ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ

ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫລ່ງ ແລະ ອາດິດການນຳຢູ່ເມືອງຂວາ

ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງຂວາໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳເມືອງ, ພະນັກງານຫຼັກແຫລ່ງ ແລະ ອາດິດການນຳເມືອງ.

    ໂອກາດນີ້ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົົ້ນເດັ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ໄລຍະ 4 ປີ ແລະ ທິດທາງວຽກງານຈຸດສຸມໃນປີ 2024 ຊຶ່ງຕະຫຼອດໄລຍະການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (2020-2024) ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ ເປັນຕົ້ນແມ່ນການປູກຟັງ-ລ້ຽງສັດ, ການນໍາໃຊ້, ຄຸ້ມຄອງເຄື່ອງປ່າຂອງດົງແບບຢືນຍົງ, ການບໍລິການ ແລະ ອຸດສາຫະກໍາປຸງແຕ່ງ ຕາມແລວເສດຖະກິດ ແລະ ຕາມ 5 ທາງອອກຂອງເມືອງ. 4 ປີຜ່ານມາ ອັດຕາການຂະຫຍາຍຕົວຂອງເສດຖະກິດແມ່ນຢູ່ໃນລະດັບ 6,01 %. ໃນນີ້: ຂະແໜງກະສິກໍາ-ປ່າໄມ້ຂະ ຫຍາຍຕົວ5,99%; ຂະແໜງອຸດສາຫະກໍາ -ຫັດຖະກໍາຂະຫຍາຍຕົວ 6,12% ແລະ ຂະແໜງການບໍລິການຂະຫຍາຍຕົວ 5,23%. ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 933,21 ຕື້ກີບ, ເທົ່າກັບ 76,23% ຂອງແຜນການ 5 ປີ, ໃນນີ້: ຂະ ແໜງກະສິກໍາ-ປ່າໄມ້ມີມູນຄ່າ 480,65 ຕື້ກີບ, ກວມ 51,51%; ຂະແໜງອຸດສາຫະກໍາ -ຫັດຖະກໍາມີມູນຄ່າ 166,62 ຕື້ກີບ, ກວມ 17,85% ແລະ ຂະແໜງການບໍລິການມີມູນຄ່າ 285,91 ຕື້ກີບ, ກວມ 30,64%. ສະເລ່ຍໃສ່ລາຍຮັບຕໍ່ຫົວຄົນໄດ້ 10,25 ລ້ານກີບ ຫຼື ເທົ່າກັບ 495,76 ໂດລາ ( ໃນອັດຕາແລກປ່ຽນ 20,683 ກີບ ຕໍ່ 1 ໂດລາສະຫະລັດ); ພ້ອມດຽວກັນນັ້ນກໍ່ໄດ້ຈັດຕັ້ງປະຕິບັດຕາມ 9 ແຜນງານ 181 ໂຄງການ ສໍາເລັດ 5 ແຜນງານ, 93 ໂຄງການ ມີມູນຄ່າ 101,12 ຕື້ກີບ ເທົ່າກັບ 51,38% ຂອງແຜນການ 5 ປີ, ການຈັດຕັ້ງປະຕິບັດແຜນງົບປະມານຕະຫຼອດໄລຍະ 4 ປີຜ່ານມາລາຍຮັບລວມປະຕິບັດໄດ້ 17,57 ຕື້ກີບ, ເທົ່າກັບ 79,30% ຂອງແຜນການ 5 ປີ, ດ້ານລາຍຈ່າຍ ປະຕິບັດລາຍຈ່າຍໄດ້ທັງໝົດ 16,05 ຕື້ກີບ ເທົ່າກັບ 72,44% ຂອງແຜນການ 5 ປີ. ອັນພົ້ນເດັ່ນແມ່ນສຸ່ມໃສ່ການສ້າງຖ້ານຂໍ້ມູນຈັດເກັບລາຍຮັບໄດ້ 93 ບ້ານ. ພ້ອມກັນນີ້ບັດຄາດໝາຍຕົວຊີ້ວັດຕ່າງໆຂອງຂົງເຂດສັງຄົມກໍ່ໄດ້ເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ບັນລຸບາງຄາດໝາຍ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການສ້າງຕົວເມືອງນ້ອຍໃນຊົນນະບົດກໍ່ໄດ້ສຸມທຸກແຫລ່ງທຶນໃນການຈັດ ຕັ້ງປະຕິ ບັດ, ພື້ນຖານໂຄງລ່າງກໍ່ໄດ້ຮັບການປັບປຸງຍົກລະດັບ ແລະ ເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນເປັນກ້າວໆ.

     ໂອກາດດັ່ງກ່າວນີ້ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງ ໄດ້ເນັ້ນໝັກ ແລະ ຮຽກຮ້ອງຕື່ມຫຼາຍບັນຫາເປັນຕົ້ນແມ່ນ: ໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ ໃຫ້ທຸກພາກສ່ວນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງແຕ່ລະຂັ້ນ, ເພີ່ມຄວາມເປັນເຈົ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂ 9 ໜໍ່ແໜ່ງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແທດເຖິງຕົວຈິງ ແລະ ເຂັ້ມງວດກ່ວາເກົ່າ, ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາ ຂອງສູນກາງ, ຂອງແຂວງ ແລະ ຮັບປະກັນຄວາມຖືກຕ້ອງ, ມີຄວາມສະຫງົບ ແລະ ສໍາເລັດຕາມກໍານົດເວລາ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມແລວ 1.1, 4, 5, 6, 22 ແລະ 9 ແຜນງານ; ໃນນັ້ນ ສຸມໃສ່ກໍ່ສ້າງໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ສຸມໃສ່ການຈັດສັນຍົກຍ້າຍບ້ານ, ການໂຮມບ້ານ ແລະ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ, ສືບຕໍ່ສຸມໃສ່ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບ ຕິດ ຕາມ 5 ວຽກຕົ້ນຕໍ ຢ່າງແຂງແຮງ ແລະ ແທດເຖິງ, ສືບຕໍ່ຊີ້ນໍາວາງແຜນການປ້ອງກັນ, ສະກັດກັ້ນ ແລະ ເຝົ້າລະວັງພະຍຸພະຍາດ, ໄພພິບັດຕ່າງໆ ອາດເກີດຂຶ້ນຕາມລະດູການ, ສຸມໃສ່ການປະຕິບັດຄາດໝາຍດ້ານສະຫັດສະຫວັດ ເພື່ອການພັດທະ ນາ ແລະ ການພັດທະນາແບບຍືນຍົງ (SDGs) ໃນຂົງເຂດສັງຄົມ ໃຫ້ບັນລຸເພີ່ມຂຶ້ນ, ສຸມໃສ່ການສົ່ງເສີມການຜະລິດສະບຽງອາຫານ-ທັນຍາຫານ ເພື່ອສະໜອງພາຍໃນ ແລະ ທົດແທນການນໍາເຂົ້າ, ສຸມໃສ່ຈັດຕັ້ງປະຕິບັດ ໂຄງການຜະລິດເປັນສິນຄ້າເພື່ອສົ່ງອອກ ທີ່ມີຕະຫຼາດຮອງຮັບ ມາແລ້ວເຊັ່ນ: ຢາງພາລາ, ໝາກແໜ່ງ ແລະ ພືດລະດູການ ຕິດພັນກັບການຈັດສັນອາ ຊີບ, ສ້າງລາຍຮັບ, ລາຍໄດ້ ໃຫ້ແກ່ປະຊາຊົນ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home