ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ

ທ່ານເຈົ້າແຂວງຜົ້ງສາລີ

ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມ, ຊຸກຍູ້ກິດຈະການຟາມລ້ຽງໄກ່ໄຂ່ ຂອງບໍລິສັດສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈໍາກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ໂອກາດນີ້, ທ່ານ ຄຳຈັນ ສິດທິລາດ ຕາງໜ້າໃຫ້ ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ບໍລິສັດ ສຸກຈະເລີນຟາມລ້ຽງໄກ່ໄດ້ສ້າງຕັ້ງຂື້ນໃນທ້າຍປີ 2021 ແລະ ໄດ້ດຳເນີນກິດຈະການໃນຕົ້ນເດືອນກໍລະກົດ ປີ 2022 ໃນໄລຍະຜ່ານມາທາງບໍລິສັດ ກໍ່ໄດ້ມີການ ບຸກເບີກພື້ນທີ່, ກໍ່ສ້າງເສັ້ນທາງເຂົ້າຟາມ, ກໍ່ສ້າງຄອກລ້ຽງໄກ່ແບບເຄີ່ງຖາວອນ-ແບບຖາວອນ ແລະ ນຳເຂົ້າໄກ່ພັນໄຂ່ຈາກປະເທດໄທ (ເປັນໄກ່ພັນໄຂ່ໄຮບຮີດ) ໃນວັນທີ 24 ກັນຍາ 2022. ປະຈຸບັນທາງບໍລິສັດພວມດຳເນີນກິດຈະການບຸກເບີກພື້ນທີ່ຕັ້ງໂຄກໄກ່ໄຂ່ ແລະ ໄກ່ຊີ້ນສຳເລັດ, ສ້າງໂຄກໄກ່ໄຂ່ແບບເຄີ່ງຖາວອນ ຂະໜາດ 8×25 ແມັດ ຈຳນວນ 1 ຫລັງ ບັນຈຸໄກ່ໄດ້ 500 ໂຕ, ເປັນໂຄກໄກ່ເພື່ອທົດລອງຄວາມເປັນໄປໄດ້ຂອງການໃຫ້ຜົນຜະລີດໄກ່ໄຂ່, ໄດ້ສຳເລັດການກໍ່ສ້າງຕັ້ງໂຄກໄກ່ໄຂ່ແບບຖາວອນ ຂະໜາດ 15×85 ແມັດ ຈຳນວນ 1 ຫລັງ ທີ່ສາມາດບັນຈຸໄກ່ໄດ້ 8 ພັນ – 10 ພັນໂຕ, ສຳເລັດການກໍ່ສ້າງ ແລະ ວາງລະບົບທໍ່ນ້ຳ ເພື່ອນຳໃຊ້ໃນຟາມໄກ່ ມີຄວາມຍາວ 2,800 ແມັດ, ຈັດຊື້ ແລະ ນຳເຂົ້າແນວພັນໄກ່ໄຂ່ ( ໄກ່ແມ່ສາວ 18 ອາທິດ ) ຈຳນວນ 500 ໂຕ ຈາກປະເທດໄທ, ຈັດຊື້ ແລະ ນຳເຂົ້າວັດສະດຸອຸປະ ກອນນຳໃຊ້ຟາມໄກ່, ຫົວອາຫານໄກ່, ຢາປ້ອງກັນຕ່າງໆ ແລະ ມີແຜນ ຈະນຳເຂົ້າໄກ່ພັນໄຂ່ໃນທ້າຍເດືອນ 3 ປີ 2024 ຈຳນວນ 4.000 – 5.000 ໂຕ ).  ຜົນການດຳເນີນກິດຈະການລ້ຽງໄກ່ໄຂ່ໃນຊ່ວງໄລຍະ 13 ເດືອນຜ່ານມາ ( ແຕ່ວັນທີ 24 ກັນຍາ 2022 ຫາ ວັນທີ 16 ສີງຫາ 2023 ) ໂດຍລວມແລ້ວ ການລ້ຽງໄກ່ໄຂ່ຢູ່ແຂວງຜົ້ງສາລີ ເຫັນວ່າມີຄວາມເໝາະສົມ ແລະ ຕ້ອງໄດ້ນຳໃຊ້ທາງເຕັກນີກ-ວິທີການດ້ານຕ່າງໆ. ເຖິ່ງວ່າສະພາບອາກາດໜາວເຢັນ ແຕ່ອັດຕາການຕາຍຂອງໄກ່ແມ່ນໜ້ອຍ ( ປະມານ 3 % ), ການໃຫ້ຜົນຜະລິດໄຂ່ແມ່ນຢູ່ອັດຕາສ່ວນ ປະມານ 88,5 % ສະເລ່ຍ 11,700 ໜ່ວຍຕໍ່ເເດືອນ ( ສະເລ່ຍໃຫ້ໄຂ່ 390 ໜ່ວຍຕໍ່ມື້ ) ສະເລ່ຍລາຍຮັບ 21.000.000 ກີບຕໍ່ເດືອນ ແລະ ລາຍຈ່າຍສະເລ່ຍ 16.000.000 ກີບຕໍ່ເດືອນ. ນອກຈາກນີ້ທາງບໍລິສັດຍັງໄດ້ປູກພຶກພັກຊະນິດຕ່າງໆ ເພື່ອສົ່ງຂາຍພາຍໃນເທດສະບານເມືອງບຸນເໜືອ ຕື່ມອີກ.

     ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດຫຼາຍຈິດຈະກຳ ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍ່ຄືຂອງຄອບຄົວໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດ ຕໍ່ກັບບໍລິສັດໃຫ້ໃຫ້ສືບຕໍ່ຮັກສາອາຊີບ, ທຸລະກິດທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມເປັນຕົ້ນການລ້ຽງໝູ ແລະ ປາ ເປັນສິ້ນຄ້າ, ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

 

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home