ພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ.

ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ68 ປີ

    ຕອນບ່າຍຂອງວັນທີ 17 ມີນາ 2023 ນີ້: ຢູ່ສະໂມສອນເມືອງ ບຸນເໜືອ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງພັກຜະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ບຸນເໜືອ,ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການ, ສອງກຳລັງ ປກສ,ປກຊ,ລັດວິສາຫະກິດ,ຕະຫຼອດຮອດພະນັກງານສະມາຊິກພັກອ້ອມຂ້າງເມືອງເຂົ້າຮ່ວມ

ພິທີທີ່ມີຄວາມໝາຍ,ຄວາມສຳຄັນນີ້ທ່ານ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງເລຂາພັກເມືອງເຈົ້າເມືອງບຸນເໜືອ ຂຶ້ນປາຖະກະຖາມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີເຊິ່ງທ່ານໃຫ້ຮູ້ວ່າ:ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ຕິເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ແລະ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອີນດູຈີນ, ບັນດານັກກອມມູນິດລາວພາຍຫຼັງທີ່ໄດ້ກະກຽມມາໄດ້ໄລຍະໜຶ່ງກໍ່ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສ້າງຕັ້ງພັກປະຊາຊົນປະຕິວັດລາວຂອງຕົນຂຶ້ນໃນວັນທີ 22 ມີນາ ປີ 1955. ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ນັບແຕ່ປີ 1975 ເປັນຕົ້ນມາ ສປປລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ  ຊຶ່ງມີລັດປະຊາທິປະໄຕປະຊາຊົນ ເປັນເຄື່ອງມືອັນແຫລມຄົມເພື່ອຄຸ້ມຄອງສັງຄົມ. ໃນເງື່ອນໄຂທີ່ເປັນພັກກຳອຳນາດ ທີ່ຕັ້ງ ແລະ ບົດບາດຂອງພັກໄດ້ມີການປ່ຽນແປງຄື: ພັກຍັງເປັນກອງນຳໜ້າການເມືອງ ຂອງຊົນຊັ້ນກຳມະກອນ ແລະ ທັງເປັນຜູ້ນຳພາສັງຄົມ, ຄວາມຮັບຜິດຊອບຂອງພັກກໍ່ເພີ່ມຂຶ້ນສູງກ່ວາເກົ່າ ພັກໄດ້ກຳນົດແນວທາງໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານທີ່ສຳຄັນ,ປຸກລະດົມປວງຊົນທັງຊາດເຮັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ໃຫ້ໝັ້ນຄົງ, ພັກໄດ້ກຳນົດແນວທາງ ແລະ ແຜນນະໂຍບາຍພັດທະນາເສດຖະກິດສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຂະຫຍາຍການສຶກສາ,ວັດທະນະທຳ ແລະ ໄດ້ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ພັກໄດ້ກຳນົດຍຸດທະສາດ ແລະ ຍຸດໂທບາຍ ດ້ານການພົວພັນຕ່າງປະເທດ ໃນແຕ່ລະໄລຍະຢ່າງຖືກຕ້ອງ, ໄດ້ນຳພາ-ຊີ້ນຳການດຳເນີນນະໂຍບາຍຕ່າງປະເທດຢ່າງສອດຄ່ອງເຮັດໃຫ້ປະເທດເຮົາມີເພື່ອນມິດທັງຢູ່ໃກ້ ແລະ ໄກ ນັບມື້ນັບຫຼາຍ ບົດບາດຂອງປະເທດເຮົາໃນເວທີສາກົນກໍໄດ້ຮັບການເຊີຊູນັບມື້ນັບສູງຂຶ້ນ. ການພັດທະນາ, ແກ້ໄຂຄວາມທຸກຍາກ ເປັນບັນຫາສຳຄັນ, ບັນດາຂະແໜງການນັບແຕ່ສູນກາງລົງຮອດທ້ອງຖິ່ນໄດ້ເອົາໃຈໃສ່ຫັນລົງຮາກຖາສຸມໃສ່ສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ໄປຄຽງຄູ່ກັບການເຮັດທົດລອງວຽກ3 ສ້າງ ຢູ່ 51 ເມືອງ, 109 ບ້ານເປົ້າໝາຍ ເຊິ່ງປະຈຸບັນທົ່ວປະເທດມີ 148 ເມືອງ, 8.454 ບ້ານ ແລະ 1.166.239 ຄອບຄົວ.ອັດຕາສ່ວນຂອງຄວາມທຸກຍາກໄດ້ຫລຸດລົງຢ່າງຕໍ່ເນື່ອງ,ມາຮອດປີ 2017 ຍັງເຫລືອຄອບຄົວທຸກຍາກ 69.772 ຄອບຄົວ ກວມ 5,98% ໃນຈຳນວນ 1.166.239 ຄອບຄົວ ໃນທົ່ວປະເທດ ບ້ານທຸກຍາກຍັງເຫລືອ 1.673 ບ້ານ ກວມ 19,55%; ເມືອງທຸກຍາກເຫລືອ 23 ເມືອງ ກວມ 15,54% ຂອງເມືອງທັງໝົດໃນທົ່ວປະເທດ. ສຳລັບບ້ານພັດທະນາໃນທົ່ວປະເທດມີ 3.917 ບ້ານ,ມີບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 31 ບ້ານຊຶ່ງນອນຢູ່ໃນ 107ເມືອງ ແລະ 16 ແຂວງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet