
ພິທີ ປະກາດໂຄງປະກອບກົງຈັກການຈັດຕັ້ງ ແລະ ມອບ-ຮັບໜ້າທີ່
ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ໃນຕອນເຊົ້າ ຂອງວັນທີ 19 ພຶດສະພາ 2026 ນະທີ່ສະໂມສອນຂອງເມືອງຍອດອູ ແຂວງຜົ້ງສາລີ, ໄດ້ຈັດໃຫ້ມີພິທີ ປະກາດໂຄງປະກອບກົງຈັກການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຈັນມະນີ ດວງພາສຸກ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດ – ການເງິນ ແລະ ສິ່ງແວດລ້ອມ ມີທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານ ກໍາມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ກອງບັນຊາການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ອົງການທຽບເທົ່າ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 18 ທ່ານ.
ທ່ານ ຄຳພອນ ໄຊຍະມານ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເມືອງຍອດອູ ໄດ້ຂຶ້ນຜ່ານມະຕິ ວ່າດ້ວຍການສ້າງຕັ້ງກົງຈັກຂອງຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງ ສະບັບເລກທີ 95/ຄປຈຂ ແລະ ສະບັບເລກທີ 96/ຄປຈຂ, ລົງວັນທີ 14 ພຶດສະພາ 2026. ຈາກນັ້ນທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈໍາເມືອງຍອດອູ ຜ່ານບົດບັນທຶກການນໍາພາ-ຊີ້ນໍາວຽກງານຂອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈໍາເມືອງ ຕະຫຼອດໄລຍະເວລາ 5 ປີຜ່ານມາ (ນັບແຕ່ປີ 2021-2025) ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ ໃນການຊີ້ນຳ-ນໍາພາເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ແລະ ແຜນວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ຫຼັງຈາກນັ້ນ, ກໍ່ໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ທອງສີ ອິນຈັກ (ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV) ກັບ ທ່ານ ສົມຫວັງ ສຸມວິໄລ (ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V) ໂດຍຊ່ອງໜ້າຈາກຄະນະປະທານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ ທ່ານ ນາງ ບົວທອງ ຂົວຄຳ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດວຽກງານສະພາປະຊາຊົນແຂວງ ຊຸດທີ IV ປະຈໍາເມືອງຍອດອູ ເປັນກຽດຂຶ້ນມອບໃບຍ້ອງຍໍດັ່ງກ່າວໂດຍທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ນາງ ຈັນມະນີ ດວງພາສຸກ ສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດ – ການເງິນ ແລະ ສິ່ງແວດລ້ອມໄດ້ມີຄຳເຫັນໂອ້ລົມ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ຊຸດທີ IV ທີ່ໄດ້ອຸທິດຕົນສຸມສະຕິປັນຍາເຂົ້າໃນການນໍາພາ ແລະ ຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ຄຽງຄູ່ກັບຜົນສໍາເລັດນັ້ນ, ທ່ານຍັງມີຄໍາເຫັນເນັ້ນໜັກ ຕໍ່ກັບທິດທາງຈຸດສຸມ ສໍາລັບແຜນການ 5 ປີ 2026-2030 ຂອງສະພາປະຊາຊົນແຂວງ ຊຸດທີ V ເປັນຕົ້ນ ສະພາປະຊາຊົນແຂວງ ຕ້ອງຍົກສູງບົດບາດການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໃຫ້ສູງຂຶ້ນກ່ວາເກົ່າ ໂດຍສູມໃສ່ 3 ພາລະບົດບາດ ຂອງສະພາປະຊາຊົນແຂວງເປັນຫຼັກ; ບັນດາຄະນະກຳມະການພາຍໃນສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຕ້ອງຍົກສູງຄວາມເປັນມືອາຊີບ ແລະ ຄວາມເປັນເຈົ້າການໃນຂົງເຂດທີ່ຕົນຮັບຜິດຊອບ; ເພີ່ມທະວີຄວາມສາມັກຄີພາຍໃນ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ປະສານງານຢ່າງກົມກຽວ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງເມືອງ ແລະ ພາກສ່ວນອື່ນໆ.
ພິທີດັ່ງກ່າວໄດ້ດໍາເນີນເປັນເວລາ 1 ຕອນ ແລະ ປິດລົງດ້ວຍຜົນສໍາເລັດຕາມຄາດໝາຍທີ່ວາງໄວ້
ຂ່າວ-ພາບ: ໄລພອນ ສີສົມພອນ ໂຄສະນາອົບຮົມເມືອງ.