ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ

ທ່ານ ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ

     ຕອນບ່າຍຂອງວັນທີ 5 ມີນາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວ ຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ ເມືອງບຸນເໜືອ ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

      ທ່ານ ທິດຄຳເຜົາ ຕ່າງໜ້າກຸ່ມຜະລິດເສັ້ນສະຄູ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານພຽງໄຊ ເປັນບ້ານຊົນເຜົ່າພູນ້ອຍ ມີຈຳນວນ 60 ຄົວເຮືອນ, ໂດຍໄດ້ລິ່ເລີ້ມການສ້າງຕັ້ງເປັນກຸ່ມຜະລິດເສັ້ນຄູ ຕົ້ນເດືອນ 10 ປີ 2020 ມີສະມາຊິກກຸ່ມຈຳນວນ 20 ຄອບ ຄົວ ແລະ ໄດ້ຮັບກາໝາຍສິນຄ້າໂອດອບ ໃນປີ 2022; ການຜະລິດປຸງແຕ່ງ ວັດຖຸດິບຫົວມັນສະຄູແມ່ນປະຊາຊົນປູກເອງ ແລະ ມາຜະລິດຕາມຂັ້ນຕອນ ແລະ ກຳມະວິທີ ໂດຍໃຊ້ແຮງງານຄົນເປັນຫຼັກ, ການຜະລິດຄັ້ງໜຶ່ງເລີ່ມແຕ່ຂັ້ນຕອນທຳອິດຈົນຮອດເປັນເສັ້ນແຫ້ງ ໃຊ້ເວລາຕໍ່າສຸດ 3 ຊົ່ວໂມງຕໍ່ຄັ້ງ; ຜະລິດຕະພັນເສັ້ນສະຄູມີ 2 ປະເພດ: ປະເພດເສັ້ນ ແລະ ປະເພດແປ້ງ; ການຜະລິດເປັນເສັ້ນສະຄູພາຍຫຼັງຜະລິດຕາກແຫ້ງແລ້ວໄດ້ນຳມາບັນຈຸ, ຫຸ້ມຫໍ່, ໃສ່ຖົງ, ຕິດສະຫຼາກໂລໂກເປັນຂອງກຸ່ມ ແລ້ວອອກຈຳໜ່າຍ; ດ້ານການຕະຫຼາດໄດ້ເຂົ້າຮ່ວມງານວາງສະແດງ, ງານບຸນ ແລະ ງານເທດສະການຕ່າງໆ ເພື່ອໂຄສະນາຜະລິດຕະພັນ ຊຶ່ງໃນແຕ່ລະຄັ້ງ ແມ່ນໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ມີຍອດຂາຍເພີ່ມຂຶ້ນໃນແຕ່ລະປີ, ໃນປີ 2023-2024 ມີຈຳນວນ 13 ຄັ້ງໄດ້ນໍາເຂົ້າຜະລິດຕະພັນເສັ້ນສະຄູເຂົ້າຮ່ວມທັງໝົດ 390 ກິໂລ ສ້າງລາຍຮັບໄດ້ 58.500.000 ກີບ ແລະ ໄດ້ຝາກຂາຍຕາມຮ້ານຄ້າ ແລະ ຕະຫຼາດພາຍໃນ, ສ່ວນຫຼາຍແມ່ນລຸກຄ້າສັ່ງຊື້ແລ້ວຈັດສົ່ງ ຫຼື ຝາກໃຫ້; ສາມາດສ້າງລາຍຮັບເຂົ້າສູ່ສະມາ ຊິກກຸ່ມ ກໍ່ຄືບ້ານຫຼາຍຂຶ້ນ ລາຄາຂາຍປັດຈຸບັນລາຄາສົ່ງ 140.000 ກີບ/ກິໂລ; ຂາຍຍ່ອຍ 150.000 ກີບ/ກິໂລ). ພ້ອມກັນນີ້ທັງກຸ່ມຍັງໄດ້ສະເໜີການນຳຊ່ວຍເຄື່ອງຈັກແບບຫັດຖະກຳ ຈຳນວນ 2 ເຄື່ອງ, ເຄື່ອງບົດຫົວມັນສະຄູດີບ ແລະ ເຄື່ອງຕັດເປັນເສັ້ນ.

     ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ ກຸ່ມການຜະລິດເສັ້ນສະຄູ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນ ເຮັດໃຫ້ປະຊາຊົນມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ຊິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ກັບກຸ່ມການຜະລິດໃຫ້ສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ປະຕິບັດຕາມແນວທາງຂອງພັກລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍເສັ້ນສະຄູ ໃຫ້ໄດ້ຫຼາຍກ່ວາເກົ່າ ສ່ວນຂໍ້ສະເໜີຂອງທາງກຸ່ມແມ່ນທາງແຂວງ ແລະ ເມືອງ ເຫັນດີຊ່ວຍເຫຼື່ອໃນການຈັດຊື້.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home