ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ

  

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ

     ວັນທີ 8 ກຸມພາ 2024 ນີ້, ທ່ານ ພົນເອກ ຈັນສະໜອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຄຳຜອຍ ວັນນະສານ ກຳ ມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ພ້ອມດ້ວຍການນຳຂອງແຂວງຢູ່ສະໜາມບິນເມືອງບຸນເໜືອ.

    ໂອກາດນີ້, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍທ່ານເຈົ້າແຂວງ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຄງການກໍ່ສ້າງຕຶກອາຄານເບີ 7 ຂອງສຳ ນັກງານກອງບັນຊາການທະຫານແຂວງ ເຊິ່ງໂຄງການດັ່ງກ່າວ ປັດຈຸບັນ ມີຄວາມຄືບໜ້າ 70% ວຽກດິນຕັດ-ຖົມເລີ່ມປີ 2019 ແລະ ວຽກກໍ່ສ້າງອາຄານໃຫຍ່ສຳນັກກອງບັນຊາການທະຫານແຂວງ ເລີ່ມຕົ້ນເດືອນ ມັງກອນ 2020 ເປັນຕົ້ນມາ ໜ້າວຽກທີ່ພວມຈັດຕັ້ງປະຕິບັດມີຄື: ວຽກອາຄານໃຫຍ່ສຳນັກກອງບັນຊາການວຽກສະ ຖາປັດ ສຳເລັດ 100%, ວຽກໂຄງສ້າງ ສຳເລັດ 100%, ວຽກໄຟຟ້າໃນອາຄານ ສຳເລັດ 90% ຍັງສືບຕໍ່ວຽກຕູ້ຄວບຄຸມລະບົບໄຟຟ້າ, ລະບົບແອເຢັນ, ລະບາຍອາ ກາດ ສຳເລັດ 100%, ລະບົບນ້ຳປະປາ ແລະ ສຸຂະພິບານໃນອາຄານ ສຳເລັດ 100%, ວຽກລະບົບສະເພາະປະກອບໃນອາຄານ ລະບົບສື່ສານ ສຳເລັດ 100%, ລະບົບໄຟຟ້ານອກອາຄານ ແລະ ໄຟຟ້າສຳຮອງ ສຳເລັດ 90% ຍັງວຽກຕິດຕັ້ງຈັກປັ່ນໄຟຟ້າສຳຮອງ, ລະບົບນ້ຳປະປາ ແລະ ສຸຂະພິບານນອກອາຄານ ສຳເລັດ 100%, ວຽກພູມີທັດ ເສັ້ນທາງຫຼັກເຂົ້າຫາອາຄານ ສຳເລັດ 95% ຍັງວຽກປູຢາງຊັ້ນ 2 ແລະ ຫຼັກມ້າລາຍ, ວຽກປູຢາງເດີ່ນຈອດລົດອາຄານໃຫຍ່ ກຳລັງກໍ່ສ້າງ, ວຽກເຟີນິເຈີ, ຕົກ ແຕ່ງ, ຈັດສວນ ຍັງຢູ່ຂັ້ນຕອນຈັດຊື້, ວຽກຕົກຕົບແຕ່ງຕິດຕັ້ງ ຍັງຂັ້ນຕອນກະກຽມຕິດປ້າຍຫ້ອງ, ວຽກຈັດສວນອາຄານກອງບັນຊາການໃຫຍ່, ວຽກອາຄານຍ່ອຍ ແມ່ນ ອອກແບບຄິດໄລ່ສຳເລັດມອບໃຫ້ເປັນຊັບສົມບັດຂອງແຂວງໄປສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ.

