
ທ່ານ ເລຂາພັກເມືອງຜົ້ງສາລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານ ຢູ່ຄະນະໂຄສະນາອົບຮົມເມືອງ
ໃນວັນທີ 23 ມີຖູນາ 2026 ນີ້ ທ່ານ ບູນສະຫວາດ ສີວົງໄຊ ກໍາມະການພັກແຂວງ, ເລຂາພັກເມືອງຜົ້ງສາລີ ໄດ້ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຢູ່ຄະນະໂຄສະນາອົບຮົມເມືອງ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ທ່ານ ນາງ ບູນມີ ແກ້ວຫຼ້າ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງພ້ອມດ້ວຍຄະນະ. ໂອກາດ ທີ່ ທ່ານ ບູນສະຫວາດ ສີວົງໄຊ ກໍາມະການພັກແຂວງ ເລຂາພັກເມືອງຜົ້ງສາລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານໃນຄັ້ງນີ້ ໄດ້ຮັບຟັງບົດສະຫຼູບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຄະນະໂຄສະນາອົບຮົມເມືອງ. ຄະນະໂຄສະນາອົບຮົມເມືອງຜົ້ງສາລີ ແມ່ນຂຶ້ນກັບອົງຄະນະພັກເມືອງ, ມີພາລະບົດບາດ ເປັນເສນາທິການຂອງຄະນະບໍລິຫານງານພັກເມືອງ ມີຖານະທຽບເທົ່າກັບຄະນະພັກເມືອງ ແລະ ຫ້ອງການ – ອົງການ ໃນກົງຈັກການຈັດຕັ້ງຂອງພັກ-ລັດ, ປະຕິບັດໜ້າທີ່ວຽກງານສືກສາອົບຮົມການເມືອງ – ແນວຄິດ, ວຽກງານອົບຮົມ, ວຽກງານໂຄສະນາ-ສື່ມວນຊົນໃນທົ່ວເມືອງ. ມີພະນັກງານ – ລັດຖະກອນທັງໝົດ 11 ສະຫາຍ ຍິງ 03 ສະຫາຍ, ໃນນີ້ມີ ຫົວໜ້າຄະນະໂຄສະນາອົບຮົມ 01ສະຫາຍ ຍິງ 1 ສະຫາຍ ແລະ ມີຮອງຫົວໜ້າຄະນະໂຄສະນາອົບຮົມ 02 ສະຫາຍ ຍິງ 01 ສະຫາຍ. ໃນໄລຍະ 06 ເດືອນຜ່ານມາ ໄດ້ນໍາພາ – ຊີ້ນໍາ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ -ລັດຖະກອນ ພາຍໃນຫ້ອງການ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍ່ຄື: ທີ່ຕັ້ງ, ພາລະບົດບາດ ຂອງຄະນະໂຄສະນາອົບຮົມເມືອງ ຢ່າງເປັນປົກກະຕິ, ເຮັດໃຫ້ພະນັກງານ-ລັດຖະກອນພາຍໃນຫ້ອງການມີຄວາມເປັນເອກະພາບ, ມີນໍ້າໃຈສາມັກຄີຢ່າງໜັກແໜ້ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ມີສະຕິຕໍ່ການຈັດຕັ້ງ, ມີແນວຄິດອຸ່ນອ່ຽນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ນໍາເອົາບັນດາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະແລະມີຜົນສໍາເລັດໃນແຕ່ລະໄລຍະ.

ໂອກາດທີ່ ທ່ານ ບູນສະຫວາດ ສີວົງໄຊ ກໍາມະການພັກແຂວງ ເລຂາພັກເມືອງຜົ້ງສາລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຢູ່ຫ້ອງການຄະນະໂຄສະນາອົບຮົມເມືອງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຍາດມາໄດ້ຜົນງານໃນຕະຫຼອດໄລຍະຜ່ານມາ ພ້ອມກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກ,ສະມາຊິກພັກພາຍໃນຫ້ອງການຈົ່ງສຶບຕໍ່ກໍາແໜ້ນບັນດາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ສຶບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປືກແຜນ,ສຶບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີຈະເກີດຂຶ້ນໃນສັງຄົມກໍ່ຄືຢູ່ພາຍໃນໜ່ວຍພັກໃຫ້ໜັກແໜ້ນເຂັ້ມແຂງ ແລະ ດີຂຶ້ນກ່ວາເກົ່າ.