
ພິທີ ມອບ-ຮັບ ໃບຢັ້ງຢືນຄອບຄົວ ແລະ ບ້ານແບບຢ່າງ
ປະຕິບັດກົດໝາຍ ບ້ານກາດ, ບ້ານລຸ່ມ ແລະ ບ້ານໃຕ້ ເມືອງຍອດອູ ແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 22 ເມສາ 2026 ນີ້, ຢູ່ທີ່ຫ້ອງການປົກຄອງບ້ານກາດ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໃຫ້ 3 ບ້ານຄື: ບ້ານກາດ, ບ້ານລຸ່ມ ແລະ ບ້ານໃຕ້ ປະຈໍາປີ 2025 ໂດຍການເປັນປະທານຮ່ວມຂອງທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ, ມີທ່ານ ຈອມແປງ ພົມສົມບັດ ເລຂາໜ່ວຍພັກ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາທ່ານເລຂາພັກນາຍບ້ານ 3 ບ້ານ, ອົງການຈັດຕັ້ງບ້ານທຸກຂັ້ນ ພ້ອມດ້ວຍພໍ່ແມ່ ປະຊາຊົນພາຍໃນບ້ານກາດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ອຸງແກ້ວ ມະນີພົມ ເລຂາພັກບ້ານ-ບ້ານ ກາດ ຕາງໜ້າໃຫ້ທັງ 3 ບ້ານໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກ ງານການສ້າງ ຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ເຊິ່ງບ້ານ ກາດ ມີຈຳນວນຄອບຄົວທັງໝົດ 218 ຄອບຄົວ, ມີພົນລະ ເມືອງທັງໝົດ 716 ຄົນ, ຍິງ 650 ຄົນ, ບ້ານລຸ່ມ ມີຈຳນວນຄອບຄົວທັງໝົດ 207 ຄອບຄົວ, ມີພົນລະເມືອງທັງໝົດ 663 ຄົນ, ຍິງ 332 ຄົນ ແລະ ບ້ານ ໃຕ້ ມີຈໍານວນຄອບຄົວທັງໝົດ 357 ຄອບຄົວ ມີພົນລະເມືອງທັງໝົດ 1,153 ຄົນ, ຍິງ 579 ຄົນ.
ຕະຫຼອດໄລຍະຜ່ານມາ ຄະນະພັກ, ອຳນາດການປົກຄອງບ້ານທັງ 3 ບ້ານ ກໍ່ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ພ້ອມທັງບຳລຸງແນວຄິດໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນຢ່າງເປັນປົກກະຕິ ເຊິ່ງໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງຕ່າງໆມາເຜີຍແຜ່ໃຫ້ໄດ້ຮັບຮູ້ຢ່າງເປັນປົກກະຕິ. ປະຊາຊົນສ່ວນຫຼາຍແມ່ນປະກອບອາຊີບເປັນຊາວກະສິກອນເປັນຕົ້ນຕໍເຊັ່ນ: ເຮັດໄຮ່, ເຮັດສວນ, ປູກພືດອຸດສະຫະກໍາ (ປູກຜັກ, ໝາກອຶ, ໝາກຖົ່ວ, ຢ່າງພາລາ) ລ້ຽງສັດໃຫຍ່, ສັດນ້ອຍ ແລະ ເກັບເຄື່ອງປ່າຂອງດົງ ເຊິ່ງເຫັນໄດ້ວ່າ ສະພາບເສດຖະກິດຂອງແຕ່ລະບ້ານມີການຂະຫຍາຍຕົວຂຶ້ນເທື່ອລະກ້າວ, ຄອບຄົວມີທ່າອ່ຽງພັດທະນາດີຂຶ້ນ. ຜ່ານການປະເມີນສາມາດຕີລາໄດ້ຕາມການສ້າງບ້ານແບບຢ່າງປະຕິບັດກົດໝາຍໂດຍອິງໃສ່ບັນຫາເນື້ອໃນ 3 ມາດຖານ ຂັ້ນຕອນຂອງການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ທີ່ໄດ້ກຳນົດໄວ້ ກໍ່ເຫັນໄດ້ວ່າປະຕິບັດຄົບຕາມມາດຖານ ແລະ ເງື່ອນໄຂຂອງການສ້າງບ້ານແບບຢ່າງປະຕິບັດກົດໝາຍ ເຊິ່ງບ້ານກາດ ມີຄອບຄົວປະຕິບັດກົດໝາຍ 191 ຄອບຄົວ ກວມເອົາ 87,61%, ບ້ານລຸ່ມ ມີຄອບ ຄົວປະຕິບັດກົດໝາຍ 186 ຄອບຄົວ ກວມເອົາ 89,85% ແລະ ບ້ານໃຕ້ ມີຄອບຄົວປະຕິບັດກົດໝານ 320 ຄອບຄົວ ກວມເອົາ 89,63% ຈາກນັ້ນ ທ່ານ ສົມເໝືອນ ພອນຍະຜົນ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫ້ອງການຍຸຕິທໍາເມືອງວ່າດ້ວຍການຮັບຮອງເອົາຄອບຄົວແບບຢ່າງປະຕິບັດກົດໝາຍ ແລະ ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການຮັບຮ້ອງເອົາບ້ານແບບຢ່າງປະຕິບັດກົດໝາຍ ພ້ອມທັງມອບໃບຢັ້ງຢືນຄອບຄົວແບບຢ່າງປະຕິບັດກົດໝາຍ ເປັນກຽດມອບໂດຍທ່ານ ຈອມແປງ ພົມສົມບັດ ເລຂາໜ່ວຍພັກ ຫົວໜ້າຫ້ອງການຍຸຕິທໍາເມືອງ ຂຶ້ນຮັບໂດຍຮອງນາຍບ້ານທັງ 3 ບ້ານຕາມລຳດັບ ແລະ ມອບໃບຢັ້ງບ້ານແບບຢ່າງປະຕິບັດກົດໝາຍໂດຍທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ກ່າວຮັບໂດຍເລຂາພັກນາຍບ້ານ-ບ້ານ ກາດ, ບ້ານລຸ່ມ ແລະ ບ້ານ ໃຕ້ ຢ່າງສົມກຽດ.
ໂອກາດນີ້ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ຍັງໄດ້ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານ ຕ້ອງສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີສະຕິຕື່ນຕົວເຄົາລົບ ແລະ ປະຕິ ບັດລັດຖະທຳມະນູນ, ກົດໝາຍ ຢ່າງເຂັ້ມງວດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ, ການລ່າເນື້ອສັດນໍ້າ-ສັດປ່າທີ່ບໍ່ຖືກຕ້ອງຕາມກົດໝາຍ, ສືບຕໍ່ນໍາພາປະຊາຊົນສ້າງເສດຖະກິດຄອບຄົວໂດຍຖືເອົາການປູກ-ການລ້ຽງເປັນອາຊີບເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ນັບຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຂ່າວ-ພາບ: ໄລພອນ ສີສົມພອນ