Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂອງ 03 ໜ່ວຍພັກຄື: ໜ່ວຍພັກຄະນະຈັດຕັ້ງເມືອງ, ໜ່ວຍພັກຄະນະກວດກາເມືອງ ແລະ ໜ່ວຍພັກຄະນະໂຄສະນາອົບຮົມເມືອງ ຄັ້ງທີ IV -

ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂອງ 03 ໜ່ວຍພັກຄື: ໜ່ວຍພັກຄະນະຈັດຕັ້ງເມືອງ, ໜ່ວຍພັກຄະນະກວດກາເມືອງ ແລະ ໜ່ວຍພັກຄະນະໂຄສະນາອົບຮົມເມືອງ ຄັ້ງທີ IV

ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025

ຂອງໜ່ວຍພັກຄະນະຈັດຕັ້ງເມືອງ, ໜ່ວຍພັກຄະນະກວດກາເມືອງ ແລະ ໜ່ວຍພັກຄະນະໂຄສະນາອົບຮົມເມືອງ ຄັ້ງທີ IV

      ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 23 ກໍລະກົດ 2026 ນີ້, ທີ່ສະໂມສອນຂອງເມືອງຂວາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ສະຫາຍ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ສະຫາຍ ພົມມີ ອິນມະສອນ ຮອງເລຂາພັກເມືອງ ເລຂາໜ່ວຍພັກ ປະທານກວດກາພັກ-ລັດ, ສະຫາຍ ອຸດອນ ວິລະຈິດ ກຳມະການປະຈໍາພັກເມືອງ ເລຂາໜ່ວຍພັກ ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ສີພັນ ພົມມະນີ ກຳມະການປະຈໍາພັກເມືອງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາສະຫາຍ ຄະນະໜ່ວຍພັກ, ທີມງານຂອງເມືອງ ພ້ອມສະມາຊິກທັງສາມໜ່ວຍເຂົ້າຮ່ວມ.
     ໃນພິທີ ສະຫາຍ ສີພັນ ພົມມະນີ ກຳມະການປະຈໍາພັກເມືອງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຕາງໜ້າ ສາມໜ່ວຍພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026. ໜ່ວຍພັກ ຄະນະຈັດຕັ້ງເມືອງ, ຄະນະກວດກາພັກ-ລັດເມືອງ ແລະ ໜ່ວຍພັກຄະນະໂຄສະນາອົບຮົມເມືອງ ແມ່ນໜ່ວຍພັກຮາກຖານໜື່ງທີ່ຂຶ້ນກັບອົງຄະນະພັກເມືອງຂວາ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກເມືອງ ກ່ຽວກັບວຽກພັກ-ພະນັກງານ, ການຄຸ້ມຄອງ, ບໍາລຸງ-ກໍ່ສ້າງພະນັກງານ, ການບັນຈຸສັບຊ້ອນ, ການແຕ່ງຕັ້ງ, ຍົກຍ້າຍ, ການຕິດຕາມ, ກວດກາ, ກໍ່ສ້າງ ແລະ ຂະຫຍາຍພັກ; ຄົ້ນຄ້ວາບັນດາແນວທາງ, ການເຜີຍແຜ່ເຊື່ອມຊຶມບັນດາມະຕິ,ຄໍາສັ່ງ, ປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ ແລະ ວຽກງານສືມ່ວນຊົນ.
      3 ໜ່ວຍພັກ ມີພາລະບົດບາດ, ສິດ ແລະ ໜ້າທີ່ ແລະ ເປັນເສນາທິການໃຫ້ຄະນະປະຈໍາພັກເມືອງກໍ່ຄືອົງການປົກຄອງເມືອງໃນການຄຸ້ມຄອງບໍາລຸງສ້າງພະນັກງານ ແລະ ບັນຈຸສັບຊ້ອນ ແລະ ແຕ່ງຕັ້ງຍົກຍ້າຍພະນັກງານ-ລັດຖະກອນ, ຕິດຕາມ, ກວດກາ ແລະ ປະຕິບັດນ້າທີຂອງຄະນະບໍລິຫານງານພັກເມືອງພະນັກງານ ແລະ ການກໍ່ສ້າງຂະຫຍາຍພັກຈັດຕັ້ງການເຊືອມຊຶມຜັນຂະຫຍາຍມະຕິຕ່າງໆຂອງພັກ, ປາຖະກະຖາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ເກັບຂ່າວ, ຂຽນຂ່າວ ແລະ ອອກຂ່າວໂດຍຜ່ານລະບົບໂທລະໂຄ່ງ, ສື່ມວນຊົນຕ່າງໆ ພ້ອມທັງນໍາພາ-ຊີ້ນໍາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ ສິດໜ້າທີ. ໄດ້ຖືສໍາຄັນ ໂດຍຍຶດໝັ້ນຫຼັກການນໍາພາ ຂອງພັກ, ກົດລະບຽບຂອງພັກ ບົນພື້ນຖານແມ່ນເຄົາລົບ ແລະປະຕິບັດຕາມ 5 ຫຼັກການ, 3 ທິດນໍາໃນການກໍ່ສ້າງ, ປັບປຸງພັກພັກ, ເປັນເຈົ້າການເຂົ້າຮ່ວມດໍາເນີນຊີວິດການການເມືອງ ພາຍໃນພັກເປັນປົກກະຕິ, ຮັບປະກັນໄດ້ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະລັກສະນະຕໍ່ສູ້ພາຍໃນພັກ. ພ້ອມນັ້ນ, ການກໍ່ສ້າງສະມາຊິກພັກ ດ້ວຍການຊຸກຍູ້ຊ່ວຍເຫຼືອ ແລະ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ຢູ່ພາຍໃນໜ່ວຍພັກດ້ວຍຄວາມຈິງໃຈ; ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ດ້ວຍການສ້າງແຜນ, ກໍານົດຈຸດສຸມຢ່າງລະອຽດ ເພື່ອໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຂອງໜ່ວຍພັກ ແລະ ແຜນພັດທະນາຂອງຫ້ອງການ; ບັນຈຸ, ສັບຊ້ອນພະນັກງານເຂົ້າແຕ່ລະໜ່ວຍງານ ເພື່ອຮັບປະກັນໃຫ້ ແຕ່ລະໜ່ວຍງານໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດໜ້າທີ່ ຂອງຕົນ ດ້ວຍການຫັນເອົາແຜນການກໍ່ສ້າງໜ່ວຍພັກ ມາເປັນວຽກຈຸດສຸມ ຂອງໜ່ວຍງານຕົນ. ຈາກນັ້ນ, ໄດ້ຂື້ນຜ່ານ ະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ24/ ຄພມ, ລົງວັນທີ 11 ມິຖຸນາ 2026 ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025; ຊຶ່ງໃຫ້ກຽດຂຶ້ນມອບ ໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນດັ່ງກ່າວໂດຍ ສະຫາຍ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ກ່າວຮັບໂດຍ ເລຂາໜ່ວຍພັກ ທັງ 03 ໜ່ວຍຕາມລໍາດັບ.
      ໂອກາດດັ່ງກ່າວ ສະຫາຍ ສອນສະໜຸກ ສີສຸລາດ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນສະຫາຍ ກໍ່ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຜົນງານ ແລະ ໄຊຊະນະທີ່ ສາມໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ສະຫາຍຍັງໄດ້ຮຽກຮ້ອງ ໃຫ້ຄະນະໜ່ວຍພັກສືບຕໍ່ຄົ້ນຄ້ວາ, ກໍາແໜ້ນຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັງ, ກົດລະບຽບຂອງພັກໃຫ້ແໜ້ນ ແລະ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກ ງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນຕ້ອງໄດ້ກໍາໃຫ້ແໜ້ນຕາມ 5 ຫລັກການ, 3 ທິດນໍາຂອງ ພັກ, ສິດ ແລະ ໜ້າທີ່ຂອງຄະນະໜ່ວຍພັກ, ສະມາຊິກພັກ; ກໍາໃຫ້ໄດ້ ສິດ ແລະ ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ຍຶດໝັ້ນລັດທິມາກ-ເລນິນ, ປະຕິບັດຫລັກການ ລວມສູນປະຊາທິປະໄຕ,ຖືເອົາຄວາມສາມັກຄີ, ເປັນເອກະພາບດ້ານການເມືອງ, ແນວຄິດ, ການຈັດ ຕັ້ງ ຖືເອົາປະຊາຊົນເປັນກົກ ຖືເອົາການຕໍານິຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນ, ຕັ້ງໜ້າຝຶກຝົນຫລໍຫລອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ໃຫ້ມີຄຸນສົມບັດ ສິນທໍາປະຕິວັດ, ພ້ອມກັນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການການມອບໜາຍໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ສອນໄຊ ແສງມະນີ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet