ພິທີປະກາດສ້າງຕັ້ງ 4 ຕາແສງ ຂອງເມືອງຜົ້ງສາລີ ແຂວງຜົ້ງສາລີ
ພິທີປະກາດສ້າງຕັ້ງຕາແສງ ກົກຊາ, ຕາແສງກົກກ້ຽງ, ຕາແສງຫາດສາ ແລະ ຕາແສງຢາວຟາງ ເມືອງຜົ້ງສາລີ ເເຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ສິງຫາ ປີ 2026 ນີ້ ທີ່ສະໂມສອນໃຫຍ່ຂອງສຳນັກງານປົກຄອງເມືອງຜົ້ງສາລີ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງຜົ້ງສາລີ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີ ທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານຄົງເຂດວັດທະນະທຳສັງຄົມຂັ້ນແຂວງ, ຫົວໜ້າຄະນະຮັບຜິດຊອບການສ້າງຕັ້ງຕາແສງຂັ້ນແຂວງ, ມີທ່ານ ພົວ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີ ທ່ານ ບຸນສະຫວາດ ສີວົງໄຊ ກຳມະການພັກແຂວງ , ເລຂາຄະນະບໍລິຫານງານພັກເມືອງຜົ້ງສາລີ, ມີ ທ່ານ ຄຳພັນ ສຸຍະລັດ ກຳມະການປະຈຳພັກເມືອງ ປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ,ເຂົ້າມີບັນດາທ່ານ ການນຳຂັ້ນແຂວງ, ການນຳຂັ້ນເມືອງ, ອະດີດການນຳແຂວງ, ເມືອງ, ຄະນະຮັບຜິດຊອບການສ້າງຕັ້ງຕາແສງຂັ້ນເມືອງ, ຂັ້ນແຂວງ ,ລັດວິສາຫະກິດ, ເລຂາພັກນາຍບ້ານອ້ອມຂ້າງເທດສະບານເມືອງ, ສອງກຳລັງ ປກຊ ປກສ ແລະ ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ກ່ອນເປີດພິທີໄດ້ຮັບຊົມການສະແດງວັນນະຄະດີຈາກນ້ອງນັກໂຮງຮຽນ ມສ ພູຟ້າ ແລະ ໜ່ວຍວັນນະຄະດີກອງບັນຊາການທະຫານເມືອງຜົ້ງສາລີ, ເພື່ອເປັນການຕ້ອນຮັບພິທີປະກາດສ້າງຕັ້ງຕາແສງ.ທ່ານ ຄຳພັນ ສຸຍະລັດ ກຳມະການປະຈຳພັກເມືອງ ປະທານຄະນະກຳມະການປົກຄອງເມືອງຜົ້ງສາລີ ໄດ້ຜ່ານບົດລາຍງານການກໍ່ສ້າງຕາແສງເມືອງຜົ້ງສາລີ ເມືອງຜົ້ງສາລີ ຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງແຂວງຫ່າງຈາກເທດສະບານແຂວງ 42 ກິໂລແມັດ, ມີເນື້ອທີ່ການປົກຄອງທັງໝົດ 2,928 ກິໂລຕາແມັດ, ມີຊາຍແດນຕິດກັບ 04 ເມືອງຄື:ທິດໃຕ້ຕິດກັບເມືອງບຸນເໜືອ, ທິດເໜືອຕິດກັບເມືອງບຸນໃຕ້, ທິດຕາເວັນອອກຕິດກັບເມືອງສໍາພັນ, ຕາແສງນາບົ້ງ ແຂວງດຽນບຽນ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບເມືອງຍອດອູ, ເມືອງຜົ້ງສາລີ ເປັນເມືອງພູດວຍກວມ 99%.ປະຈຸບັນ ທົ່ວເມືອງ ປະກອບມີ 08 ກຸ່ມ, ມີ 66 ບ້ານ ແລະ ມີ 12 ບ້ານເທດສະບານທີ່ຂຶ້ນກັບເມືອງໂດຍກົງ, ມີພົນລະເມືອງທັງໝົດ 22,478 ຄົນ, ຍິງ 11,849 ຄົນ, ມີ 4,760 ຫຼັງຄາ, ມີ 5,418 ຄອບຄົວ, ປະກອບມີ 09 ຊົນເຜົ່າຄື: ໃນນີ້ຊົນເຜົ່າທີ່ກວມອັດຕາສ່ວນຫຼາຍແມ່ນຊົນເຜົ່າພູນ້ອຍ ກວມ 51,02%, ລາວລຸ່ມ ກວມ 3,03%, ກຶມມຸ ກວມ 3,10%, ມົ້ງ ກວມ 6,04%, ຫໍ້ ກວມ 9,69%, ລື້ ກວມ 3,30%, ໄຕດຳ ກວມ 0,15%, ສີລາ ກວມ 0,04%, ແລະ ຊົນເຜົ່າອາຄາ ກວມ 19,81%.
ຈາກນັ້ນຕາງໜ້າຄະນະຮັບຜິດຊອບການສ້າງຕັ້ງຕາແສງໄດ້ຂື້ນຜ່ານມະຕິຕົກລົງ ສະບັບເລກທີ 63/ຄປພມ,ລົງວັນທີ 23 ກໍລະກົດ ປີ 2026 ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ ຄະນະປະຈຳພັກເມືອງຕົກລົງເຫັນດີ ສ້າງຕັ້ງອົງຄະນພັກຮາກຖານຕາແສງ ກົກຊາ, ຕາແສງກົກກ້ຽງ, ຕາແສງຫາດສາ ແລະ ຕາແສງຢາວຟາງ ທີຂຶ້ນກັບອົງຄະນະພັກເມືອງຜົ້ງສາລີ, ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 52/ຄປຂ,ລົງວັນທີ 27 ມັງກອນ ປີ 2026 ວ່າດ້ວຍການສ້າງຕັ້ງຕາແສງພາຍໃນແຂວງຜົ້ງສາລີ.ຂື້ນມອບຂໍ້ຕົກລົງໂດຍ ທ່ານ ບຸນທະວີ ສໍສຸກັນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງຜົ້ງສາລີ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ ຂຶ້ນຮັບໂດຍ ທ່ານ ບຸນສະຫວາດ ສີວົງໄຊ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜົ້ງສາລີ ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງຄະນະພັກຕາແສງ,ຜ່ານສະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາ,ຮອງເລຂາ ຄະນະພັກ 4 ຕາແສງ,ຜ່ານຂໍ້ຕົກລົງແຕ່ງຕັ້ງປະທານ ຮອງປະທານ ຫົວໜ້າໜ່ວຍງານ ແລະ ວິຊາການຕາແສງຊ່ວຍວຽກ ຂຶ້ນມອບຂໍ້ຕົກລົງໂດຍ ທ່ານ ບຸນສະຫວາດ ສີວົງໄຊ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜົ້ງສາລີ ຂຶ້ນຮັບໂດຍບັນດາ ທ່ານ ມີຖືກແຕ່ງຕັ້ງຕາມລຳດັບ.
ໃນໂອກາດທີມີຄວາມໝາຍສໍາຄັນນີ້ ທ່ານ ບຸນທະວີ ສໍສຸກັນ ກຳມະການສຳຮອງສູນກາງພັກ ຮອງເລຂາພັກແຂວງຜົ້ງສາລີ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບການສ້າງຕັ້ງຕາແສງ ພ້ອມທັງເນັ້ນຕື່ມວ່າ:ການສ້າງຕັ້ງຕາແສງໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການປ່ຽນແປງ ທາງດ້ານກົງຈັກການຈັດຕັ້ງ ຫຼື ເຂດແດນການປົກຄອງບໍລິຫານທົ່ວໄປເທົ່ານັ້ນ, ແຕ່ມັນແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ທາງດ້ານຍຸດທະສາດ, ແນວທາງຫັນທິດສູ່ຮາກຖານ ຂອງພັກ-ລັດພວກເຮົາ; ການມີກົງຈັກຂັ້ນຕາແສງ ຈະເປັນຂົວຕໍ່ອັນໜັກແໜ້ນ ແລະ ຍຸດທະສາດ ລະຫວ່າງ ຂັ້ນເມືອງ ກັບ ຂັ້ນບ້ານ ເພື່ອບັນລຸ 3 ຄາດໝາຍໃຫຍ່ ຄື: ເພີ່ມທະວີຄວາມສັກສິດ ແລະ ຄວາມໃກ້ຊິດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ: ເຮັດໃຫ້ແນວທາງຂອງພັກ ແລະ ກົດໝາຍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ, ວ່ອງໄວ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ໄດ້ຢ່າງທັນການ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ບຸກທະລຸແກ້ໄຂຄວາມທຸກຍາກ: ເປັນການດຶງເອົາທຶນຮອນ, ເຕັກນິກວິຊາການ ແລະ ການບໍລິການຂອງລັດ ລົງໄປເຖິງຮາກຖານບ້ານ, ຊ່ວຍໃຫ້ປະ ຊາຊົນ ມີເງື່ອນໄຂສ້າງເສດຖະກິດຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງຍືນຍົງໃຫ້ທົ່ວເຖິງ.ຈາກນັ້ນກໍ່ໄດ້ຂຶ້ນຕັດແທບຜ້າ ແລະ ລັນຄອງ 9 ບາດ ພ້ອມທັງເປີດປ້າຍ ສ້າງຕັ້ງຕາແສງຢູ່ເມືອງຜົ້ງສາລີ ຢ່າງເປັນທາງການ.
ໂອກາດນີ້ອົງການປົກຄອງແຂວງຜົ້ງສາລີ ຍັງໄດ້ມອບງົບປະມານເຂົ້າໃນການສ້າງຕັ້ງຕາແສງ ຢູ່ເມືອງຜົ້ງສາລີ ຈຳນວນເງິນ 196,400,000 ກີບ ແລະ ມອບຄອມພີວເຕີ ແລະ ປິ່ນເຕີ ນວນ 4 ຊຸດ ພ້ອມນີ້ ກອງບັນຊາການ ປກສ ແຂວງ ຜົ້ງສາລີ ແລະ ທະນະຄານພັດທະນາລາວ ສາຂາເມືອງຜົ້ງສາລີ ມອບເງິນ ຈຳນວນ 10,000,000 ກີບຕື່ມອີກ.
ພາບ,ຂ່າວ: ຍີນໄຊ ສີບຸນເຮືອງ