ທ່ານເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ

 

ທ່ານເຈົ້າແຂວງຜົ້ງສາລີ

ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງ ຂອງບໍລິສັດເຫີງຍີການຄ້າ

     ຕອນບ່າຍຂອງວັນທີ 26 ກຸມພາ 2024 ນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຊຸກຍູ້ການການລ້ຽງໄກ່ໄຂ່ ແລະ ຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງຂອງບໍລິສັດເຫີງຍີການຄ້າ – ກະສີກຳຂາເຂົ້າ-ຂາອອກ ຢູ່ເມືອງບຸນໃຕ້ ໂດຍມີທ່ານ ອ່ອນຄຳ ອິນແສງ ເຈົ້າເມືອງໆບຸນໃຕ້ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ໂອກາດນີ້, ທ່ານເຈົ້າແຂວງພ້ອມດ້ວຍຄະນະຈາກຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການລ້ຽງໄກ່ໄຂ່ ຂອງຄອບຄົວທ່ານ ຄໍານວນ ທີ່ບ້ານນາຫວາຍ ເມືອງບຸນໃຕ້. ເຈົ້າຂອງ ຟາມໄກ່ ໄດ້ໃຫ້ຮູ້ວ່າ ແນວຄວາມຄິດທີ່ໄດ້ລິ່ເລີ່ມ ມາລ້ຽງໄກ່ໄຂ່ນີ້, ແມ່ນພາຍຫຼັງທີ່ຕົນເອງໄດ້ໄປຢູ່ນໍາພີ່ນ້ອງ ທີ່ເຮັດຟາມໄກ່ ຢູ່ນະຄອນຫຼວງວຽງຈັນໄດ້ 2 ປີ ກັບມາຢູ່ບ້ານ ແລະ ໄດ້ເຮັດອາຊີບກະສິກໍາ ປູກຜັກ, ກິດຢາງ ແຕ່ຍັງບໍ່ທັນຕອບສະໜອງໄດ້ ຈຶ່ງຢາກທົດລອງລ້ຽງໄກ່ໄຂ່ໄປນໍາ ໂດຍນໍາໃຊ້ບົດ ຮຽນທີ່ໄດ້ໄປເຮັດຜ່ານມາ, ຈຶ່ງໄດ້ຊື້ໄກ່ມາລ້ຽງໃນຊຸດທໍາອິດ ຈໍານວນ 405 ໂຕ,ການລ້ຽງແມ່ນໃຫ້ອາຫານ ມື້ລະ 1.5 ເປົາ, ສາມາດເກັບໄຂ່ໄດ້ ຢ່າງໜ້ອຍ 330 ໜ່ວຍ/ມື້ (11 ແຕະ/ມື້), ຊຶ່ງໃນໄລຍະການອອກໄຂ່ຂອງໄກ່ ແມ່ນ 1 ປີເຄິ່ງ (18 ເດືອນ) ຈໍານວນໄຂ່ໄກ່ ກໍ່ຈະຫຼຸດລົງຕາມລໍາດັບ. ເຊິ່ງການບົວລະບັດຈະໃຫ້ຢາປ້ອງກັນຢ່າງເປັນປົກກະຕິ ແລະ ຈະຢອດຢາໃສ່ຕາໄກ່ 3 ເດືອນ/ຄັ້ງ; ພາຍຫຼັງສຸດໄຂ່ ແລ້ວກໍ່ໄດ້ຂາຍໄກ່ແມ່ອອກທັງໝົດ. ຜ່ານການລ້ຽງດັ່ງກ່າວເຫັນວ່າມີຄວາມເປັນໄດ້ ເນື່ອງຈາກສາມາດສ້າງລາຍຮັບມາສູ່ຄອບຄົວໄດ້ຈໍານວນໜຶ່ງ ເພາະໄດ້ເຮັດຄຽງຄູ່ໄປກັບການເຮັດອາຊີບອື່ນໄປນໍາ, ອີກດ້ານໜຶ່ງການສະໜອງໄຂ່ໄກ່ ກໍ່ບໍ່ທັນພຽງພໍກັບຄວາມຕ້ອງການ ຂອງຕະຫຼາດ, ຈຶ່ງໄດ້ມາສືບຕໍ່ລ້ຽງເປັນຊຸດທີ່ 2 ໃນປັດຈຸບັນ ມີຈໍານວນທັງໝົດ 1.300 ໂຕ (ລ້ຽງສອງຄອບຄົວ, ຄອບຄົວຂອງຕົນ ແລະ ຄອບຄົວລູກສາວ) ໂດຍສືບຕໍ່ເຮັດອາຊີບອື່ນຄວບຄູ່ໄປນໍາ. ສໍາລັບຂໍ້ຫຍຸ້ງຍາກໃນການລ້ຽງໄກ່ໄຂ່ ນີ້, ຕົ້ນຕໍແມ່ນບັນຫາລາຄາຫົວອາຫານ ທີ່ເພິ່ມຂຶ້ນເນື່ອງຈາກສະພາບເສດຖະ ກິດປັດຈຸບັນ ຈຶ່ງເຮັດໃຫ້ຕົ້ນທຶນສູງຂຶ້ນ ຈາກໃນປີກາຍ ເປົາໜຶ່ງ 260,000 ກີບ ມາເປັນ 330,000 ກີບ, ແຕ່ລາຄາໄຂ່ແມ່ນຍັງປົກກະຕິ. ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ສະເໜີໃຫ້ຂັ້ນເທິງຊ່ວຍໃນດ້ານ ຂອງການສະໜອງຫົວອາຫານໄກ່, ປາ ນີ້ຕື່ມ.

     ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງຜົ້ງສາລີກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມໃນການຊອກອາຊີບ ຈາກບົດຮຽນທີ່ຕົນເອງໄດ້ມາ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ຈໍາໜ່າຍພາຍໃນທົດແທນການນໍາເຂົ້າຕາມແນວທາງນະໂຍບາຍ ຂອງຂັ້ນເທິງໄປເທື່ອລະກ້າວ ແລະ ຖ້າເຫັນວ່າອາຊີບດັ່ງກ່າວບໍ່ມີຄວາມສ່ຽງຫຼາຍ,ຕະຫຼາດມີຄວາມຕ້ອງການສູງແມ່ນໃຫ້ຄົ້ນຄວ້າ ແລະ ຖ້າສາມາດເພິ່ມປະລິມານໄດ້ ໂດຍການສົ່ງເສີມໃຫ້ມີການລ້ຽງເປັນກຸ່ມ ເປັນຟາມ, ຕິດພັນກັບການລ້ຽງປາ ເພາະນໍາໃຊ້ສະຖານທີດຽວກັນ ໃຫ້ກວ້າງຂວາງຕື່ມແມ່ນຍິ່ງດີ, ໃນນີ້ຖ້າມີຄວາມຕ້ອງການດ້ານອາຫານ ແລະ ອື່ນໆ ເປັນຈໍານວນຫຼາຍແລ້ວ ພາກລັດກໍ່ຈະໄດ້ພິຈາລະນານະໂຍບາຍຍົກເວັ້ນພາ ສີການນໍາເຂົ້າຫົວອາຫານ ແລະ ປັດໃຈດ້ານອື່ນໆຕື່ມ. ມອບໃຫ້ອົງການປົກຄອງເມືອງ ໂດຍສະເພາະແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຄວາມໃກ້ສິດ ແລະ ແນະນໍາໃນການໄລ່ລຽງດ້ານເສດຖະກິດລະຫວ່າງຕົ້ນທຶນ, ຜົນກໍາໄລ, ລວມທັງຄວາມສ່ຽງດ້ານຕ່າງໆ ໃນການປ້ອງກັນພະຍາດລະບາດ ທີ່ອາດຈະເກີດຂຶ້ນ, ພ້ອມທັງແນະນໍາດ້ານເຕັກນິກວິຊາການ ແລະ ອໍານວຍຄວາມສະດວກດ້ານຕ່າງໆຕື່ມອີກ.

     ຈາກນັ້ນທ່ານເຈົ້າແຂວງຜົ້ງສາລີພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ເກັບຊື້ເຄືອແດງຂອງບໍລິສັດເຫີງຍີການຄ້າ – ກະສີກຳຂາເຂົ້າ-ຂາອອກ ຊຶ່ງບໍລິສັດດັ່ງກ່າວໄດ້ມາລົງທຶນເກັບຊື້ເຄືອແດງຢູ່ເມືອງບຸນໃຕ້ແຕ່ປີ 2021 ເຊິ່ງໄດ້ສົ່ງເສີມງົບປະມານໃນການບົວລະບັດຮັກສາສວນໜາກແໜ່ງ, ເກັບຊື້ຜົນຜະລິດຕາມລະດູການ,ເຄື່ອງປ່າຂອງດົງເປັນສິນຄ້າສົ່ງ ອອກ ຢູ່ໃນ 3 ບ້ານ, 190 ຄອບຄົວ, ມີເນື້ອທີ່ 200 ກ່ວາເຮັກຕາ, ໃນໄລຍະທີ່ຜ່ານມາ ທາງບໍລິສັດໄດ້ເກັບຊື້ຕົ້ນຕໍແມ່ນເຄືອດ້າງແດງ, ໝາກປົງເປ້ງ, ເຫງົ້າຕົ້ນຜັກກູດປ່າ ໃນກິໂລລະ 2800 ຫາ 3000 ກີບ ໃນປີຜ່ານມາສາມາດເກັບຊື້ໄດ້ທັງໝົດ 100 ກ່ວາໂຕນ, ສຳລັບການເກັບຊື້ໃນຕໍ່ໜ້າເພື່ອໃຫ້ມີຄວາມຍືນຍົງທາງບໍລິສັດຈະໄດ້ສົ່ງເສີມໃຫ້ປະຊາຊົນປູກ ແລະ ພ້ອມທັງຈັດສັນອາຊີບທຳການຜະລິດແບບໝັ້ນຄົງໃຫ້ປະຊາຊົນມີລາຍຮັບເພີ້ມຂຶ້ນ ຫຼຸດຜ່ອຍຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home