Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6170
ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ -

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ,

ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດໄດ້ພົບປະໂອ້ລົມ ພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ

     ໃນຕອນເຊົ້າວັນທີ 31 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນແຂວງຜົ້ງສາລີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກ ງານນັກຮົບ,ພະນັກງານຫຼັກແຫຼ່ງຂອງແຂວງ ແລະເມືອງບູນເໜືອ,ໂດຍການເຂົ້າຮ່ວມຂອງສະຫາຍ ພົຕ ສົມພອນ ມິດຕະພອນ ກຳມະ ການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ສະຫາຍ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງ, ສະຫາຍ ສົມພາບ ດາລາຈັກ ກຳມະການປະຈຳພັກແຂວງ, ເລຂາພັກ ເມືອງບູນເໜືອ.


ສະຫາຍ ພົຕ ສົມພອນ ມິດຕະພອນ ໄດ້ລາຍງານວ່າ: ແຂວງຜົ້ງສາລີມີເນື້ອທີ່ 16,270 ກິໂລຕາແມັດ, ເນື້ອທີ່ 99% ເປັນພູສູງຊັນ, ມີຊາຍແດນທິດຕາເວັນອອກຕິດກັບ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບແຂວງອຸດົມໄຊ, ທິດເໜືອຕິດກັບ ສປ ຈີນ, ທິດໃຕ້ຕິດກັບແຂວງຫຼວງພະບາງ, ມີ 7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້ ໂດຍແມ່ນເມືອງບຸນເໜືອ ເປັນເທດສະບານແຂວງແຫ່ງໃໝ່ ທີ່ເປັນໃຈກາງ, ມີ 503 ບ້ານ, 47,694 ຄອບຄົວ, 202,258 ຄົນ, ຍິງ 99,711 ຄົນ; ມີ 15 ຊົນເຜົ່າ ຄື: ເຜົ່າລາວລຸ່ມ,ເຜົ່າ ໄຕ , ລື້ , ຢັ້ງ, ໄທເໜືອ, ກຶມມຸ, ບິດ , ມົ້ງ , ອິວມຽນ, ອາຄາ, ພູນ້ອຍ, ສີລາ, ຮາຢີ , ໂລໂລ ແລະ ຫໍ້. ໂດຍສຸມໃສ່ຍົກລະດັບ ແລະ ພັດທະນາເສັ້ນທາງຄົມມະຄົມຕາມແລວທາງ 1:1, 22, 4 ທາງອອກສູ່ຕະຫຼາດພາຍນອກ,ໄດ້ກໍານົດ 5 ທ່າແຮງປາຍແຫຼມ: ການປູກພືດ ແລະ ຕົ້ນໄມ້ອຸດສາຫະກໍາເປັນສິນຄ້າ; ການລ້ຽງສັດໃຫຍ່ (ງົວ-ຄວາຍ) ເປັນສິນຄ້າ; ການບໍລິການທາງຜ່ານ; ການສ້າງເຂດເສດຖະກິດພິເສດ;ການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ 15 ເຜົ່າ, ຕົວເມືອງໃໝ່ບຸນເໜືອ ແລະ ການຜະລິດກະສິກຳສະອາດ.


ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ຍອງຍໍຊົມເຊີຍຕໍ່ແຂວງຜົ້ງສາລີທີມີຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາຂອໃແຂວງວາງອອກ; ສຸມໃສ່ການປູກ-ການລ້ຽງ,ແກ້ໄຂຍົກລະດັບຊີວິດປະຊາຊົນສ້າງລາຍຮັບຕົວຈິງໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ຕິດພັນກັບການຜະລິດກະສິກຳເປັນສີນຄ້າສົ່ງອອກ, ຊອກຕະຫຼາດຈຳໜ່າຍສີນຄ້າໃຫ້ປະຊາຊົນ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໝາດນ້ອຍ,ຂະໝາດກາງ ໃຫ້ເຂັ້ມແຂງ,ສ້າງເງື່ອນໄຂສະພາບແວ້ດລ້ອມໃນການດຳເນີນທຸລະກິດ, ຄົ້ນຄວ້າບັນດາກິດຈະການ,ໂຄງການ, ເລືອກເຟັ້ນໂຄງການໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນ, ຄຸ້ມຄອງສິ່ງແວ້ດລ້ອມບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະທຳມະຊາດບ່ອນທຳມາຫາກິນຂອງປະຊາຊົນ ໃຫ້ປະຊາຊົນມີສ່ວນຮ່ວມມີຜົນປະໂຫຍດ, ກວດກາຫົວໜ່ວຍໂຄງການ, ກິດຈະການທີ່ແຕ່ລະຂັ້ນຄຸ້ມອງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ, ຖື່ເອົາການທອ່ງທ່ຽວເປັນທ່າແຮງໃນການພັດທະນາ, ພັດທະນາປັບປຸງຟື້ນຟູພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງ, ສຸມໃສ່ສະໜອງກະແສໄຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ; ການພັດທະນາວຽກງານສັງຄົມເປັນຕົ້ນແມ່ນຍົກລະດັບການສືກສາໃຫ້ມີຄຸນນະພາບສູງຂຶ້ນ ຊຸກຍູ້ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄວາມສຳຄັນຂອງການສືກສາ ໃຫ້ລູກຫຼານໄດ້ຮັບການສືກສາ, ເອົາໃຈໃສ່ວຽກງານສາທາລະນະສຸກຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການ,ຕ້ານແລະສະກັດກັ້ນພະຍາດລະບາດ, ພັດທະນາສີມືແຮງງານ ເພື່ອຕອບສະໜອງຮັບໃຊ້ການພັດທະນາ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນການຄ້າຂາຍເຖື່ອນ,ຢາເສບຕິດ, ກຸມ່ແກ່ງສະແກມເມີ້; ການແກ້ໄຂຄວາມທຸກຍາກ ເຊີງເປັນວາລະແຫ່ງຊາດທີ່ຕ້ອງໄດ້ສຸມໃສ່ປະຕິບັດ; ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ,ເຂັ້ມແຂງແລະໜັກແໜ້ນໃຫ້ມີຄຸນະພາບ, ເອົາໃຈໃສ່ວຽກງານພະນັກງານເປັນວຽກງານຕັດສີນຜົນໄດ້ຜົນເສຍຕໍ່ການນຳພາຂອງພັກ,ພະນັກງານຕ້ອງມີຄຸນທາດການເມືອງ,ຄວາມຮັບຜິດຊອບ,ຈັນຍາບັນເຮັດສຳເລັດໜ້າທີ່ເປັນຜູ້ຮັບໃຊ້ປະຊາຊົນ, ຄຸ້ມຄອງພະນັກງານ, ເລືອກເຟັ້ນຊັບຊ້ອນພະນັກງານບັນຈຸໃຫ້ບັນດາຕາແສງ ຝືກອົບຮົມໃຫ້ຕາແສງ; ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ; ວຽກງານສະພາໃຫ້ເປັນອົງການທີ່ຕັດສີນບັນຫາສຳຄັນ, ການຊຸກຍູ້ຈັດຕັ້ງປະຕິບັດວຽກງານຕ່າງໆ, ການເປັນຕົວແທນໃຫ້ປະຊາຊົນ; ຄະນະພັກຕ້ອງເປັນຫົວຫອກຫົວຈັກ ນຳພາ-ຊີ້ນຳຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ,ເພີມທະວີຄວາມສາມັກຄີ,ຕົກລົງຕັດສີນບັນຫາເປັນໝູ່ຄະນະ; ປືກສາຫາລືບົດຮຽນນຳອະດີດການນຳ,ພະນັກງານບຳນານເພື່ອພັດທະນາ ແຂວງຜົ້ງສາລີຂື້ນເລື່ອຍໆ.


ໂອກາດນີ້, ຍັງໄດ້ມອບຄອມພິວເຕີຕັ້ງໂຕະພ້ອມປິ່ນເຕີຈຳນວນ35ຊຸດ ມູນຄ່າ 654,465,00 ກີບ ໃຫ້ແຂວງຜົ້ງສາລີເພື່ອແຈກຢາຍມອບໃຫ້ບັນດາຕາແສງ, ມອບເງີນສົດ 300 ລ້ານໃຫ້ແຂວງຜົ້ງສາລີ, ມອບເງີນສົດ 100 ລ້ານກີບໃຫ້ເມືອງບຸນເໜືອ, ຄະນະກວດກາສູນກາງພັກມອບຄອມພິວເຕີຕັ້ງໂຕະພ້ອມປິ່່ນເຕີສີຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງບຸນເໜືອ.
ຂ່າວ: ສົມຄິດ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet