Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງຜົ້ງສາລີ -

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງຜົ້ງສາລີ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ,
ຜູ້ຊີ້ນຳຮອບດ້ານແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງຜົ້ງສາລີ

     ໃນຕອນບ່າຍຂອງວັນທີ 28 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຂວາ, ແຂວງຜົ້ງສາລີ, ໂດຍຮ່ວມໃນການລົງເຄື່ອນໄຫວຄັ້ງນີ້ມີ ສະຫາຍ ສັນຕິ ແກ້ວຍະສານ, ຮອງເລຂາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ, ໃຫ້ການຕ້ອນຮັບຂອງສະຫາຍ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ, ເລຂາພັກເມືອງຂວາ, ພ້ອມຄະນະ.


ການລົງເຄື່ອນໄຫວຂອງສະຫາຍ ວັນໄຊ ພອງສະຫວັນ ໃນຄັ້ງນີ້ ໄດ້ເຂົ້າພົບປະໂອ້ລົມກັບຄະນະນຳ,ພະນັກງານບຳນານ ແລະພະນັກງານຫຼັກແຫ່ງຂອງເມືອງຂວາ ທີ່ສະໂມສອນເມືອງ. ເຊີງໄດ້ຮັບການລາຍງານສະພາບຈຸດພິເສດ,ການພັດທະນາເສດຖະກິດສັງຄົມຂອງເມືອງຂວາ ຈາກສະຫາຍ ສອນສະໜຸກ ສີສຸລາດ ເຊີງເມືອງຂວາ ຕັ້ງຢູ່ທາງທິດໃຕ້ຂອງແຂວງຜົ້ງສາລີ 167 ກມ, ເປັນເມືອງພູດອຍເກືອບ 100%, ມີ 93 ບ້ານ, ມີ 6,012 ຄົວເຮືອນ, ມີ7,391 ຄອບຄົວ, ມີພົນລະເມືອງທັງໝົດ 30,431 ຄົນ, ປະກອບດ້ວຍ 9 ຊົນເຜົ່າ 7 ແຊງ ຄື: ຊົນເຜົ່າ ກຼືມມຸ, ເຜົ່າອາຄາ, ເຜົ່າລາວ, ເຜົ່າຢັ້ງ, ເຜົ່າໄຕ, ເຜົ່າພູນ້ອຍ, ເຜົ່າຫໍ້, ເຜົ່າລື້ ແລະ ເຜົ່າບິດ. ປັດຈຸບັນກໍາລັງກະກຽມປະກາດສ້າງຕັ້ງຕາແສງ ເຊິ່ງມີທັງໝົດ 5 ຕາແສງ, ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ 2026 ເສດຖະກິດຂອງເມືອງຂະຫຍາຍຕົວ 6%.ພ້ອມນີ້ບັນດາທ່ານຄະນະຕິດຕາມການເຄື່ອນໄຫວຍັງໄດ້ມີຄຳເຫັນແລກປ່ຽນນຳກັນ.


ໂອກາດນີ້ສະຫາຍ ວັນໄຊ ພອງສະຫວັນໄດ້ໂອ້ລົມເນັ້ນໜັກໃຫ້ຄະນະນຳ,ພະນັກງານບຳນານແລະພະນັກງານຫຼັກແຫ່ງຂອງເມືອງຂວາໃຫ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງສູນກາງພັກ,ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບມະຕິກອງປະຊຸມໃຫ່ຍຄັ້ງທີ XII ອົງຄະນະພັກແຂວງຜົ້ງສາລີ, ຄັ້ງທີ XVIຂອງເມືອງຂວາ ຜັນຂະຫຍາຍເປັນແຜນງານ,ໂຄງການລະອຽດແລະ ວຽກງານຕາແສງຈັດຕັ້ງປະຕິບັດໃຫ້ສຳເລັດ; ເອົາໃຈໃສ່ວຽກງານປ້ອງກັນຊາດແລະ ປ້ອງກັນຄວາມສະຫງົບ, ບັນຫາທີຫຼໍ່ແຫຼມ, ປະກົດການຍໍ້ທໍ້ໃນສັງຄົມ ແລະ ບັນຫາຢາເສບຕິດ, ກຸ່ມແກ້ງສະແກມເມີ; ສຸມໃສ່ການພັດທະນາເສດຖະກິດຂອງເມືອງຕາມທ່າແຮງທີມີຢູ່, ເພີ່ມປະຊາກອນທຸລະກິດ, ສ້າງລາຍຮັບຕົວຈິງໃຫ້ແຕ່ລະຄອບຄົວ,ສ້າງເສດຖະກິດຕາມພູມປັນຍາຂອງຊາວບ້ານ,ສ້າງເປັນກຸ່ມການຜະລິດ,ເປັນສະຫະກອນ,ການຜະລິດເປັນສີນຄ້າໂອດອບ, ເອົາກະສິກຳການປູກ-ການລ້ຽງເປັນທ່າແຮງສະໜອງຕະຫຼາດພາຍໃນ ແລະສົ່ງອອກ, ດືງດູດການລົງທືນ, ປຸງແຕ່ງຜົນຜະລິດແລ້ວຈື່ງສົ່ງອອກ, ຄຸ້ມຄອງປົກປັກຮັກສາສິ່ງແວ້ດລ້ອມໃຫ້ເປັນເມືອງສີຂຽວເພື່ອຮອງຮັບການທ່ອງທ່ຽວ, ພັດທະນາການທ່ອງທ່ຽວ, ການບໍລິການທີ່ເປັນເມືອງທາງຜ່ານ; ພັດທະນາການສືກສາລະດົມເດັກໃນເກນອາຍຸໃຫ້ໄດ້ເຂົ້າຮຽນ ພ້ອມປັບປຸງສະຖານການສືກສາ, ພັດທະນາວຽກງານສາທາລະນພສຸກ, ບຳລຸງສ້າງແຮງງານຕິດພັນກັບທ່າປຮງການພັດທະນາ, ການອະນຸລັກຮັກສາວັດທະນະທຳອັນດີງາມຂອງບັນດາເຜົ່າ; ເອົາໃຈໃສ່ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ໃຫ້ກາຍເປັນເມືອງພົ້ນທຸກ; ການກໍ່ສ້າງພັກ-ພະນັກງານໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສີນທຳປະຕິວັດຮັບໃຊ້ໜ້າທີການເມືອງ ແລະ ຮັບໃຊ້ປະຊາຊົນ, ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ, ອົງການຈັດຕັ້ງມະຫາຊົນຕ້ອງປຸກລະດົມເຂົ້າໃນການປະກອບສວ່ນພັດທະນາ, ຄະນະພັກແຕ່ລະຂັ້ນສືບຕໍ່ເພີ່ມທະວີສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນເປັນອັນໜື່ງອັນດຽວກັນ ເພື່ອພັດທະນາເມືອງຂວາຂື້ນເລື້ອຍໆ.


ໂອກາດນີ້, ຍັງໄດ້ມອບເງີນສົດ 50 ລ້ານກີບໃຫ້ເມືອງຂວາ,ນັກທຸລະກິດໜຸ່ມມອບເງີນສົດ100ລ້ານກີບໃຫ້ເມືອງຂວາ, ມອບຄອມພິວເຕີຕັ້ງໂຕະພ້ອມປິ່່ນເຕີສີຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງຂວາ.      ຈາກນັ້ນ, ກໍໄດ້ໄປຢ້ຽມຊົມຮູບປັນໜໍ່ໄມ້ຈຳລອງຢູ່ສວນສາທາລະນະເມືອງ, ຢ້ຽມຊົມຂົວອູ່ຂ້າມນ້ຳພາກ,ຢ້ຽມຊົມເບີ່ງອາຄານທີຈະປັບປຸງເປັນຫ້ອງການເຮັດວຽກຂອງຕາແສງຈອມຕານ, ເມືອງຂວາຕື່ມອີກ.
ຂ່າວ: ສົມຄິດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet