ພູຟ້າ ພູເຂົາສັກສິດ ຕຳນານເຄືອເຂົາຫຼວງ

ພູຟ້າ ພູເຂົາສັກສິດ ຕຳນານເຄືອເຂົາຫຼວງ

     ພູຟ້າເປັນໜ່ວຍພູທີ່ສັກສິດ ແລະ ເປັນທີ່ສັກກາລະບູຊາຂອງຊາວແຂວງຜົ້ງສາລີ. ພູຟ້າ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງເທດສະບານເມືອງຜົ້ງສາລີ. ມີຄວາມສູງ 1640 ແມັດ ທຽບຈາກລະດັບໜ້ານ້ຳທະເລ ຊຶ່ງເປັນໜ່ວຍພູທີ່ສູງກວ່າໝູ່ໃນບັນດາພູທີ່ຢູ່ເຂດໃກ້ຄຽງບໍລິເວນແຫ່ງນີ້.  ພູຟ້າກວມເອົາເນື້ອທີ່ທັງໝົດ ປະມານ 200 ເຮັກຕາ, ປົກຄຸມໄປດ້ວຍ

ປ່າໄມ້ດົງໃຫຍ່ທີ່ດົກໜາ, ຂຽວງາມຕະຫຼອດປີ, ເປັນທີ່ຢູ່ອາໄສຂອງສັດປ່ານາໆຊະນິດ, ມີເຄື່ອງປ່າຂອງດົງທີ່ມີຄ່າ, ມີຕົ້ນຢາພື້ນເມືອງທີ່ໃຫ້ປະໂຫຍດຫຼາຍໆຊະນິດ ທີ່ປະຊາຊົນຊາວເມືອງເຄີຍໃຊ້ເປັນຢາປີ່ນປົວພະຍາດຕ່າງໆ.

ເມື່ອກ່ອນພູຟ້າແຫ່ງນີ້ເປັນບ່ອນອາໄສຂອງສັດປ່ານາໆຊະນິດເຊັ່ນ: ເສືອ, ຊ້າງ, ແຮດ, ກະທິງ, ກວາງ, ຟານ, ລີງ, ທະນີ, ນົກຍຸງ ແລະ ສັດເລືອຄານຈຳນວນຫຼວງຫຼາຍ. ແຕ່ມາເຖິງປະຈຸບັນ ຍ້ອນຊາວເມືອງໄດ້ມາຕັ້ງຖີ່ນຖານ ບ້ານຊ່ອງ ຢູ່ໃກ້ບໍລິເວນແຫ່ງນີ້ ຈື່ງເຮັດໃຫ້ບັນດາສັດເຫົ່ຼານັ້ນ ຈຳຕ້ອງຍ້າຍຖິ່ນຖານໄປດຳລົງຊີວິດຢູ່ບ່ອນໃໝ່. ປະຈຸບັນພວກເຮົາຍັງຄົງເຫັນບັນດາສັດປ່າຊະນິດຕ່າງໆ ຈຳນວນໜື່ງທີ່ຍັງດຳລົງຊີວິດຢູ່ພູຟ້າແຫ່ງນີ້ເຊັ່ນ: ຟານ, ຟານໄກ້, ໝູປ່າ, ເຫງັນ, ລີງລົມ, ໄກ່ປ່າ, ນົກ, ນົກຂວາ, ກະຮອກ ກະແຕ, ງູ ແລະ ບັນດາສັດເລືອຄານອີກຈຳນວນໜື່ງ. ນອກນີ້ຍັງມີບັນດາແມງໄມ້ຊະນິຕ່າງໆ ທີ່ດຳລົງຊີວິດຢູ່ແຖບນີ້ ເຊັ່ນ: ແມງໄມ້ປີກແຂງຊະນິດຕ່າງໆ, ແມງກະເບື້ອ, ແມງມູມ, ແມງຄັບ, ແມງຄາມ, ແມງກອກ…… ເຊີ່ງສ້າງສີສັນ ແລະ ປະດັບຄວາມງາມແຫຼ່ງທ່ອງທ່ຽວແຫຼ່ງນີ້ ໃຫ້ເປັນທີ່ໜ້າທ່ຽວຊົມ.

ທີ່ມາຂອງການຕັ້ງຊື່  “ ພູຟ້າ “ ຄວາມໝາຍທີ ໜື່ງ: ອີງຕາມຕຳນານ ນິທານພື້ນບ້ານ ກ່າວຂານກັນມາວ່າ:  ປາງກ່ອນກີ້ຢູ່ເທິງຈອມພູສູງແຫ່ງນີ້ ຍັງມີເຄືອເຂົາໃຫຍ່ຕົ້ນໜື່ງ ຊື່ວ່າ: ເຄືອເຂົາຫຼວງ. ເຄືອເຂົາດັ່ງກ່າວມີອາຍຸຫຼາຍພັນປີ ແລະ ໄດ້ນັບມື້ນັບປົ່ງຍອດອອກໃບສູງຂຶ້ນ ເຮັດໃຫ້ຍອດຂອງເຄືອເຂົາຫຼວງດັ່ງກ່າວ ເລືອຂຶ້ນໄປເຖິງເມືອງພະຍາແຖນແຫ່ງໜຶ່ງ ທີ່ຢູ່ບົນສະຫວັນຊັ້ນຟ້າ, ເຄືອເຂົາຫຼວງນີ້ໄດ້ເລືອເຂົ້າໄປເຖິງພະລາດສະວັງຂອງພະຍາແຖນ, ພະຍາແຖນເລີຍໄດ້ສັ່ງໃຫ້ບັນດາເສນາອາມາດໃຊ້ມີດຕັດຍອດຂອງເຄືອເຂົາຫຼວງນັ້ນຖິ້ມ, ແຕ່ປະກົດວ່າຍິ່ງຕັດຍອດເຄືອເຂົາກໍ່ ຍິ່ງປົ່ງຍອດອອກໄວຂີຶ້ນເລື້ອຍໆ  ພະຍາແຖນເກີດມີການສົງໄສວ່າ ເຄືອດັ່ງກ່າວແມ່ນມາຈາກໃສ ເຫດໃດຈີ່ງມາຮອດເມືອງພະຍາແຖນຂອງຕົນ. ມີມື້ໜິ່ງ ພະຍາແຖນຈຶ່ງໄດ້ຕັດສິນໃຈຊອກຫາທີ່ມາຂອງຕົ້ນເຄືອເຂົາຕົ້ນນີ້. ພະຍາແຖນນຳພາເສນາບໍລິວານຕິດຕາມມານຳຈຳນວນໜຶ່ງ ແລ້ວພ້ອມກັນເລີ່ມຕົ້ນ ຕາມຈາກຍອດຂອງເຄືອເຂົາຫຼວງເພື່ອຊອກຫາຕົ້ນຂອງມັນ. ພວກເຂົາໄດ້ໃຊ້ເວລາຫຼາຍມື້ຫຼາຍຄືນ ຈຶ່ງສາມາດລົງມາພົບເຫັນຕົ້ນຂອງເຄືອເຂົາຫຼວງ. ປະກົດວ່າຕົ້ນເຄືອເຂົາຫຼວງຕົ້ນນີ້ ມີຕົ້ນກຳ່ເນີດຈາກພູສູງແຫ່ງໜຶ່ງໃນເມືອງມະນຸດມະນາ. ເມື່ອຮູ້ທີ່ມາຂອງເຄືອເຂົານີ້ແລ້ວ ພະຍາແຖນກໍ່ສຸດທີ່ດີອົກຊື່ນໃຈ ທີ່ໄດ້ມາພົບຕົ້ນເຄືອເຂົາຫຼວງຢູ່ເມືອງມະນຸດແຫ່ງນີ້. ຈາກນັ້ນພະຍາແຖນພ້ອມດ້ວຍບໍລິວານກໍ່ໄດ້ພາກັນກັບຄືນສູ່ເມືອງຟ້າສະຫວັນ ແລ້ວໄດ້ປະກາດໃຫ້ຊາວເມືອງພະຍາແຖນຮູ້ຈັກ ເຖິງທີ່ມາຂອງຕົ້ນເຄືອເຂົາຫຼວງ ແລະ ໄດ້ເລົ່າເລື່ອງຕ່າງໆໃນເລື່ອງທີ່ຕົນເອງເຫັນບັນດາມະນຸດທີ່ດຳລົງຊີວິດ ຢູ່ເຂດໃກ້ຄຽງພູສູງໜ່ວຍນີ້. ຕັ້ງແຕ່ນັ້ນມາຊາວເມືອງພະຍາແຖນທັງຫຼາຍ ໄດ້ພາກັນລົງມາທ່ຽວທີ່ເມືອງມະນຸດມະນາ ເພື່ອລົງມາເບີ່ງການດຳລົງຊີວິດຂອງມະນຸດ ໃນໂລກເບື້ອງລຸ່ມດ້ວຍການໃຊ້ເຄືອເຂົາຫຼວງເປັນຂັ້ນໃດ. ໃນເວລາດຽວກັນນັ້ນລູກສາວຂອງພະຍາແຖນ ຊື່ ນາງກິນນາລີ ກໍ່ເຄີຍລົງມາທ່ຽວຫຼີ້ນ ບໍລິເວນພູສູງແຫ່ງນີ້ເຊັ່ນດຽວກັນ. ຢູ່ໃກ້ຄຽງ ບໍລິເວນພູສູງແຫ່ງນີ້ກໍ່ ຍັງມີໜອງນ້ຳໃຫຍ່ ແຫ່ງໜຶ່ງ ທີ່ນາງກິນນາລີ ເຄີຍລົງມາອາບນ້ຳໃນເວລາແດດຮ້ອນ. ຈາກນິທານພື້ນບ້ານດັ່ງກ່າວ ພູສູງໜ່ວຍນີ້ສາມາດເປັນເສັ້ນທາງຂື້ນສູ່ເມືອງສະຫວັນຊັ້ນຟ້າ. ດັ່ງນັ້ນ, ຊາວບ້ານຈີ່ງໃສ່ຊື່ພູໜ່ວຍນີ້ວ່າ ພູຟ້າ.

ອີງຕາມເລື່ອງນິທານດັ່ງກ່າວ ໜອງນ້ຳໃຫຍ່ທີ່ກ່າວໃນນິທານນັ້ນ ຍັງປະກົດມີຢູ່ ທີ່ຫຼັກຫ້າ ຊຶ່ງຊາວບ້ານເຄີຍເອີ້ນໜອງນີ້ວ່າ ໜອງກິນນາລີ ຈົນມາເຖີງປະຈຸບັນ.

     ຄວາມໝາຍທີສອງ: ອີງຕາມ ພູມສັນຖານຂອງພູມມີປະເທດ ພວກເຮົາສາມາດສັງເກດເຫັນວ່າບໍລິເວນແຫ່ງນີ້ເປັນເຂດພູຜານ້ອຍໃຫຍ່ຫຼາຍໜ່ວຍສະຫຼັບຊັບຊ້ອນ ແຕ່ພໍສັງເກດແລ້ວພູໜ່ວຍນີ້ ເປັນໜ່ວຍພູທີ່ສູງກວ່າໝູ່ໃນບັນດາໜ່ວຍພູທີ່ຕັ້ງຢູ່ແຖບນີ້.  ຄົງເປັນຍ້ອນວ່າພູໜ່ວຍນີ້ສູງ ຊາວບ້ານໃນແຖບນີ້ ໃນເມື່ອກ່ອນຈຶ່ງຕັ້ງຊື່ພູໜ່ວຍນີ້ວ່າ:  ພູຟ້າ ແລະ ເອີ້ນກັນມາຈົນເຖິງປະຈຸບັນ. ສ່ວນນິທານອື່ນໆທີ່ກ່ຽວ ກັບພູຟ້າ ຍັງມີຫຼາຍເລື່ອງທີ່ໜ້າສົນໃຈ ເຖິງຢ່າງໃດກໍ່ດີ, ໃນສະໄໝຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນຝຼັ່ງ ແລະ ອາເມລິກາ, ພູຟ້າແຫ່ງນີ້ໄດ້ໃຊ້ເປັນປ້ອມເຂດທີ່ໝັ້ນ ຂອງອ້າຍນ້ອງກອງທັບປະຊາຊົນລາວ ເພື່ອຕໍ່ສູ້ຕ້ານສັດຕູ ຜູ້ໂຫດຮ້າຍປ່າເຖື່ອນຈົນໄດ້ຮັບໄຊຊນະ ແລະ ປົດປ່ວຍປະເທດຊາດ ອອກຈາກແອກປົກຄອງຂອງພວກສັດຕູ ແລະ ປະກາດເປັນປະເທດ ສປປ ລາວ ຈົນເຖິງທຸກວັນນີ້.

 ພະທາດ ມີ່ງຂັວນ ພູຟ້າ: ພະທາດ ມິ່ງຂວັນພູຟ້າ ສ້າງເມື່ອວັນທີ 22 ພະຈິກ 2004 ແລະ ສຳເລັດເມື່ອວັນທີ 1 ພຶດສະພາ 2005. ພະທາດນີ້ ມີຄວາມຍາວ  15 ແມັດ, ຄວາມກວ້າງ  15 ແມັດ ແລະ ຄວາມສູງ  15 ແມັດ. ເປັນພະທາດ ທີ່ໃຫ່ຍທີ່ສຸດທີ່ໄດ້ສ້າງໄວ້ເທິງຈອມພູຟ້າ. ພະທາດມິ່ງຂວັນພູຟ້າ ເປັນມິ່ງຂວັນຂອງຊາວປະຊາແຂວງຜົ້ງສາລີ, ເປັນທີ່ສັກກາລະບູຊາຂອງຊາວພຸດທັງຫຼາຍ. ທຸກໆປີເມື່ອຄົບຮອບວັນບຸນສະເຫຼີມສະຫຼອງ ພະທາດມິ່ງຂວັນພູຟ້າ ( ຊ່ວງໄລຍະວັນທີ 3 -5 ພຶດສະພາ ຂອງທຸກໆປີ)  ຊາວປະຊາແຂວງຜົ້ງສາລີ ຈະພ້ອມກັນມາທຳບຸນ ໄຫວ້ພະທາດພູຟ້າ ເພື່ອຂໍພອນຂໍໂຊກມາໃຫ້ຕົນເອງ ແລະ ຄອບຄົວ. ໃນນີ້ ຄົບຮອບທຸກໆ 04 ປີ ຊາວປາຊາເມືອງຜົ້ງສາລີ ພ້ອມດ້ວຍ ທາງການນຳແຂວງ ແລະ ພະສົງອົງຄະເຈົ້າ ຈະມີການຈັດສະເຫີຼມສະຫຼອງ ບຸນໃຫຍ່ຄັ້ງໜື່ງ ດ້ວຍການທຳບຸນຕັກບາດຍາດນ້ຳຕາມຮີດຄອງປະເພນີຂອງຊາວພຸດຂອງພວກເຮົາ ນະທີ່ພະທາດແຫ່ງນີ້. ພາຍຫຼັງເສັດສີ້ນການທຳບຸນຕັກບາດແລ້ວ ຊາວປະຊາທັງຫຼາຍຈະພ້ອມກັນກິນ ດື່ມຟ້ອນລຳ, ມ່ວນຊື່ນສາມັກຄີກັນ ແລະ ອວຍພອນເຊິ່ງກັນ ແລະ ກັນ ຕະຫຼອດວັນ ນະທີ່ພູຟ້າແຫ່ງນີ້.

ໃນແຕ່ລະປີ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ອງທ່ຽວແຂວງຜົ້ງສາລີ  ໄດ້ເຂົ້າມາທ່ອງທ່ຽວຊົມແຫຼ່ງທ່ອງທ່ຽວພູຟ້າ ແລະ ມາກາບໄຫວ້ພະທາດມິ່ງຂວັນພູຟ້າ ນັບຈຳນວນເພີ່ມຂຶ້ນ. ດັ່ງນັ້ນ ທ່ານກໍ່ແມ່ນຜູ້ໜຶ່ງທີ່ໄດ້ມີໂອກາດດີ ໄດ້ມາຮອດມາເຖິງຜົ້ງສາລີ ຂໍໃຫ້ທ່ານ ຖືໂອກາດນີ້ຂຶ້ນເມືອກາບໄຫວ້ພະທາດພູຟ້າ ເພື່ອຂໍພອນຂໍໂຊກ ແລ້ວສິ່ງດີໆ ຈະເຂົ້າມາຢູ່ນຳຕົວຂອງທ່ານຕະຫຼອດໄປ.

ຂໍ້ມູນຈາກ: WalkerTrail

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home