ທ່ານເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

      ທ່ານ ເຫຼັກ ສຸກສັນ ອຳນວຍການ ບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ທາງບໍລິສັດໄດ້ດຳ ເນີນກິດຈະການເລີ່ມແຕ່ປີ 2019 ຊຶ່ງໄດ້ສໍາປະທານເນື້ອທີທັງໝົດ 97,06 ເຮັກຕາ, ມີອາຍຸ 30 ປີ, ມີທຶນທັງໝົດ: 48 ຕື້ກ່ວາກີບ ດ້ວຍການລົງທຶນຂອງເອກກະຊົນ 100%, ຊຶ່ງທາງບໍລິສັດມີເປົ້າໝາຍຜະລິດແມ່ພັນງົວໃຫ້ໄດ້ຈຳນວນຈຳນວນ 500 ແມ່ໃນໄລຍະເວລາ 10 ປີ ແລະ ຜະລິດງົວຂຸນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ໄດ້ 3.000-5.000 ໂຕຕໍ່ປີ. ປະຈຸບັນທາງບໍລິສັດໄດ້ທະລຸເສັ້ນທາງອ້ອມຂອບເຂດດິນທີ່ທາງບໍລິສັດສຳປະທານ, ປັບສະຖານທີ່ສຳລັບຕັ້ງຄອກລ້ຽງສັດ, ຫ້ອງການ, ບ່ອນເກັບມ້ຽນຫຍ້າໝັກ-ຫຍ້າແຫ້ງ, ບ່ອນເກັບມ້ຽນອາຫານສັດ ແລະ ພື້ນທີ່ສຳລັບກໍ່ສ້າງອ່າງເກັບນ້ຳ ໃນເນື້ອທີ່ 4 ເຮັກຕາ, ໄຖ່ພື້ນທີ່ສຳລັບປູກຫຍ້າເນື້ອທີ່ 15 ເຮັກຕາ ປູກຫຍ້າລູຊິ, ຫຍ້າຫວານ ແລະ ຫຍ້າເນເປຍ, ໄດ້ສຳເລັດການປູແຮ່ຈາກທາງຫຼວງ 1A ຫາຟາມງົວໄລຍະທາງ 4,5 ກິໂລແມັດ ສາມາດທຽວໄດ້ສອງລະດູ, ໄດ້ສຳເລັດການກໍ່ສ້າງບ້ານພັກພະນັກງານ 1ຫຼັງ, ເຮືອນ ຄົວ ແລະ ຫ້ອງນ້ຳ, ສຳເລັດການກໍ່ສ້າງຄອກງົວ 3 ຫຼັງ ຂະໜາດ 9×20ແມັດ, 7,5×25ແມັດ ແລະ 8×46ແມັດ ສາມາດບັນຈຸງົວ-ຄວາຍໄດ້ 150ໂຕ, ໄດ້ເກັບຊື້ເຟືອງ ແລະ ໃບອ້ອຍເພື່ອກະກຽມແຫຼ່ງອາຫານສຳຫຼັບໄວ້ລ້ຽງງົວໃນຊ່ວງລະດູແລ້ງ, ໄດ້ສົ່ງ ເສີມປະຊາຊົນປູກມັນຕົ້ນແລ້ວເກັບຊື້ຄືນໃນລາຄາຄໍ້າປະກັນທີ່ບ້ານນ້ຳບຸນ ແລະ ບ້ານຂ້ອນ, ປະຈຸບັນມີງົວທັງໝົດ 34ໂຕ ພໍ່ພັນ 2ໂຕ. ລວມມູນຄ່າການລົງທຶນໃນໄລຍະທີ່ຜ່ານມາລວມທັງໝົດ: 3 ຕື້ກ່ວາກີບ.

     

      ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດກິດຈະກຳຟາມລ້ຽງງົວເພື່ອຈຳ ໜ່າຍພາຍໃນ ແລະ ສົ່ງອອກ, ຫຼຸດຜ່ອນການນຳເຂົ້າ ຕາມແນວທາງນະໂຍບາຍຂອງພັກລັດວາງອອກ, ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍ່ຄືຂອງເຈົ້າຂອງທຸລະກິດໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານ,  ຕໍ່ກັບບໍລິສັດໃຫ້ສືບຕໍ່ ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ດ້ວຍການສົ່ງເສີມປູກຫ້ຍາ, ປູກມັນຕົ້ນ ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home