ສຳ​ເລັດການ​ປະ​ເມີນ​ແມ່ຍິງ 3 ດີ​ ຂອງ​ໜ່ວຍສະຫະພັນແມ່ຍິງຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ປະ​ຈຳ​ປີ 2023

ສຳ​ເລັດການ​ປະ​ເມີນ​ແມ່ຍິງ 3 ດີ​ ຂອງ​ໜ່ວຍສະຫະພັນແມ່ຍິງຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ປະ​ຈຳ​ປີ 2023

ເພື່ອ​ປະ​ຕິ​ບັດ​ຕາມແຈ້ງ​ການ​ຂອງ​ສະຫະພັນແມ່ຍິງແຂວງ ສະ​ບັບ​ເລກ​ທີ 509/ສຍຂ, ລົງ​ວັນ​ທີ 31 ສິງຫາ 2023 ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ວຽກງານຂໍ້ແຂ່ງຂັນ 3 ດີ ປະ​ຈຳ​ປີ 2023. ມາໃນຕອນເຊົ້າຂອງວັນທີ 12 ຕຸລາ 2023 ຜ່ານມານີ້ ໜ່ວຍແມ່ຍິງ

ຄະນະໂຄສະນາອົບຮົມແຂວງ ໄດ້ຈັດໃຫ້ມີກອງ​ປະ​ຊຸມປະ​ເມີນ​ຂໍ້ແຂ່ງຂັນ 3 ດີ ປະ​ຈຳ​ປີ 2023 ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ນະ​ທີ່​ຫ້ອງ​ປະ​ຊຸມ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ. ໂດຍການເປັນ​ປະ​ທານຂອງ ທ່ານ ນ. ຈັນມະນີ ນາມວົງ ​ກຳ​ມະ​ການ​ພັກ​ແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍເອື້ອຍນ້ອງແມ່ຍິງພາຍໃນໜ່ວຍແມ່ຍິງ​​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ເຂົ້າ​ຮ່ວມ​ທັງ​ໜົດ 10 ສະ​ຫາຍ.

ການ​ປະ​ເມີນ​ຜົນ​ຄັ້ງ​ນີ້​ ກໍເພື່ອຕີລາຄາຜົນ​ງານດ້ານດີ ແລະ ອ່ອນຂໍ້​ຄົງ​ຂ້າງຂອງແຕ່ລະສະຫາຍ​ຕະຫຼອດໄລຍະ 1 ປີຜ່ານມາ ມີ​ການ​ຕຳນິຕິຊົມ​ເ​ຊິ່ງກັນ ແລະ ກັນດ້ວຍ​ຄວາມ​ຈິງ​ໃຈ ເພື່ອ​ພ້ອມ​ກັນ​​ກ້າວ​ໜ້າ​ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນໃນ​ການປະ​ຕິ​ບັດ​ຕາມຂໍ້ແຂ່ງຂັນ 3 ດີ ປະ​ຈຳ​ປີ 2023 ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽກ​ງານຕາມ​ແຕ່​ລະ​ໄລ​ຍະ​ທີ່​ທາງສູນກາງສະຫະພັນແມ່ຍິງລາວ ກໍຄືຂອງສະຫະພັນແມ່ຍິງແຂວງ ​ວາງ​ອອກໃຫ້​ໄດ້​ຮັບ​ຜົນ​ດີ​ກ​ວ່າ​ເກົ່າ ຜ່ານການປະເມີນຂໍ້ແຂ່ງຂັນ 3 ດີ ປະ​ຈຳ​ປີ 2023 ຂອງໜ່ວຍແມ່ຍິງຄະນະໂຄສະນາອົບຮົມແຂວງໃນຄັ້ງນີ້, ໃຫ້ບັນດາສະຫາຍເອື້ອຍນ້ອງແມ່ຍິງພາຍໃນໜ່ວຍຄະນະໂຄສະນາອົບຮົມແຂວງ ຕີ​ຄະ​​ແນນ​ໃສ່​ໃບ​ປະ​ເມີນ​ຜົນ​ຂອງຕົນເອງ​ຕາມແຕ່​ລະມາດ​ຖານ ພ້ອມທັງປະເມີນຂອງໜ່ວຍແມ່ຍິງ.

ໃນ​ຕອນ​ທ້າຍ​ຂອງ​ພິ​ທີກໍ່​ໄດ້​ຮັບ​ຟັງ​ການ​ໂອ້​ລົມ ແລະ ຄຳໂອວາດ ​ຂອງ​ ທ່ານ ນ. ຈັນມະນີ ນາມວົງ ​ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ໜ່ວຍ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ. ຊຶ່ງກ່ອນ​ອື່ນ​ທ່ານ ກໍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ສະ​ມາ​ຊິກ​ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ແລະ ທ່ານ​ກໍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງກົດລະບຽບຂອງສູນກາງສະຫະພັນແມ່ຍິງລາວ, ຂອງສະຫະພັນແມ່ຍິງແຂວງ ກໍຄື ຂອງໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ, ແມ່ນຕົວແທນຂອງແມ່ຍິງລາວບັນດາເຜົ່າ ທັງເປັນ​ຕົວ​ແທນ​ທີ່​ຈົ່ງ​ຮັກ​ພັກ​ດີ ຢ່າງ​ສະເໝີ​ຕົ້ນ​ສະ​ເໝີ​ປາຍ ຕໍ່​ສິດ ແລະ ຜົນ​ປະ​ໂຫຍດ​ຂອງແມ່ຍິງລາວ ກໍຄື ບົດບາດຍິງ-ຊາຍ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home