
ແຂວງຜົ້ງສາລີ ດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວແຂວງ ຄັ້ງທີ I
ໃນຕອນເຊົ້າວັນທີ 24 ກັນຍາ 2026 ນີ້, ທີ່ສະໂມສອນແຂວງຜົ້ງສາລີ ໄດ້ ເປີດກອງປະຊຸມວຽກງານສື່ມວນຊົນທົ່ວແຂວງຜົ້ງສາລີ ຄັ້ງທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ບຸນທະວີ ສໍສຸກັນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີສະຫາຍ ພອນປະດິດ ທິບມະນີວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະພາປະຊາຊົນແຂວງ, ແນວລາວສ້າງຊາດແຂວງ, ຫົວໜ້າພະແນກການ, ອົງການ, ປກຊ, ປກສ, ບັນດາເມືອງ ແລະ ຜູ້ເຮັດວຽກງານສື່ມວນຊົນທົ່ວແຂວງຜົ້ງສາລີເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ບູນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນມີສະຫາຍ ພອນປະດິດ ທິບມະນີວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຜ່ານຮ່າງບົດສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງແຜນພັດທະນາວຽກງານສື່ມວນຊົນ ແຕ່ປີ 2026- 2030.

ພ້ອມນີ້ຜູ້ເຂົ້າຮ່ວມ ຍັງໄດ້ຮັຟັງການເຜີຍແຜ່ເອກະສານ ຈັນຍາບັນຂອງສື່ມວນຊົນ ຊຶ່ງໃຫ້ກຽດຂຶ້ນສະເໜີໂດຍ ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

ພ້ອມທັງການຂຶ້ນມີຄຳເຫັນໃນຫົວຂໍ້: ການນຳໃຊ້ພາຫະນະສື່ມວນຊົນ ເຂົ້າໃນການປຸກລະດົມທົ່ວປວງຊົນຊາວແຂວງຜົ້ງສາລີ ເຂົ້າຮ່ວມຂະບວນການໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງຜົ້ງສາລີ ໃນໄລຍະຜ່ານມາ ຈາກທ່ານຮອງປະທານແນວລາວສ້າງຊາດແຂວງ; ການນຳໃຊ້ສື່ ຕໍ່ສະພາບການແກ້ໄຂຢາເສບຕິດ ແລະ ປະກົດການຫຍໍ້ທໍ້ກ່ຽວກັບຢາເສບຕິດພາຍໃນ ແຂວງຜົ້ງສາລີ ໃນໄລຍະຜ່ານມາ ຈາກຮອງຫົວໜ້າກອງບັນຊາການ ປກສ ແຂວງ; ບາດກ້າວບຸກທະລຸທາງດ້ານການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການນໍາໃຊ້ປັນຍາປະດິດ ( AI ) ໃຫ້ເຂັ້ມແຂງ ເພື່ອຮອງຮັບການຫັນເປັນດິຈີຕ໋ອນ ຂອງວຽກຽວງານສື່ມວນຊົນ ໃນໄລຍະໃໝ່ ຈາກຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ລາຍງານສະພາບການໃນເກນອາຍຸເຂົ້າຮຽນ ໄດ້ປະລະເຂົ້າຮຽນ ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ປຸກລະດົມແນວຄິດຈິດໃຈໃຫ້ພໍ່ແມ່ຜູ້ປົກຄອງ ເພື່ອໃຫ້ລູກຫຼານໄດ້ເຂົ້າຮຽນຕາມເກນອາຍຸ ໃນໄລຍະຜ່ານມາ; ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ: ການໂຄສະນາເຜີຍແຜ່ກ່ຽວກັບການຮັກສາສຸຂະພາບຂອງແມ່-ເດັກ, ການສັກຢາວັກຊິນ, ວິທີປ້ອງກັນພະຍາດຕາມລະດູການ ແລະ ແມ່ມານຝາກທ້ອງ-ເກີດລູກໃນສະຖານທີ່ບໍລິການສາທາລະນະສຸກ ຈາກຫົວໜ້າພະແນກສາທາລະນະສຸກແຂວງ, ການພັດທະນາ, ສົ່ງເສິມ ແລະ ອະນຸລັກວັດທະນາທຳອັນດີງາມຂອງບັນດາເຜົ່າ ຕິດພັນກັບການທ່ອງທ່ຽວ ສື່ມວນຊົນມີບົດບາດສຳຄັນ ຈາກຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ, ການນຳໃຊ້ສື່ ເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ-ສັງຄົມ ພາຍໃນແຂວງຜົ້ງສາລີ ຈາກຮອງຫົວໜ້າພະແນກຍຸຕິທຳແຂວງ; ສື່ໂທລະໂຄ່ງ ກັບບົດບາດການເປັນກະບອກສຽງ ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ຂໍ້ມູນຂ່າວສານ ແລະ ການບັນເທີງ ໃຫ້ແກ່ປະຊາຊົນບັນດາເຜົ່າຈາກຫົວໜ້າຄະນະໂຄສະນາອົບຮົມເມືອງຂວາ; ການຍົກສູງບົດບາດຕໍ່ວຽກງານສື່ມວນຊົນ ຂອງເມືອງຍອດອູ ຈາກຫົວໜ້າຄະນະໂຄສະນາອົບຮົມເມືອງຍອດອູ.

ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການໂອ້ລົມຕໍ່ກອງປະຊຸມຂອງສະຫາຍ ພົຕ ສົມພອນ ມິດຕະພອນກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຕື່ມອີກ.

ຂ່າວ:ສົມຄິດ
ພາບ:ຍີນໄຊ