Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ຄະນະບໍລິຫານງານຊາວໜຸ່ມເມືອງໃໝ່ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ -

ຄະນະບໍລິຫານງານຊາວໜຸ່ມເມືອງໃໝ່ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ

ຄະນະບໍລິຫານງານຊາວໜຸ່ມເມືອງໃໝ່

ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ

     ພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຄືວັນທີ 14 ເມສາ 1955 – 14 ເມສາ 2026 ໄດ້ຈັດຂຶ້ນໃນວັນທີ 08 ເມສາ 2026 ນີ້ ຢູ່ສະໂມສອນໃໝ່ຂອງເມືອງໃໝ່ ແຂວງຜົ້ງສາລີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນ ສູນວິເລີດ, ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ຊີ້ນໍາວຽກງານຂົງເຂດອົງການຈັດຕັ້ງມະຫະຊົນ ມີທ່ານ ບຸນຍັງ ຈິດມາດາແກ້ວ ກຳມະການພັກເມືອງ, ເລຂາຄະນະບໍລິຫານການຊາວໜຸ່ມເມືອງ ແລະ ມີບັນດາຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະໜ່ວຍຊາວໜຸ່ມ, ມີກອງບັນຊາການ ປກຊ- ປກສ, ໂຮງຮຽນ, ໂຮງໝໍ, ຕະຫຼອດຮອດສະມາຊິກຊາວໜຸ່ມອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນ ສູນວິເລີດ ຮອງເລຂາຄະນະບໍລິຫານງາຍພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ຊີ້ນໍາວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດຂຶ້ນເລົ່າມູນເຊື້ອປະຫວັດ ແລະ ການກໍາເນີດ ການເຕີບໃຫຍ່ຂະຫຍາຍຕົວ ຂອງວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍໄດ້ຍົກໃຫ້ເຫັນຜົນງານອັນອົງອາດກ້າຫານຂອງຊາວໜຸ່ມແຕ່ລະຮຸ່ນເປັນຕົ້ນແມ່ນຕົ້ນກໍາເນີດ ແລະ ທາດແທ້ຂອງຊາວໜຸ່ມໃນໄລຍະເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງ ເຊິງຊາວໜຸ່ມໃນເມື່ອກ່ອນໄດ້ມີບົດບາດສໍາຄັນໃນການຕໍ່ສູ້ຢ່າງອົງອາດກ້າຫານ, ເຖິງວ່າບໍ່ມີພັກນໍາພາ, ປະຊາຊົນລາວຖືກພວກຈັກກະພັດຝລັ່ງກົດຂີ່ຂູດຮິດຢ່າງໜັກໜ່ວງ, ເກນແຮງງານຊາວໜຸ່ມໄປເປັນທະຫານໂດຍບໍ່ໄດ້ຮັບຄ່າແຮງງານ, ແຕ່ຊາວໜຸ່ມລາວກໍ່ບໍໄດ້ຍອມກົ້ມຫົວຕໍ່ຄວາມໂຫດຮ້າຍປ່າເຖື່ອນຂອງພວກສັກດີນາ ແລະ ພວກຈັກກະພັດຕ່າງດ້າວ, ເມື່ອເຫັນຄວາມໂຫດຮ້າຍຄືແນວນັ້ນຊາວໜຸ່ມລາວກໍ່ໄດ້ຫາທາງເພື່ອຕໍ່ສູ້ກູ້ຊາດເປັນຕົ້ນແມ່ນຂະບວນຕໍ່ສູ້ເຊີ່ງນໍາພາໂດຍ ອົງແກ້ວ ອົງກົມມະດໍາ, ພໍ່ກະດວດ ແລະ ຜູ້ອື່ນໆ ແຕ່ເປັນການຕໍ່ສູ້ທີ່ບໍ່ມີພັກນໍາພາຈິງເຮັດໃຫ້ຂະບວນດັ່ງກ່າວປະລາໄຊ ພາຍຫຼັງທີ່ພັກປະຊາຊົນລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມານາ 1955 ດ້ວຍຄວາມເຊື່ອໜັ້ນໃນກໍາລັງແຮງຄວາມສາມາດຂອງຊາວໜຸ່ມໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ພັກໄດ້ສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນວັນທີ 14 ເມສາ 1955 ເປັນໃຈກາງການເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມໃຫ້ມີບົດບາດປະຈັນບານໃນທຸກສະໜາມຮົບສົມກັບທີເປັນແຂນຂວາຂອງພັກ, ເປັນກະດູກຂາຫຍັງຂອງຊາດ ດ້ວຍມານະຈິດທີ່ວ່າ ຍອມຕາຍດີກ່ວາຍອມເສຍເອກະລາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທໍາລາຍຢ່າງເດັດຂາດ ແລະ ເພື່ອເປັນການລະນືກເຖືງຄຸນງາມຄວາມດີຂອງຊາວໜຸ່ມທີ່ໄດ້ເສຍສະຫຼະຊີວິດ ເລື່ອດເນື້ອເພື່ອປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ທັງເປັນການປຸກຈິດສໍານຶກໃຫ້ຊາວໜຸ່ມ-ໄວໜຸ່ມຮຸ່ນໃໝ່ໃຫ້ມີຄວາມຮັບຮູ້ ເຂົ້າໃຈຢ່າງເລີກເຊິງເຖີງຜົນງານອັນລໍ້າຄ່າຂອງກໍາລັງຊາວໜຸ່ມທີ່ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງທຸກວັນນີ້
ພາບ ຂ່າວ: ວັນວິໄລ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet