ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ເມືອງສໍາພັນ ແຂວງຜົ້ງສາລີ

ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

     ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ນີ້, ທາງຄະນະໂຄສະນາອົບຮົມເມືອງສໍາພັນ ໄດ້ຮ່ວມກັບສະຫະພັນນັກຮົບເກົ່າເມືອງ ຈັດພິທີປາຖະ ກະຖາວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ( 2/9/1945-2 /9/ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ຄົບຮອບ 24 ປີ ( 9/9/ 2002-9 /9/2026 ) ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນຮຽງ ແສນສຸລິນ ຮອງເລຂາພັກເມືອງ, ປະທານອົງການກວດກາພັກ, ອົງການກວດກາລັດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຕະຫຼອດຮອດ 2 ກອງບັນຊາການ ທະຫານ-ຕໍາຫຼວດ ແລະ ລັດວິສາຫະກິດ ອ້ອມຂ້າງເມືອງເຂົ້າຮ່ວມ.                                                                                                             

ໃນພິທີ ທ່ານ ນາງ ສົມວັນ ສູມວິໄລ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ເລົ່າຄືນມູນເຊື້ອວັນຊາດຫວຽດນາມ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວໂດຍຫຍໍ້ ໂດຍສະເພາະໃນໄລຍະການຕໍ່ສູ້ຢຶດອໍານາດການປົກຄອງ, ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າທີ່ເຂົ້າມາຮຸກຮານຫວຽດນາມ ເຮັດໃຫ້ປະຊາຊົນຫວຽດນາມ ສູນເສຍສິດເປັນເຈົ້າ ບໍ່ມີອິດສະຫຼະພາບຖືກກົດຂີ່ຢ່າງໜັກໜ່ວງ, ປະຊາຊົນຫວຽດນາມ ບໍ່ສາມາດອົດທົນຕໍ່ການກົດຂີ່ຂູດຮີດອັນແສນທໍລະມານ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ເພື່ອຊີ້ນຳ-ນຳພາ ການຕໍ່ສູ້ຍາດເອົາເອກະລາດ, ພັກກອມມູນິດຫວຽດນາມ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງການປະຕິວັດຫວຽດນາມ ນັບຈາກນັ້ນມາຂະບວນການວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດຍາດເອົາອຳນາດການປົກຄອງ ທ້ອນໂຮມປະເທດຊາດເປັນເອກະພາບ ນຳເອົາປະເທດຊາດກ້າວສູ່ສັງກາດແຫ່ງຄວາມເປັນເອກະລາດ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ສືບຕໍ່ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ເພື່ອທ້ອນໂຮມ ປະເທດຊາດໃຫ້ເປັນເອກະພາບ ແລະ ສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມຂຶ້ນ. ຈາກນັ້ນ; ທ່ານ ພັທ ສົມຈັນ ໄຊສົມບຸນ ປະທານສະຫະພັນນັກຮົບເກົ່າເມືອງ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 24 ປີ ເຊີງໄດ້ຍົກໃຫ້ເຫັນສະພາບແວດລ້ອມການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ,​ຄວາມສຳຄັນ ແລະ ພາວະວິໃສ,ຜົນງານ,ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ຂອງສະຫະພັນນັກຮົບເກົາແຂວງຜົ້ງສາລີ ໃນແຕ່ລະໄລຍະ, ຈຸດປະສົງໃນການເລົ່າມູນເຊື້ອຄັ້ງນີ້ກໍ່ເພື່ອໂຄສະນາເຜີຍແຜ່ ແລະ ສືກສາອົບຮົມໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນ, ສະມະຊິກສະຫະພັນນັກຮົບເກົ່າໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອຄວາມເປັນມາ ແລະ ຜົນງານເພື່ອນຳເອົາມາເປັນບົດຮຽນໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

ໂອກາດທີ່ມີຄວາມໝາຍຄວາມສໍານີ້ທ່ານ ບຸນຮຽງ ແສນສຸລິນ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ຊືງທ່ານໄດ້ເໜັ້ນໃຫ້ຄະນະພັກສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ,ພະນັກງານນັກຮົບ,ພະນັກງານ-ລັດຖະກອນໃຫ້ເລີກເຊີງທົ່ວເຖີງ,ສຶບຕໍ່ຈັດຕັ້ງການຜັນຂະຫຍາຍນິຕິກໍາ ແລະ ມະຕິ ກອງປະຊູມໃຫຍ່ຄັ້ງທີ 12 ຂອງພັກ.ຄັ້ງທີ 12 ຂອງແຂວງ ແລະ ຄັ້ງທີ 15 ຂອງເມືອງ,ສືບຕໍ່ໃນການຕີລາຄ່າຈັດແບ່ງປະເພດສະມາຊິກພັກ,ໜ່ວຍພັກ ແລະ ປະເມີນວຽກງານລັດຖະອນປະຈໍາປີ 2026 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ.

ຂ່າວໂດຍ: ຄໍາຮຸ່ງ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet