Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ປະທານຄະນະກວດກາສູນກາງພັກເຄື່ອນໄຫວເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ -

ປະທານຄະນະກວດກາສູນກາງພັກເຄື່ອນໄຫວເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ

ປະທານຄະນະກວດກາສູນກາງພັກເຄື່ອນໄຫວເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ

     ໃນຕອນບ່າຍຂອງວັນທີ 27 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຂອງແຂວງຜົ້ງສາລີ ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຍອດອູ, ແຂວງຜົ້ງສາລີ, ໂດຍຮ່ວມໃນການລົງເຄື່ອນໄຫວຄັ້ງນີ້ມີ ສະຫາຍ ສັນຕິ ແກ້ວຍະສານ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງຜົ້ງສາລີ, ໃຫ້ການຕ້ອນຮັບຂອງສະຫາຍ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາພັກເມືອງຍອດອູ, ພ້ອມຄະນະ.


ການລົງເຄື່ອນໄຫວຂອງສະຫາຍ ວັນໄຊ ພອງສະຫວັນ ໃນຄັ້ງນີ້ໄດ້ເຂົ້າພົບປະໂອ້ລົມກັບຄະນະນຳ,ພະນັກງານບຳນານ ແລະ ພະນັກງານຫຼັກແຫ່ງຂອງເມືອງຍອດອູ. ເຊິ່ງໄດ້ຮັບການລາຍງານສະພາບຈຸດພິເສດ, ການພັດທະນາເສດຖະກິດສັງຄົມຂອງເມືອງຍອດອູ, ເຊີ່ງເມືອງຍອດອູຕັ້ງຫ່າງຈາກເທດສະບານແຂວງ 93 ກິໂລແມັດ, ມີເນື້ອທີ 3,105.59 ກິໂລຕາແມັດ, 97% ເປັນພູດອຍ, ມີຊາຍແດນຕິດກັບເມືອງຫຼ້າ, ເມືອງຈ່ຽງເຊີນ ສປ ຈີນ ແລະ ເມືອງແຍ້ ສສ ຫວຽດນາມ, ມີ 73 ບ້ານ, ພົນລະເມືອງ 34,596 ຄົນ, ມີ 10 ຊົນເຜົ່າ: ເຜົ່າລື້, ອິວມຽນ, ຫໍ້, ອາຄາ, ສີດາ, ໂລໂລໂພ, ໄທເໜືອ, ຢັ້ງ, ຮາຢີ ແລະ ພູນ້ອຍ.


ໃນໂອກາດນີ້ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຂອງແຂວງຜົ້ງສາລີ ໄດ້ໂອ້ລົມເນັ້ນໜັກໃຫ້ຄະນະນຳ, ພະນັກງານບໍານານແລະພະນັກງານຫຼັກແຫ່ງຂອງເມືອງຍອກອູໃຫ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ,ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ອົງຄະນະພັກແຂວງຜົ້ງສາລີ, ຄັ້ງທີ X ຂອງອົງຄະນະພັກເມືອງຍອດອູ ຜັນຂະຫຍາຍເປັນແຜນງານ,ໂຄງການລະອຽດ ແລະ ວຽກງານຕາແສງຈັດຕັ້ງປະຕິບັດໃຫ້ສຳເລັດ; ເອົາໃຈໃສ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນຫາທີ່ຫຼໍ່ແຫຼມ, ປະກົດການຍໍ້ທໍ້ໃນສັງຄົມ ບັນຫາຢາເສບຕິດ ແລະ ກຸ່ມແກ້ງສະແກັມເມີ, ສຸມໃສ່ການພັດທະນາເສດຖະກິດຂອງເມືອງຕາມທ່າແຮງທີ່ມີຢູ່, ສ້າງໃຫ້ປະຊາຊົນມີລາຍຮັບ, ມີການຜະລິດ, ມີວຽກເຮັດງານທຳ, ດຶງດູດການລົງທຶນເຂົ້າມາພັດທະນາເມືອງ, ພັດທະນາພື້ນຖານໂຄງລ່າງ, ການສ້າງຖານລາຍຮັບ, ສົ່ງເສີມຫົວໜ່ວຍທຸລະກິດ ຄຽງຄູ່ກັບການພັດທະນາສັງຄົມ ເອົາການສຶກສາເປັນບັນຫາຍຸດທະສາດ, ເອົາວຽກງານແຮງງານເປັນບັນຫາສຳຄັນ; ການກໍ່ສ້າງພັກ – ພະນັກງານໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດຮັບໃຊ້ໜ້າທີ່ການເມືອງ ແລະ ຮັບໃຊ້ປະຊາຊົນ, ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ ເພື່ອພັດທະນາເມືອງຍອດອູຂຶ້ນເລື້ອຍໆ. ໂອກາດນີ້, ຍັງໄດ້ມອບຄອມພິວເຕີຕັ້ງໂຕະພ້ອມປິນເຕີສີຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງຍອດອູ ແລະ ມອບເງິນສົດຈໍານວນ 50 ລ້ານກີບໃຫ້ເມືອງຍອດອູ. ຈາກນັ້ນ, ກໍໄດ້ໄປຢ້ຽມຊົມເບິ່ງອາຄານທີ່ຈະປັບປຸງເປັນຫ້ອງການເຮັດວຽກຂອງຕາແສງອູໃຕ້ຕື່ມອີກ.
ຂ່າວ-ພາບ:ໄລພອນ ໂຄສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet