ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ

ພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ

     ໃນຕອນເຊົ້າຂອງວັນທີ 3 ມີນາ 2024 ນີ້້, ຢູ່ທີ່ໂຮງຮຽນມັດທະຍົມສົມບູນລາດຊາງ, ເມືອງຂວາ ໄດ້ຈັດໃຫ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງ ອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ, ມີບັນດາທ່ານການນຳຂອງນະຄອນຫຼວງວຽງຈັນ, ການນຳແຂວງ, ການນຳເມືອງ, ຕະຫຼອດຮອດຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ, ພ້ອມດ້ວຍນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນລາດຊາງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

       ໃນພິທີ, ທ່ານ ຄຳຫມັ້ນ ວິລະເກດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຂວາ ໄດ້ລາຍງານກ່ຽວການຈັດຕັ້ງປະຕິບັດກໍ່ສ້າງອາຄານໂຮງຮຽນ ຊຶ່ງທ່ານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ລາດຊາງ ກຸ່ມລາດຊາງ  ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດ ແຕ່ວັນທີ 19 ມັງກອນ 2023 ຫາ ວັນທີ 12 ທັນວາ 2023 ໃຊ້ເວລາໃນການກໍ່ສ້າງລວມ 223 ວັນ, ຊຶ່ງເປັນອາຄານແບບຖາວອນຈໍານວນ 01 ຫຼັງ 02 ຊັ້ນ ແລະ 10 ຫ້ອງຮຽນ, ຂະໜາດ 10×35 ແມັດ, ມູນຄ່າການກໍ່ສ້າງຕົວຈີ່ງທັງໝົດລວມຈໍານວນ 1,860,000,000 ກີບ ໃນນີ້ທຶນຊ່ວຍເຫຼືອຈາກປຸກລະດົມຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນຈໍານວນ 1.500.000.000ກີບ (ໜຶ່ງຕື້ຫ້າຮອຍລ້ານກີບ) ແລະ ທຶນສົມທົບຂອງຊຸມຊົນ ຈໍານວນ360.000.000 ກີບ (ສາມຮ້ອຍ ຫົກສິບລ້ານກີບ). ໃນນີ້ຄ່າແຮງງານ 1.149 ແຮງງານ, ລວມຄ່າແຮງງານທັງໝົດ 242.350.000 ກີບ, ຄ່າວັດສະດຸທ້ອງຖິ່ນ (ໄມ້ຄ້ຳແບບ, ໄມ້ຕີແບບ, ໄມ້ໂຄ້ງຫຼັງຄາ, ໄມ້ເພດ້ານ ແລະ ໄມ້ດີ້ວ) ລວມມູນຄ່າທັງໝົດ 117.650.000 ກີບ, ຊຶ່ງເປັນການປະກອບສ່ວນບັນດາກຸ່ມບ້ານ, ຄອບຄົວທີ່ອາໃສຂອບເຂດບໍລິການຂອງຊັ້ນມັດທະຍົມສຶກສາຕອນປາຍຂອງ ມ.ສ ລາດຊາງ ໂຮງຮຽນເຊິ່ງປະກອບມີກຸ່ມລາດຊາງ, ກຸ່ມສິນໄຊ, ກຸ່ມລະຮາງໃຫຍ່ ແລະ ກຸ່ມແສນຍາງ.

        ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນ ກ່າວມອບໂຮງຮຽນຄັ້ງນີ້ວ່າ: ໂຮງຮຽນຫຼັງນີ້ແມ່ນເປັນຂອງຂວັນຈາກການນຳນະຄອນຫຼວງວຽງຈັນ ແລະ ການລະດົມທຶນຈາກບຸກຄົນ, ນິຕິບຸກຄົນຈາກ 47 ພາກສ່ວນ, ໄດ້ມາຊ່ວຍເຫຼື່ອໃຫ້ກັບໂຮງຮຽນ ມ.ສ ລາດຊາງ ເຊິ່ງມັນຈະໄດ້ເປັນການປະກອບສ່ວນອັນສຳຄັນໃນການກໍ່ສ້າງຊັບພະຍາກອນມະນຸດຂອງແຂວງຜົ້ງສາລີ, ໂດຍສະເພາະເຂດບໍລິເວນໂຮງຮຽນ ມສ ລາດຊາງ ເມືອງຂວາ.

      ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ຂຶ້ນມີຄຳເຫັນກ່າວຮັບວ່າ: ໂຄງການດັ່ງກ່າວ, ຊຶ່ງເປັນຂອງ ຂ້ວນອັນລໍ້າຄ່າ ຈາກນະຄອນຫຼວງ ວຽງຈັນເວົ້າລວມ, ເວົ້າສະເພາະຈາກບຸກຄົນ, ນິຕິບຸກທີ່ໄດ້ປະກອບສ່ວນແຫຼ່ງທຶນ ແລະ ຈະກາຍເປັນປະຫວັດສາດ ອັນສໍາຄັນໃນອະນາຄົດ, ຊຶ່ງບໍ່ເຄີຍມີມາກ່ອນ ແລະ ໂຮງຮຽນແຫ່ງນີ້ຈະປະກອບສ່ວນອັນສຳຄັນເຂົ້າໃນການຍົກລະດັບຄຸນນະພາບການຮຽນ, ການສອນ ສູງຂຶ້ນຕື່ມ, ພ້ອມກັນນັ້ນທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນຄຸ້ມຄອງ, ນຳໃຊ້ຕຶກອາຄານຫ້ອງຮຽນຫຼັງນີ້ ແລະ ໂຮງຮຽນແຫ່ງນີ້ ໃຫ້ມີປະສິດຕິຜົນສູງ ແລະ ມີຄວາມຍືນຍົງ ປະກອບສ່ວນເຂົ້າໃນການສ້າງຊັບພະຍາກອນມະນຸດເວົ້າລວມ, ເວົ້າສະເພາະການຍົກຄຸນະພາບ ການຮຽນ-ການສອນຢູ່ພາຍໃນກຸ່ມລາດຊາງ, ເມືອງຂວາ ໃຫ້ມີບາດກ້າວໃໝ່ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

     ໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ, ນິຕິບຸກ ກຸ່ມບ້ານ ຕ່າງໆທີ່ໄດ້ປະກອບສ່ວນແຫຼ່ງທຶນເຂົ້າໃນການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຈົນສຳເລັດ, ພ້ອມກຽວກັນນີ້ຄະນະປະທານຍັງໄດ້ພ້ອມກັນຕັດແທບຜ້າເພື່ອເປີດນຳໃຊ້ອາຄານຮຽນດັ່ງກ່າວຢ່າງເປັນທາງການ ແລະ ຮ່ວມປູກຕົ້ນໄມ້ໄວ້ເປັນທີ່ລະນຶກໃຫ້ກັບໂຮງຮຽນຕື່ມອີກ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home