ຄະນະໂຄສະນາອົບຮົມເມືອງຂວາ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ ຂອງຄະນະບໍລິຫານສູນກາງພັກ, ຄະນະເລຂາທິການສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດວຽກງານກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ວັນທີ 20 ຕຸລາ 2023 ຜ່ານມານີ້, ທາງຄະນະໂຄສະນາອົບຮົມເມືອງຂວາ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ ຂອງຄະນະບໍລິຫານສູນກາງພັກ, ຄະນະເລຂາທິການສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດ

ວຽກງານກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ – ເຈົ້າເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ເລຂາຄະນະພັກຮາກຖານພັກກຸ່ມ, ຫົວໜ້າໜວ່ຍງານອ້ອມຂ້າງສໍານັກງານເມືອງ , ນາຍ ແລະ ພົນທະຫານ, ນາຍ ແລະ ຕໍາຫຼວດ ຊັ້ນຮອຍຕີ ແລະ ເລຂາພັກບ້ານ-ນາຍບ້ານເທດສະບານເມືອງ ເຂົ້າຮ່ວມທັງໝົດ 152 ສະຫາຍ,​ ຍິງ 38 ສະຫາຍ.

ໃນກອງປະຊຸມ, ສະຫາຍ ທອງສະຫວັນ ວົງມະນີ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ສະເໜີຈຸດປະສົງ ໃນການຈັດກອງປະຊຸມ. ກອງປະຊຸມເຜີຍແຜ່ເຊື່ອມຊຶມ ໃນຄັ້ງນີ້ ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງ ປະທານກອງປະຊຸຸມ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ດໍາເນີນຕາມວາລະກອງປະຊຸມ ພ້ອມທັງເຜີຍແຜ່ຄໍາສັ່ງແນະນໍາ: ວ່າດ້ວຍການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ ສະບັບເລກທີ 434/ຄລສພ, ລົງວັນທີ 18 ສິງຫາ 2023 ແລະ ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ລົງວັນທີ 18 ສິງຫາ 2023;

ສະຫາຍ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ຊີ້ນໍາວຽກງານພັກ-ພະນັກງານ ປະທານ ແນວລາວສ້າງຊາດເມືອງ ໄດ້ຜ່ານ ບົດຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ຄົບຄະນະ ກາງສະໄຫມ ຂອງຄະນະບໍລິ ຫານງານສູນກາງພັກ, ສະບັບເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023 ແລະ ບົດຄວາມເຫັນຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ຕໍ່ກອງປະຊຸມຄົບຄະນະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI;

ສະຫາຍ ພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ ສະມາຊິກສະພາປະຊາຊົນແຂວງ ໄດ້ຜ່ານບົດສໍາຫລວດການນໍາພາລວມ: ໃນໄລຍະກາງສະໄຫມຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ແລະ ຄໍາແນະນໍາການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄຫມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023;

ສະຫາຍ ວົງເດືອນ ພູມມີທໍາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຊີ້ນໍາວຽກງານ ຂົງເຂດເສດຖະກິດ ໄດ້ຜ່ານ ບົດລາຍງານ: ກ່ຽວກັບການສະຫຼບການຈັດຕັ້ງປະຕິບັດກາງສະໄຫມ ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5ປີ ຄັ້ງທີ XI ( 2021-2025 ) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄຫມ ຮອດປີ 2025;

ສະຫາຍ ບຸນແກ້ວ ເລທິວັນ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານ ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 54/ຄອສພ, ລົງວັນທີ 29 ກັນຍາ 2023 ແລະ ເອກະ ສານ ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ແບບຖາມ-ຕອບ ( ສໍາລັບສະມາຊິກພັກ, ພະນັກງານຮາກຖານ ແລະ ປະຊາຊົນ, ຊັ້ນຄົນຕ່າງໆ );

ສະຫາຍ ສົມນຶກ ໄຊຍະຈິດ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຊີ້ນໍາວຽກງານຂົງເຂດວັດທະ ນາທໍາ-ສັງຄົມ ໄດ້ຜ່ານ ມະຕິ: ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃຫມ່ສູ່ລ່ວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິງ ແລະ ຮອບດ້ານໃນການນໍາພາຂອງພັກ ສະບັບ ເລກທີ 05/ຄບສພ, ລົງວັນທີ 05 ກັນຍາ 2023;

ສະຫາຍ ຄໍາໝອນ ແສງວິໄລ ກໍາມະການປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກຊເມືອງ ໄດ້ຜ່ານ ແຜນດໍາເນີນງານ: ເພື່ອຜັນຂະຫຍາຍມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃຫມ່ສູ່ລ່ວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິງ ແລະ ຮອບດ້ານໃນການນໍາພາຂອງພັກ, ສະບັບເລກທີ 432/ຄລສພ, ລົງວັນທີ 28/8/2023;

ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມຍັງໃຫ້ບັນດາສະຫາຍຄະນະພັກ, ຫົວໜ້າ ສໍານັກງານ-ອົງການໃຫ້ສືບຕໍ່ເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມລາຍລະອຽດມີດັ່ງນີ້:

1. ມອບໃຫ້ຄະນະຮັບຜິດຊອບແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ ຂອງຄະນະບໍລິຫານສູນ ກາງພັກ, ຄະນະເລຂາທິການສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດວຽກງານກາງສະໄຫມ ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI;

2. ໃຫ້ຄະນະໂຄສະນາອົບຮົມເມືອງ ສົບທົບກັບ ຫ້ອງການຖະແຫລ່ງຂ່າວ-ວັດທະນາທໍາ-ສັງຄົມ ອັດເປັນຄີບສຽງສົ່ງໃຫ້ແຕ່ລະບ້ານ ເພື່ອອອກໂທລະໂຄງ ຂອງແຕ່ລະບ້ານ;

3. ມອບໃຫ້ບັນດາຫົວໜ້າຫ້ອງການສໍານັກງານ-ອົງການເຜີຍແຜ່ເຊື່ອມຊຶມຢູ່ບັນດາກົມກອງຂອງຕົນ ໃຫ້ກັບຜູ້ທີ່ຍັງບໍ່ທັນເຂົ້າຮ່ວມເຊື່ອມຊຶມໃນຄັ້ງນີ້;

4. ມອບໃຫ້ເລຂາຄະນະພັກຮາກຖານກຸ່ມລົງເຜີຍແຜ່ເຊື່ອມຊຶມໃຫ້ກັບອົງການຈັດຕັ້ງຂັ້ນບ້ານທີ່ຕົນຮັບຜິດຊອບ;

5. ພາຍຫລັງສໍາເລັດ ການຈັດຕັ້ງປະຕິບັດການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍແມ່ນລາຍງານໃຫ້ກັບຄະນະໂຄສະນາອົບຮົມເມືອງ ເພື່ອເປັນຂົ່ວຕໍ່ໃນການລາຍງານໃຫ້ຄະນະພັກຂັ້ນເທິງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet