
ເມືອງຍອດອູ ແຂວງຜົ້ງສາລີ ສຳເລັດກອງປະຊູມຄົບຄະນະບໍລິຫານງານພັກເມືອງຍອດອູ ຄັ້ງທີ 5 ສະໄໝທີ X
ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊົ້າຂອງ ວັນທີ 20 ສິງຫາ 2026 ນີ້, ຢູ່ທີ່ສະໂມສອນເມືອງຍອດອູ ແຂວງຜົ້ງສາລີ,ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງຍອດອູ ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ພ້ອມດ້ວຍພະນັກງານອົງການທີ່ກ່ຽວຂ້ອງເຂົ້າຮ່ວມ. 

ໃນກອງປະຊຸມສະຫາຍ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມທັງເຜີຍແຜ່ ເນື້ອໃນຜົນສຳເລັດກອງປະຊູມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 62/ຄບສພ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່ ຈາກນັ້ນ ກໍ່ໄດ້ຮັບຟັງ ຮ່າງບົດສະຫຼຸບຕີລາຄາວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຕີລາຄາການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ X ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ລາຍງານຜົນສໍາເລັດກອງປະຊຸມອົງການປົກຄອງເມືອງ ຄັ້ງທີ 3 ສະໄໝທີ IV ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ພ້ອມນີ້ກໍ່ໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ, ສະແດງທັດສະນະ ແລະ ແລກປ່ຽນບົດຮຽນຕົວຈິງ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ X ປະຈໍາ 6 ເດືອນຕົ້ນປີ 2026 ໄດ້ດໍາເນີນມາເປັນເວລາ 01 ຕອນເຕັມ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງບັນດາສະຫາຍຄະນະບໍລິຫານງານພັກເມືອງ ເຊີ່ງໄດ້ພ້ອມກັນປຶກສາຫາລື, ຄົ້ນຄ້ວາ ແລະ ປະກອບຄໍາເຫັນຕໍ່ເອກະສານຕ່າງໆ ພ້ອມທັງຕົກລົງບັນຫາຕ່າງໆ ທີ່ມີລັກສະນະຍຸດທະສາດຕໍ່ການພັດທະນາຂອງເມືອງ. ພ້ອມນີ້ໄດ້ສັງເກດຕີລາຄາຢ່າງພາວະວິໄສເຖິງຜົນງານທີ່ຄະນະບໍລິຫານງານພັກເມືອງຍາດມາໄດ້ຢ່າງຮອບດ້ານ, ທັງເຫັນໄດ້ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນ 6 ເດືອນຕັ້ນປີ 2026 ຜ່ານມາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານເພື່ອກ້າວເຂົ້າໄປສູ່ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກເມືອງ ກໍ່ຄື ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ທັງເປັນທິດຊີ້ນໍາໃຫ້ແກ່ຄະນະບໍລິຫານງານພັກເມືອງ ສືບຕໍ່ພັດທະນາເສດຖະກິດ-ສັງຄົມ, ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການນໍາພາທຸກຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງຍອດອູ ໃຫ້ມີບາດກ້າວໃໝ່ທີ່ໜັກແໜ້ນກ່ວາເກົ່າ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ສະຫາຍ ພົວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງຍອດອູ,ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ອົງຄະນະເມືອງໄດ້ພ້ອມກັນເຄື່ອນໄຫວຊີ້ນຳ-ນຳພາຕະຫຼອດໄລຍະຜ່ານມາ, ພ້ອມທັງ ເໜັ້ນໜັກຫຼາຍບັນຫາທີ່ສຳຄັນເປັນຕົ້ນແມ່ນ ໃຫ້ສືບຕໍ່ຍົກສູງຄວາມສາມາດນໍາພາຂອງຄະນະພັກ ດ້ວຍການກຳແໜ້ນແນວທາງ, ມະຕິ, ຄໍາສັ່ງ, ສິດ ໜ້າທີ່ຂອງແຕ່ລະພາກສ່ວນໃຫ້ເລິກເຊິ່ງ ພ້ອມນີ້ ໃຫ້ສືບຕໍ່ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ, ນໍາເອົາແນວທາງ, ແຜນນະໂຍບາຍ, ມະຕິຄໍາສັ່ງ, ຂໍ້ກໍານົດລະບຽບການຂອງພັກ, ກົດໝາຍຂອງລັດ ມາສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການນໍາພາຂອງພັກ, ຫັນເອົາຄໍາສັ່ງແນະນໍາຂອງກົມການເມືອງສູນກາງພັກ ວ່າດ້ວຍ ມາດຕາການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຈັດຕັ້ງປະຕິບັດທິດນໍາທີ່ວ່າເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເອົາໃຈໃສ່ຊອກນໍາໃຊ້ທ່າແຮງບົ່ມຊ້ອນນັບທັງທ່າແຮງກຳລັງຢູ່ໃນເມືອງຂອງຕົນ ເພື່ອສູ້ຊົນປະຕິບັດຄາດໝາຍແຜນການສ້າງເສດຖະກິດເປັນຕົ້ນການປູກຝັງ, ລ້ຽງສັດ, ຫັດຖະກຳ, ການບໍລິການ ເພື່ອຍາດແຍ່ງການລົງທຶນຈາກທຸກພາກສ່ວນຕ່າງໆນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ເນັ້ນໃຫ້ຄະນະພັກ, ຄະນະນຳທຸກຂັ້ນ ຈົ່ງນຳເອົາເນື້ອໃນມະຕິຄັ້ງນີ້ໄປຈັດຕັ້ງເຊື່ອມຊຶມ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ປະກົດຜົນສຳເລັດຕາມຄາດໝາຍຢ່າງມີປະສິດທິຜົນເພື່ອພ້ອມກັນພັດທະນາເມືອງຍອດອູໃຫ້ນັບມື້ນັບດີຂຶ້ນ ແລະ ມີບາດກ້າວອັນໃໝ່.
ຂ່າວ-ພາບ: ໄລພອນ ສີສົມພອນ ຄະນະໂຄສະນາອົບຮົມເມືອງ