     ຈາກນັ້ນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍທ່ານເຈົ້າແຂວງ ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ໂຮງ ຮຽນການທະຫານທ້ອງຖິ່ນ ເຊິ່ງກ່ອນອື່ນຮັບຟັງການລາຍງານສະພາບການເຄື່ອນໄຫວ ວຽກງານວີຊາສະເພາະ ຂອງໂຮງຮຽນການທະຫານທ້ອງຖີ່ນ. ຈາກທ່ານ ພັນໂທ ທອງດີ ໄຊທະວົງ ເລຂາຄະນະພັກຮາກຖານ, ຫົວຫນ້າການທະຫານໂຮງຮຽນການທະຫານທ້ອງຖີ່ນ. ເຊີ່ງໃນໄລຍະຜ່ານມາຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສຖຶເອົາວຽກງານສຶກສາອົບຮົມ, ການເມືອງນໍາພາແນວຄິດເປັນກົ້ກ. ເຮັດໃຫ້ພະນັກງານ – ນັກຮົບໃນທົ່ວກົມກອງມີແນວຄິດໜັກແໜ້ນ ແລະ ເຊື້ອໝັ້ນຕໍ່ການນໍາພາຂອງພັກ ດ້ວຍການຈັດຕັ້ງປະຕິບັດ ຂໍ້ກຳນົດ, ກົດລະບຽບຂອງຂັ້ນເທີງກໍ່ຄືຂອງກົມກອງວາງອອກເປັນຕົ້ນແມ່ນ 7 ລະບອບ 18 ວຽກ ຂອງກອງທັບໄດ້ຢ່າງເຂັ້ມງວດ. ພ້ອມກັນນັ້ນຄະນະພັກ – ຄະນະບັນຊາກົມກອງຍັງໄດ້ຖືເອົາວຽກງານອົບຮົມການເມືອງ – ຫັດແອບການທະຫານ, ພະລາທິການ – ເຕັກນິກຢ່າງເປັນປົກກະຕິ. ນອກຈາກນັ້ນແລ້ວ ໄດ້ຈັດຕັ້ງລະບົບປະຈຳການກ້ຽມພ້ອມສູ້ລົບ, ປ້ອງກັນເວນຍາມຄ້າຍຄູ່, ກ້ຽມພ້ອມຮັບມືຈາກທຸກເຫດການທີ່ຈະເກີດຂື້ນນັ້ນເປັນປົກກະຕິ ແລະ ລົງເຄື່ອນໄຫວຢູ່ໃນຂອບເຂດກົມກອງຮັບຜິດຊອບເປັນປະຈຳ. ໂຮງຮຽນການທະຫານທ້ອງຖີ່ນ ຕັ້ງຢູ່ເມືອງບຸນເໜືອ, ມີໜ້າທີ່ຮັບຜິດຊອບຝືກອົບຮົມຫັດແອບໃຫ້ກຳລັງທ້ອງຖີ່ນແຂວງຜົ້ງສາລີ ໂດຍສະເພາະແມ່ນຝືກອົບຮົມໃຫ້ອ້າຍນ້ອງກຳລັງທະຫານໃໝ່. ພ້ອມກັນນັ້ນກົມກອງຍັງໄດ້ຮັບຜິດຊອບ 5 ບ້ານທີ່ມີຂອບເຂດຕິດກັບກົມກອງ. ນອກຈາກນີ້ແລ້ວພາຍໃນກົມກອງຍັງໄດ້ສ້າງພາລະທິການກັບທີໂດຍສະເພາະແມ່ນການປູກ, ການລ້ຽງ, ເພື່ອຮັບໃຊ້ພາຍກົມກອງຕື່ມອີກ.

     ຈາກນັ້ນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍທ່ານເຈົ້າແຂວງ ແລະ ຄະນະ ໄດ້ໄປຢ້ຽມຊົມ ອະນຸສາວະລີນັກຮົບນິລະນາມ ແລະ ປາໂນ ຮູບນຸ່ນ ທີ່ຕັ້ງໄວ້ໃນເຂດສວນສາທາລະນະເທດສະບານເມືອງບຸນເໜືອ ເຊິ່ງອະນຸສາວະລີ ດັ່ງກ່າວແມ່ນເປັນທຶນຊ່ວຍເຫຼື່ອຂອງກະຊວງປ້ອງກັນປະເທດ ໂດຍແມ່ນ ບໍລິສັດ ເກື່ອງຈະເລີນ ຈຳກັດຜູ່ດຽວ ເປັນຜູ້ຮັບເໜົາ ແລະ ກໍ່ສ້າງ ເຊິ່ງລວມມີ: 1 ອານຸສາວະລີນັກຮົບນິລະນາມ, 2 ປາໂນຮູບນຸ່ນ 3 ສວນສາທາລະນະ ພ້ອມເດີ່ນຈອດລົດ, ເພື່ອເປັນຂອງຂວັນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບຄົບຮອບ 75 ປີ ( 20 ມັງກອນ 1949 – 20 ມັງກອນ 2024 ); ເຊິ່ງມີໃນມູນຄ່າການກໍ່ສ້າງ: ທັງໝົດແມ່ນ 21 ຕື້ ກ່ວາກີບ ແລະ ໄດ້ຈັດພິທີມອບຮັບຢ່າງເປັນທາງການໃນທ້າຍປີ 2023 ຜ່ານມານີ້.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet