
ກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳເລັດ
ກອງປະຊຸມໃຫຍ່ ອົງການແນວລາວສ້າງຊາດແຂວງ ແລະ 3 ອົງການຈັດຕັ້ງມະຫາຊົນ ແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2026 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຂອງອົງການແນວລາວສ້າງຊາດແຂວງ ແລະ 3 ອົງການຈັດຕັ້ງມະຫາຊົນແຂວງຄື: ສະຫະພັນກຳມະບານແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຫຸມເພັງ ຈອມວິສານ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ເຂົ້າຮ່ວມມີ ທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງໃໝ່, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະປະທານຮາກຖານໜ່ວຍກຳມະບານ, ແມ່ຍິງ, ເລຂາ-ຮອງເລຂາໜ່ວຍຊາວໜຸ່ມ, ສອງກຳລັງ ປກຊ-ປກສ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 144 ທ່ານ, ຍິງ 60 ທ່ານ.

ກອງປະຊຸມ ທ່ານ ຫຸມເພັງ ຈອມວິສານ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮັບຟັງການຜັນຂະຫຍາຍເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄະນະກໍາມະການແນວລາວສ້າງຊາດແຂວງຜົ້ງສາລີ ຄັ້ງທີ VIII; ຮັບຟັງການຜັນຂະຫຍາຍເນື້ອໃນຜົນສໍາເລັດມະຕິກອງປະຊຸມໃຫຍ່ຜູ້ແທນສູນກາງສະຫະພັນກໍາບານລາວ, ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງຜົ້ງສາລີຄັ້ງທີ IX ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຜົນສໍາເລັດກອງປະຊຸມຜູ້ແທນແມ່ຍິງແຂວງຜົ້ງສາລີ ຄັ້ງທີ XI, ຜົນສໍາເລັດກອງປະຊຸມໃຫຍ່ຜູແທນຊາວໜຸ່ມທົ່ວປະເທດ ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູແທນຊາວໜຸ່ມທົ່ວ ແຂວງຜົ້ງສາລີ.

ຈຸດປະສົ່ງ ກໍເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຂົ້າໃຈມະຕິທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຂອງແນວລາວສ້າງຊາດ ແລະ ມະຕິກອງປະຊຸມໃຫຍ່ຂອງ ອົງການຈັດຕັ້ງມະຫາຊົນ ໂດຍສະເພາະແມ່ນບັນດາແຜນງານ,ໂຄງການ, ກິດຈະກໍາ ແລະ ແຜນດຳເນີນງານຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ ເຮັດໃຫ້ອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມແຕ່ລະຂັ້ນຮັບຮູ້ເຂົ້າໃຈເຫັນໄດ້ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນອັນເລິກເຊິ່ງ ແລະ ນໍາເອົາມະຕິດັ່ງກ່າວເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ສອດຄອງກັບສະພາບເປັນຈິງ ມີປະສິດທິພາບ ແລະ ປະສິດທິຜົນສູງ.