ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນກິນນອນຊົນເຜົ່າແຂວງ

ຕອນເຊົ້າວັນທີ 09 ມັງກອນ 2024 ນີ້ ຢູ່ສະໂມສອນໂຮງຮຽນກີນນອນຊົນເຜົ່າແຂວງ ຜົ້ງສາລີ ໄດ້ຈັດໃຫ້ມີພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ  ( 20 ມັງກອນ 1949 – 20 ມັງກອນ 2024 ) ແລະ ວັນເກີດ

ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2023 ). ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ. ມີບັນດາຄູອາຈານ, ຕະຫຼອດຮອດນ້ອງນັກຮຽນ ພາຍໃນໂຮງຮຽນກີນນອນຊົນເຜົ່າແຂວງເຂົ້າຮ່ວມ 146 ຄົນ ຍິງ 81 ຄົນ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ  ( 20 ມັງກອນ 1949 – 20 ມັງກອນ 2024 ) ແລະ ວັນເກີດປະ ທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2024 ) ຊຶ່ງທ່ານໃຫ້ຮູ້ວ່າ ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ, ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດອັນດູດຕື່ມ, ມີຄວາມສາມັກຄີເປັນປຶກແຜ່ນ,ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອ ພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນສັດຕູເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງ ຊາດໄວ້ໃຫ້ໝັ້ນຄົງ; ພາຍຫຼັງເຈົ້າຟ້າງຸ່ມນທ້ອນໂຮມປະເທດລາວເປັນອະນາຈັກລາວລ້ານຊ້າງ ໃນສະຕະວັດທີ 14 ແລະ ໃນສະຕະວັດທີ 16 ຖືກສັກດິນາຕ່າງດ້າວເຂົ້າມາຮຸກຮານເອົາເປັນຫົວເມືອງສ່ວຍແກ່ພວກເຂົາ; ມາ ຮອດທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດທີ 20 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງ ປະເທດລາວ 2 ຄັ້ງ. ຄັ້ງທີໜຶ່ງ: ແຕ່ປີ 1893 – 1945, ຄັ້ງທີສອງ: ແຕ່ປີ 1946 – 1954.

ຕະຫຼອດໄລຍະເວລາ ທີ່ຈັກກະພັດຝຣັ່ງປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລຳບາກ, ບໍ່ມີສິດເສລີພາບ, ຍິ່ງໄປກວ່ານັ້ນປະຊາຊົນຍັງປະເຊີນກັບໄພອຶດຫິວ, ກຶກໜັງສື, ໂລກລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງ ໜັກໜ່ວງ; ຍ້ອນທົນ ຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້ ປະຊາຊົນລາວບັນດາເຜົ່າ ຈິ່ງລູກຂຶ້ນ ຕໍ່ສູ້, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ ຂອງພໍ່ກະດວດ, ອົງແກ້ວ – ອົງກົມມະດຳ, ເຈົ້າຟ້າເມືອງສິງ, ເຈົ້າຟ້າ ປັດໃຈ ແລະ ອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນບັດໃຈຕົ້ນຕໍແມ່ນບໍ່ມີພັກນຳພາ.ວັນທີ 03 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ປະທານ ໂຮ່ຈີ ມິນ ເປັນຜູ້ນໍາພາ, ນັບແຕ່ນັ້ນມາ, ຂະບວນການຕໍ່ສູ້ ຂອງປະຊາຊົນ 3 ຊາດອິນດູຈີນກໍ່ໄດ້ຮັບແສງສະຫວ່າງ ການນໍາພາ ຂອງພັກ, ເຮັດໃຫ້ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນ 3 ຊາດອິນດູຈີນນັບມື້ນັບ ແຂງແຮງ ແລະ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ. ແລະເອກະສານປາຖະກະຖາລະນຶກວັນເກີດຂອງປະທ່ານ ຄຳໄຕ ສີພັນດອນຄົບຮອບ ຮອບ 100 ປີປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນທໍາອິດຂອງການປະຕິວັດລາວ ໄດ້ຮ່ວມກັບ ຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງ ດ້າວ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະ ທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ປະທານ ຄຳໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບ ຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍ່ຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ປະທານ ຄຳໄຕ ສີພັນດອນ ໄດ້ຮັບມອບໝາຍຫຼາຍໜ້າທີ່ສໍາຄັນເປັນລໍາດັບມາ. ຈາກຜູ້ແທນລັດຖະບານລາວ ອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູງກາງແນວ ລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ; ໄດ້ຮັບການປະຕິບັດຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ, ເປັນ ກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະ ມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ.

ເນື່ອງໃນໂອກາດວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2023), ພວກເຮົາພ້ອມກັນຈັດຕັ້ງການປາຖະກະຖາ ເພື່ອລະນຶກເຖິງຄຸນງາມຄວາມດີຂອງເພີ່ນ ທີ່ມີ ຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາ ປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ. ໂອກາດດຽວກັນນີ້. ຍັງໄດ້ຈັດກິດຈະກຳ ຖາມ-ຕອບ. ວັນລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ. ໃຫ້ກັບຄູອາຈານ ແລະ ນ້ອງນັກຮຽນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home