
ຄະນະໂຄສະນາອົບຮົມເມືອງຍອດອູ ຈັດພິທີ ປາຖະກະຖາ ວັນປະຫວັດສາດທີ່ສຳຄັນ
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 6 ຕຸລາ 2026, ຢູ່ທີ່ສະໂມສອນເມືອງຍອດອູ ແຂວງຜົ້ງສາລີ ໄດ້ມີພິທີປາຖະກະຖາ ວັນປະຫວັດສາດທີ່ສຳຄັນຄື: ວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026), ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026 ), ວັນປະກາດເອກະລາດ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026 ), ວັນຊາດ ສປ ຈີນ ຄົບຮອບ 77 ປີ ( 1 ຕຸລາ 1949 – 1 ຕຸລາ 2026 ), ວັນລະນຶກສາກົນ ແລະ ວັນສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 39 ປີ ( 17 ຕຸລາ 1987 – 17 ຕຸລາ 2026 ) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ອຳນວຍການໂຮງຮຽນ ມສ ອູໃຕ້, ປະທານກຸ່ມໂຮງຮຽນ, ຄູ – ອາຈານ ຕະຫຼອດຮອດພະນັກງານ – ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ, ວັນທີ 7 ຕຸລາ ຄົບຮອບ 32 ປີ ເຊິ່ງເປັນວັນຄູແຫ່ງຊາດລາວ, ທີ່ທຸກຄົນໃຫ້ຄວາມສຳຄັນເຖິງບຸນຄຸນອັນເລີດລ້ຳຂອງຄູ – ອາຈານ ເວົ້າລວມ ກໍ່ຄືການພັດທະນາການສຶກສາ, ພາຍໃຕ້ການຊີ້ນຳ – ນຳພາຂອງພັກປະຊາຊົນປະຕິວັດລາວ, ການສຶກສາໄດ້ຮັບການພັດທະນາ ແລະ ການປະຕິຮູບຕາມແຜນຍຸດທະສາດຂອງລະບົບການສຶກສາແຫ່ງຊາດ, ລວມເຖິງການປັບປຸງຄຸນນະພາບຂອງການສຶກສາໃຫ້ມີປະສິດທິພາບສູງຂຶ້ນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດກໍ່ຄືຂອງໂລກໃນປະຈຸບັນ, ນອກນັ້ນຍັງໄດ້ເວົ້າເຖິງການຕໍ່ສູ້ຂອງຄູ-ອາຈານ ທີ່ເຮັດໜ້າທີ່ສິດສອນໃນສະໄໜຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໜ່,ໄດ້ຜ່ານໄລຍະອັນຢຶດເຢື້ອຍາວນານ, ຈຶ່ງໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ແລະໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນສົມກຽດ. ຈາກນັ້ນ ກໍ່ໄດ້ຮັບຟັງປະຫວັດຄວາມເປັນມາ, ມູນເຊື້ອຂອງວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026 ), ວັນປະກາດເອກະລາດ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026 ), ວັນຊາດ ສປ ຈີນ ຄົບຮອບ 77 ປີ ( 1 ຕຸລາ 1949 – 1 ຕຸລາ 2026 ), ວັນລະນຶກສາກົນ ແລະ ວັນສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 39 ປີ ຯ 17 ຕຸລາ 1987 – 17 ຕຸລາ 2026 )ຕື່ມອີກ.
ຂ່າວ-ພາບ: ໄລພອນ ສີສົມພອນ.