
ພິທີມອບ-ຮັບລະບົບໂທລະໂຄ່ງ ທີ່ບ້ານປຸ່ງຍາງ ກຸ່ມປຸ່ງຍາງ, ເມືອງໃໝ່ ແຂວງຜົ້ງສາລີ
ໃນວັນທີ 7 ເມສາ 2026 ນີ້ ອົງການຫ່ວງໃຍຮ່ວມໃຈພັດທະນາ ໄດ້ນຳເອົາລະບົບໂທລະໂຄ່ງ ມອບໃຫ້ ບ້ານ ປຸ່ງຍາງ ກຸ່ມ ປຸ່ງຍາງ ເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີ ມອບ- ຮັບ ລະບົບໂທລະໂຄ່ງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໝາຍ ສີປະເສີດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ມີຕາງໜ້າຈາກອົງການຫ່ວງໄຍຮ່ວມພັດທະນາ (WORDL RENEWS) ພ້ອມດ້ວຍ ອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.
ການນໍາເອົາລະບົບໂທລະໂຄ່ງມາມອບໃນຄັ້ງນີ້ ກໍເພື່ອໃຫ້ອົງການປົກຄອງບ້ານ ນໍາໃຊ້ເຂົ້າໃນການໂຄສະນາ ປະຊາສຳພັນວຽກງານຂ່າວສານຕ່າງໆພາຍໃນບ້ານ ແລະ ທັງເປັນການເພີ້ມທະວີ ເປັນກະບອກສຽງ ໃນການໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ເປັນຕົ້ນແມ່ນການກະຈ່າຍຂໍ້ມູນ ຂ່າວສານ, ແຈ້ງການຕ່າງໆ ໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຟັງ ແລະ ຮັບຮູ້ວຽກງານໃຫ້ທັນກັບສະພາບການ ເປັນຕົ້ນແມ່ນການເຝົ້າລະວັງການແຜ່ລະບາດຂອງພະຍາດ, ການຜັນຂະຫຍາຍບັນດາມະຕິ, ນິຕິກຳຕ່າງໆ ແລະ ເນື້ອໃນແຈ້ງການແຕ່ລະໄລຍະ ທີຂັ້ນເທິງໄດ້ກຳນົດໄວ້ໃຫ້ທົ່ວເຖິງ ລະບົບໂທລະໂຄ່ງທີນຳມາມອບໃນຄັ້ງ ນີ້ແມ່ນໄດ້ຮັບການຊ່ວຍເຫຼືອ ອົງການຫ່ວງໄຍຮ່ວມພັດທະນາ (WORDL RENEWS) ເຊິ່ງເປັນລະບົບໂຊລ່າແຊວ 1 ຊຸດ ໃນນັ້ນມີ ແອມ 1 ໜ່ວຍ, ໄມໂຄໂຟນ 1 ອັນ, ດອກໂທລະໂຄ່ງ 2 ດອກ, ໝໍ້ໄຟ 1 ໜ່ວຍ, ແຜ່ນໂຊລ່າແຊວ 1 ແຜ່ນ, ສາຍໄຟ 34 ແມັດ, ເຄື່ອງຄຸມໄຟ 1 ອັນ, ໝໍ້ແບ່ງໄຟ 1 ອັນ ແລະ ເສົາຊີມັງ 2 ຕົ້ນ ເຊິ່ງລວມມຸນຄ່າທັງໝົດ 17,590,000 ກີບ ຈາກນັ້ນ ທ່ານ ສົມໝາຍ ສີປະເສີດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໃຫ້ກຽດຂື້ນກ່າວມອບ ແລະ ກ່າວຮັບຂອງເລຂາພັກບ້ານ ໂດຍການຊ່ອງໜ້າຂອງຕາງໜ້າຈາກອົງການຫ່ວງໄຍຮ່ວມພັດທະນາ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ.
ພ້ອມນັ້ນ ຕາງໜ້າໃຫ້ອົງການຈັດຕັ້ງບ້ານຂື້ນກ່າວສະແດງຄວາມຂອບໃຈ ຄວາມຮູ້ບຸນຄຸນ ມາຍັງການນຳເມືອງ ແລະ ອົງການຫ່ວງໃຍຮ່ວມພັດທະນາ ກໍຄືຂັ້ນເທິງ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໃຍນຳບ້ານ ແລະ ຍັງໄດ້ກ່າວອີກວ່າຈະນຳໃຊ້ເຂົ້າໃນວຽກງານປະກາດຂ່າວສານຕ່າງໆໃຫ້ພໍ່ແມ່ປະຊາຊົນຮັບຊາບ ພ້ອມກັນປົກປັກຮັກສາ, ນຳໃຊ້ໃຫ້ໄດ້ຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.
ພາບ – ຂ່າວ ໂດຍ: ທ. ວັນວິໄລ ປະສົມຊັບ