ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ

ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນ ຢູ່ບ້ານສິນໄຊ ເມືອງຂວາ

     ຕອນບ່າຍຂອງວັນທີ 29 ກຸມພາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດໄຄ່ແຜ່ນຢູ່ບ້ານສິນໄຊ ເມືອງຂວາ. ໂດຍມີທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ບ້ານສິນໄຊ ກໍ່ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມສິນໄຊ ເມືອງຂວາ ແຂວງຜົ້ງສາລີ ເຊິ່ງຫ່າງຈາກເທດສະບານເມືອງປະມານ 36 ກິໂລແມັດ ກູ່ມຜະລິດປະກອບດ້ວຍສະມາຊິກຜູ້ ທັງໝົດ 57 ຄອບຄົວ, ມີແຮງງານຜະລິດທັງໝົດ 114 ຄົນ, ຍິງ 109 ຄົນ, ມີ 4 ໜ່ວຍການຜະລິດສາມາດຜະລິດໄຄ່ແຜນໄດ້ 65,969 ແຜນ / ປີ, (ໜຶ່ງກີໂລດິບສາມາດຜະລິດເປັນແຜນໄດ້ສີ່ແຜນ) ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມສາມາດຢູ່ລອດຕໍ່ໄປນັ້ນ ພາຍໃນກຸ່ມໄດ້ມີການສ້າງກົດລະບຽບຢ່າງລະອຽດ ເພື່ອເປັນບ່ອນອີງໃນການບໍລິຫານກຸ່ມ ແລະ ທາງຂະແໜງການ ກໍ່ຄືຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສະເໜີນໍາໃຊ້ກາໝາຍໂອ ດັອບໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງຂວາ ແລະ ຈັດພິທີເປີດປ້າຍນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງ ຊາດ ຄັ້ງວັນທີ 13 ທັນວາ 2019 ທີີ່ຜ່ານມາ ໄລຍະເວລາການເກັບກູ້ແມ່ນເລີ່ມແຕ່ຕົ້ນເດືອນ 11 ປີ 2023 ຈົນເຖິງ ວັນທີ 25 ມີນາ  ຂອງທຸກໆປີ ແລະ ການຈຳໜ່າຍແມ່ນເລີ່ມແຕ່ເດືອນ 11 ຈົນເຖິງ ເດືອນ 07 ຂອງທຸກໆປີ.

     ຜ່ານການຈັດຕັ້ງປະຕິບັດໃນໄລຍະໜຶ່ງປີ ໃນສົກປີ 2023 ຜ່ານມາ ທາງກຸ່ມຜະລິດສາມາດຜະລິດໄຄແຜ່ນໄດ້ທັງໝົດ ຈຳ ນວນ 65,969 ແຜ່ນ, ຂາຍໃນລາຄາ 15,000 ກີບ/ແຜນ, ລວມລາຍຮັບໄດ້ທັງໝົດ ຈຳນວນ 989 ລ້ານກ່ວາກີບ, ສະເລ່ຍຜົນກໍາໄລ່ທັງໝົດ 131,938,000 ກີບ ແລະ ເຂົ້້າເປັນເງິນຄັ່ງກຸ່ມຜະລິດຈຳນວນ 19,790,000 ກີບ, ສໍາລັບວັດຖຸດິບແມ່ນໄດ້ເກັບຈາກຂອບເຂດບ້ານ ແລະ ນໍາເຂົ້າຈາກຕ່າງເມືອງຕ່າງແຂວງ. ພ້ອມກັນນີ້ທາງກຸ່ມຍັງໄດ້ສະເໜີຕໍ່ຂັ້ນເທິງເປັນຕົ້ນແມ່ນຊ່ວຍເຮືອນຕາກໄຄແຜ່ນ ເນື່ອງການຕາກທຸກມື້ໃນຊວງມີການຜະລິດແມ່ນໄດ້ຕາກຕາມແຄມທາງລົດ; ຊ່ວຍຄອມພິວເຕີ ແລະ ປິ່ນເຕີສີ 1 ຊຸດ ເພື່ອປີ່ນໂລ້ໂກ້ຕິດໃສ່ສິ້ນຄ້າ ເນື່ອງຈາກໄລຍະທີ່ຜ່ານມາໄດ້ສັ່ງເຮັດຈາກບ່ອນອື່ນ ແລະ ເຮັດໃຫ້ການຜະລິດຕົ້ນທຶນສູງ.

      ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ກຸ່ມການຜະລິດໄຄ່ແຜ່ນ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນ ເຮັດໃຫ້ປະຊາຊົນມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ກັບກຸ່ມການຜະລິດໃຫ້ສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍໄຄ່ແຜນ ໃຫ້ໄດ້ຫຼາຍກ່ວາເກົ່າ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home