ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ

ຄະນະໂຄສະນາອົບຮົມແຂວງ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະ ນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ

     ໃນ​ໄລຍະ​ຫວ່າງວັນ​ທີ 29 ກຸມພາ-01 ມີນາ ປີ 2024 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງບຸນເໜືອໄດ້ຈັດ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ. ໃຫ້ກຽດເຂົ້າຮ່ວມໃນພິທີມີຄວາມໝາຍຄວາມສໍາຄັນນີ້, ມີ ສະຫາຍ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຄະນະໂຄສະນາອົບຮົມເມືອງ, ຄະນະໂຄສະນາອົອຮົມແຂວງ-ທີມງານແຂວງ ພ້ອມດ້ວຍເລຂາຄະນະພັກຮາກຖານເລຂາໜ່ວຍພັກ-ຮອງເລຂາໜ່ວຍນາຍບ້ານ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂອງບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວ ໜ້າ-ເລຂາອົງການຈັດຕັ້ງມະຫາຊົນ, ພະນັກງານກຸ່ມ, ຄູອາຈານ ແລະ ແພດໝໍ ທີ່ເປັນຫຼັກແຫຼ່ງ ຢູ່ໃນບ້ານ ມີຜູ້ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 12 ສະຫາຍ.

    ໃນ​ພິທີ​ດັ່ງກ່າວ ສະຫາຍ ນາງ ຈັນມະນີ ນາມວົງ ກຳມະການ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ໄດ້​ຂຶ້ນ​ກ່າວ​ໄຂ​ກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະ ນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້ຢ່າງ​ເປັນ​ທັງ​ການ.

     ສະຫາຍໄດ້​ແໜ້ນ​ໃຫ້​ບັນດານັກ​ສຳ​ມະ​ນາກ​ອນ​ໃຫ້​ຮັບ​ຮູ້​ເຂົ້າ​ໃຈ​ຈຸດ ປະສົງ ກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້ຄັ້ງນີ້  ເພື່ອປະຕິບັດ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​​​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງອົງຄະນະພັກແຂວງ, ມະຕິ​ເລກ ທີ 097/ກມສພ, ລົງ​ວັນ​ທີ 18 ກຸມພາ 2020 ວ່າ​ດ້ວຍ​ການ​ການເພີ່ມທະວີການຊີ້ນໍາຕໍ່ວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍຄືຂໍ້ ຕົກລົງຂອງເຈົ້າແຂວງ ສະບັບເລກທີ 3486/ຈຂ, ລົງວັນທີ 30 ສິງຫາ 2021 ວ່າດ້ວຍການຮັບຮອງຈຸດສຸມພັດທະນາທີ່ເປັນບູລິມະສິດ ຕາມຂໍ້ຕົກລົງເລກທີ 65/ນຍ, ເພື່ອສຸມໃສ່ຈັດຕັ້ງປະຕິບັດ ໃນໄລຍະ 5 ປີ 2021-2025 ຂອງແຂວງຜົ້ງສາລີ ​ໃຫ້​ປະກົດ​ຜົນ​ເປັນ​ຈິ່ງ​ນັ້ນ​; ຄະນະ​ໄດ້ນໍາເອົາ​ເອກະສານ​ ​ ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ ​ແລະ ການ​ສ້າງ​ບ້ານ​ພັດທະນາຕາມ 4 ​ເນື້ອ​ໃນ 4 ຄາດໝາຍ​ ມີ 5 ບົດໄປສຶກສາຄົ້ນຄວ້າຄື:

ບົດທີ 1. ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ.

ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ ສປປ ລາວ.

ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ,  ເຂັ້ມແຂງ, ໜັກແໜ້ນ.

ບົດທີ 4: ການສ້າງບ້ານພັດທະນາ.

ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ.

     ຜ່ານຈາກການຝຶກອົບຮົມຄັ້ງ​ນີ້​ ບັນດາ​ສະຫາຍນັກສຳມະນາກອນ ມີຄວາມຕັ້ງໃຈຟັງການບັນຍາຍເອກະສານ ແລະ ມີທັດສະນະຢັ້ງຢືນວ່າເອກະສານເຫຼົ່ານີ້ສອດຄ່ອງກັບເງື້ອນໄຂການສ້າງບ້ານພັດທະນາ ​ແລະ ຫຼາຍສະຫາຍກໍ່ມີຄວາມສົນໃຈຕັ້ງບັນຫາຂຶ້ນມາເພື່ອສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ນັກສຳມະນາກອນໄດ້ສະແດງຄວາມພໍໃຈທີ່ທາງຄະນະໂຄສະນາອົບຮົມແຂວງ ໄດ້ສຸມທຶນຮອນໄປເປີດຝຶກອົບຮົມໃຫ້ອົງການປົກຄອງບ້ານ, ເລຂາຄະນະພັກຮາກຖານກຸ່ມບ້ານ ທັງສ້າງໂອກາດແລກປ່ຽນບົດຮຽນນຳກັນອີກດ້ວຍ.

     ພິທີກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້​ຄັ້ງ​ນີ້​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ​ເຕັມ ​ແລະ ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຕາມ​ຈຸດປະ​ສົງ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home