ້າຮ່ວມການຕໍ່ສູ້ຊ່ວຍເຫຼືອກອງພັນທີ 2 ຝ່າຍປະເທດລາວ ພາຍໃຕ້ຄໍາຂັວນ “ທຸກສິ່ງທຸກຢ່າງ ເພື່ອແນວໜ້າ, ທຸກສິ່ງທຸກຢ່າງ ເພື່ອຕີເອົາຊະນະສັດຕູ. ປະຕິບັດນະໂຍບາຍ 3 ບາດຄ້ອນຍຸດທະສາດໃນການລຸກຮື້ຂຶ້ນຍຶດອໍານາດການປົກຄອງທົ່ວປະເທດ, ໄລຍະແນວລາວສ້າງຊາດ ເຖິງປັດຈຸບັນ ປະຕິບັດນະໂຍບາຍສາມັກຄີ ລະຫວ່າງຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໃນວົງຄະນາຍາດແຫ່ງຊາດບົນພື້ນຖານພັນທະພາບກໍາມະກອນ-ຊາວນາ ຍົກລະດັບຄວາມຮູ້ຂອງປະຊາຊົນໃຫ້ສູງຂຶ້ນ; ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດໃຫ້ຍືນຍົງ. ທ່ານ ບຸນລັງ ຈິດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ຫວນຄືນມູນເຊື້ອ ວັນສ້າງຕັ້ງ ສື່ມວນຊົນແຫ່ງຊາດລາວ ແລະ ການພິມຈໍາໜ່າຍ ແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື ຄົນເຮົາກໍ່ເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ,ກ້າວຂື້ນມີໃບຂ່າວ, ໃບປີວ ແລະ ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັບ ນັ້ນແມ່ນທີ່ມາຂອງການກໍາເນີດສື່ມວນຊົນລາວ ຍາມໃດກໍ່ຕິດພັນສະນິດແໜ້ນກັບປະຫວັດສາດຂອງຊາດ,ຂອງພັກຂອງການປະຕິວັດ ແລະ ປະຊາຊົນບັນດາເຜົ່າ ໄດ້ສະແດງອອກໃນວັນສ້າງຕັ້ງແນວລາວອິດສະຫຼະ, ພັກເຮົາກໍ່ໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ວັນສ້າງຕັ້ງໂຮງພິມປະຕິວັດຂື້ນໃນວັນດຽວກັນຄື ວັນທີ 13 ສິງຫາ ປີ 1950, ຊື່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ມາຮອດປະຈຸບັນຜ່ານການເຄື່ອນໄຫວ ສິດ,ບົດບາດ ແລະ ຜົນງານທີ່ດິເດັ່ນຂອງຂະແໜ່ງການສື່ມວນຊົນຕະຫຼອດໄລຍະ ການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ,ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບມາສູ່ປະຊາຊົນ ໄດ້ມີຜົນງານທີ່ພົນເດັ່ນຫຼາຍດ້ານໃນການຮັບໃຊ້ໜ້າທີ່ການເມືອງ ຮັບປະກັນເປັນກະບອກສຽງຂອງພັກ-ລັດເປັນຢ່າງດີ. ນອກຈາກນີ້ ກໍ່ຍັງໄດ້ຮັບຟັງມູນເຊື້ອ ວັນຍຶດອຳນາດທົ່ວປະເທດ ສປປ ລາວ ຄົບຮອບ 81 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 59 ປີ ຕື່ມອີກ. ໂອກາດດັ່ງກ່າວ ທ່ານ ນາງ ບຸນລີ ພົມມະລັງສີ ປະທານສານປະຊາຊົນເຂດ I ໄດ້ເລົ່າປະຫວັດມູນເຊື້ອ ວັນສ້າງຕັ້ງສານປະຊາຊົນສູງສຸດ ຄົບຮອບ 44 ປີ (15 ສິງຫາ 1982-ວັນທີ 15 ສິງຫາ 2026): ຕາມມະຕິຂອງຄະນະປະຈຳສະພາປະຊາຊົນສູງສຸດ. ການກຳເນີດເກີດຂຶ້ນຂອງສານປະຊາຊົນສູງສຸດ ເປັນເຫດການປະຫວັດສາດທີ່ສຳຄັນ, ສ້າງລະບົບອົງການຕຸລາການຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມສົມບູນແບບ ແລະ ເປັນກົນໄກຫຼັກໃນການປົກປ້ອງອຳນາດອະທິປະໄຕ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ. ຕະຫຼອດໄລຍະທີ່ຜ່ານມາ, ສານປະຊາຊົນສູງສຸດ ໄດ້ຂະຫຍາຍຕົວ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ໂດຍໄດ້ສຸມໃສ່ການພິຈາລະນາ ຕັດສິນຄະດີດ້ວຍຄວາມຍຸຕິທຳ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ. ມູນເຊື້ອອັນພົ້ນເດັ່ນແມ່ນການຍຶດໝັ້ນໃນທັດສະນະ “ສານຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”, ເຮັດໜ້າທີ່ເປັນເສົາຄ້ຳທີ່ແຂງແກ່ນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ, ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແຫ່ງ ສປປ ລາວ ໃຫ້ມີຄວາມສັກສິດ ແລະ ເຂັ້ມແຂງ. ດ້ວຍເຫດນັ້ນຈິ່ງຖືເອົາ ວັນທີ 15 ສິງຫາ ຂອງທຸກໆປີ ເປັນວັນສານປະຊາຊົນ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນໃນການເຕີບໃຫຍ່ຂະຫຍາຍຕົວຂອງຂົງເຂດຍຸຕິທຳ ແລະ ການຍົກສູງຄວາມສັກສິດຂອງກົດໝາຍໃນ ສປປ ລາວ.
ໃນໂອກາດອັນມີຄວາມໝາຍນີ້, ໃນພິທີຍັງໄດ້ມອບໃບຍ້ອງຍໍ ໃຫ້ກົມກອງ ແລະ ພະນັກງານ-ລັດຖະກອນ ພາຍໃນສານເຂດ I ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນວຽກງານ ໃນໄລຍະຜ່ານມາ ເພື່ອເປັນການຍົກຍ້ອງຊົມເຊີຍ ແລະ ສ້າງກຳລັງໃຈໃນການສືບຕໍ່ປະຕິບັດໜ້າທີ່ໃຫ້ມີຜົນງານໃຫຍ່ຫຼວງກວ່າເກົ່າ. ມອບໂດຍ ທ່ານ ບຸນລຳ ທຳມະໃຈ ປະທານແນວລາວສ້າງຊາດເມືອງ ແລະ ພະນັກງານສານເຂດ ຂຶ້ນຮັບຢ່າງສົມກຽດ.
ພາບ-ຂ່າວ: ນາງ ຈັນສະໝອນ