Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ຄະນະສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງທີ 2 ເມືອງຍອດອູລົງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V -

ຄະນະສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງທີ 2 ເມືອງຍອດອູລົງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V

ຄະນະສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງທີ 2 ເມືອງຍອດອູ

ລົງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V

     ກອງປະຊຸມຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ພຶດສະພາ 2026 ນີ້ ຢູ່ສະໂມສອນໃຫຍ່ຂອງເມືອງຍອດອູ ແຂວງຜົ້ງສາລີໂດຍການເປັນປະທານຂອງ ທ່ານ ນາງ ຈັນມະນີ ດວງພາສຸກ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດ – ການເງິນ ແລະ ສິ່ງແວດລ້ອມ ມີທ່ານ ສົມຫວັງ ສຸມວິໄລກໍາມະການພັກແຂວງ, ເລຂາພັກເມືອງຍອດອູ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຍອດອູ,ເຂົ້າຮ່ວມຮັບຟັງມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງເມືອງ ,ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ – ປກສ, ອົງການທຽບເທົ່າ, ພະນັກງານບໍານານອາດີດການນໍາ, ເລຂາພັກນາຍບ້ານ 6 ບ້ານ ເທດສະບານເມືອງຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.


ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໄດ້ດໍາເນີນຂຶ້ນແຕ່ວັນທີ 23-27 ມີນາ 2026 ຜ່ານມາ ໂດຍການເປັນປະທານ ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ຕະຫຼອດ ໄລຍະດໍາເນີນກອງປະຊຸມ; ມີບັນດາທ່ານ ການນໍາ-ພັກລັດ ຂັ້ນສູງ, ອາດິດການນໍາພັກ-ລັດ, ມີທ່ານ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ຄະນະລັດຖະບານ, ບັນດາກະຊວງ-ອົງການ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ບັນດາທູດຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຮັບຮອງເອົາມະຕິ ວ່າດ້ວຍ ການເລືອກຕັ້ງ ປະທານສະພາແຫ່ງຊາດ ສະບັບເລກທີ 01/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການເລືອກຕັ້ງ ຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການຮັບຮອງເອົາກົງຈັກຂອງສະພາແຫ່ງຊາດ, ການແຕ່ງຕັ້ງປະທານກໍາມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການເລືອກຕັ້ງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 04/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການເລືອກຕັ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 05/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການເລືອກຕັ້ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 06/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເລກທີ 07/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາ ມະຕິ ວ່າດ້ວຍ ການເລືອກຕັ້ງ ປະທານສານປະຊາຊົນສູງສຸດ ເລກທີ 08/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາ ມະຕິ ວ່າດ້ວຍ ການເລືອກຕັ້ງ ປະທານສານປະຊາຊົນສູງສຸດ ເລກທີ 09/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາ ມະຕິ ວ່າດ້ວຍການເລືອກຕັ້ງ ປະທານອົງການກວດກາແຫ່ງລັດ ເລກທີ 10/ສພຊ, ລົງວັນທີ 23 / 03 /2026 ຮັບຮອງເອົາ ມະຕິ ວ່າດ້ວຍ ການເລືອກຕັ້ງ ປະທານອົງການກວດສອບແຫ່ງລັດ ເລກທີ 11/ສພຊ, ລົງວັນທີ 23 / 03 /2026ຮັບຮອງເອົາ ມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ເລກທີ 13/ສພຊ, ລົງວັນທີ 25 / 03 /2026 ຮັລຮອງເອົາມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນສູງສຸດ ເລກທີ 14/ສພຊ, ລົງວັນທີ 25 / 03 /2026 ຮັບຮອງເອົາມະຕິ ວ່າດ້ວຍ ການຮັບຮອງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ ເລກທີ 15/ສພຊ, ລົງວັນທີ 26/ 03 /2026 ຮັບຮອງເອົາ ມະຕິ ວ່າດ້ວຍ ການຮັບຮອງທິດທາງແຜນການ 5 ປີ (2026-2030) ຂອງສະພາແຫ່ງຊາດ ເລກທີ 17/ສພຊ, ລົງວັນທີ 27 / 03 /2026.ຮັບຮອງເອົາ ມະຕິ ວ່າດ້ວຍ ການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເລກທີ 18/ສພຊ, ລົງວັນທີ 27 / 03 /2026ຮັບຮອງເອົາມະຕິ ວ່າດ້ວຍ ການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເລກທີ 19/ສພຊ, ລົງວັນທີ 27 / 03 /2026 ມະຕິ ວ່າດ້ວຍ ການຮັບຮອງເອົາໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ ເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ມູຢ່າ, ຊາຍແດນ ລາວ-ຫວຽດນາມ ເລກທີ 20/ສພຊ, ລົງວັນທີ 27 / 03 /2026 ແລະ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ V ໄດ້ຮັບຮອງເອົາມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 01/ສພຂ, ລົງວັນທີ 6 ເມສາ 2026 ວ່າດ້ວຍ ການຮັບຮອງເອົາການເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ Vມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 02/ສພຂ, ລົງວັນທີ 6 ເມສາ 2026 ວ່າດ້ວຍ ການຮັບຮອງເອົາການແຕ່ງຕັ້ງຮອງປະທານສະພາປະຊາຊົນແຂວງ, ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ.ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 03/ສພຂ, ລົງວັນທີ 6 ເມສາ 2026 ວ່າດ້ວຍ ການຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການແຕ່ງຕັ້ງບັນດາປະທານຄະນະກໍາມະການ, ຫົວໜ້າຫ້ອງວ່າດ້ວຍ ການສະພາປະຊາຊົນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ Vມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 04/ສພຂ, ລົງວັນທີ 6 ເມສາ 2026 ວ່າດ້ວຍການຮັບຮອງເອົາ ການສະເໜີແຕ່ງຕັ້ງປະທານສານປະຊາຊົນແຂວງ.ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 05/ສພຂ, ລົງວັນທີ 6 ເມສາ 2026 ວ່າດ້ວຍ ການຮັບຮອງເອົາ ການສະເໜີແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງ, ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 07/ສພຂ, ລົງວັນທີ 7 ເມສາ 2026 ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 08/ສພຂ, ລົງວັນທີ 7 ເມສາ 2026 ວ່າດ້ວຍ ການຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈໍາພາກເໜືອ 2 ກ່ຽວກັແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030).ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 09/ສພຂ, ລົງວັນທີ 7 ເມສາ 2026 ວ່າດ້ວຍ ການຮັບຮອງເອົາ ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030). ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 10/ສພຂ, ລົງວັນທີ 7 ເມສາ 2026 ວ່າດ້ວຍ ການຮັບຮອງເອົາ ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 11/ສພຂ, ລົງວັນທີ 7 ເມສາ 2026 ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V, ມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 12/ສພຂ, ລົງວັນທີ 7 ເມສາ 2026 ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V. ນອກຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄິດຄໍາເຫັນ ແລະ ຂໍ້ຂ້ອງໃຈບັນຫາຕ່າງຕ່າງໆ ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນນໍາເອົາເນື້ອໃນຈິດໃຈດັ່ງກ່າວໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ນ. ໄລພອນ ສີສົມພອນ ຫ້ອງການຄະນະໂຄສະນາອົບຮົມເມືອງຍອດອູ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet