ຄະນະໂຄສະນາອົບຮົມແຂວງ ປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ

ຕອນເຊົ້າຂອງວັນທີ 9 ມັງກອນ 2024 ນີ້ ຢູ່ທີຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ ທາງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ

ກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ) ແລະ ວັນລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924-8 ກຸມພາ 2024 )  ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ທອງໄຊອ່ອນ ເຈັນເຈັ່ນນາມ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຜົ້ງສາລີ, ມີບັນ ດາຄູອາຈານ, ພະສົງສຳມະເນນ ຕະຫຼອດຮອດນັກສຶກສາພາຍໃນໂຮງຮຽນ ເຂົ້າຮ່ວມທັງໝົດ 122 ສະຫາຍ, ຍິງ 67 ສະຫາຍ.

ໃນພິທີທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ) ແລະ ວັນລະນຶກວັນເກີດຂອງປະທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924-8 ກຸມພາ 2024 )  ທ່ານເປັນຜູ້ນຳຮຸ້ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆ ຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວເພຶ່ອກ້າວຂື້ນສັງຄົມນິຍົມດັ່ງກ່າວ ໃນພິທີຍັງໄດ້ມີກິດຈະກຳຖາມຕອບກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງປະທານຄຳໄຕ ສີພັນດອນ ຢ່າງເປັນຂະບວນການຟົດຟື້ນ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home