ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ

     ວັນທີ 12 ກຸມພາ 2024 ນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ, ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ພ້ອມດ້ວຍການນຳຂອງແຂວງຢູ່ເຮືອນຮັບແຂກຂອງແຂວງ.

    ຈຸດປະສົງຂອງການມາເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີຂອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃນຄັ້ງນີ້, ເພື່ອມາຢ້ຽມຢາມ, ພົບປະ ແລະ ເຮັດວຽກກັບຄະນະຈັດຕັ້ງແຂວງ, ພົບປະໂອ້ລົມການນໍາແຂວງ, ພະນັກງານຫຼັກແຫຼ່ງ ຂອງແຂວງ ແລະ ຂັ້ນເມືອງ; ລົງເຄື່ອນໄຫວຢ້ຽມຢາມໜ່ວຍພັກ ບ້ານໂພນໂຮມ ເມືອງບຸນເໜືອ ແລະ ຈະໄດ້ໄປຢ້ຽມຢາມພົບປະໂອ້ລົມການນໍາເມືອງຂວາຕື່ມອີກ.

     ເຊິ່ງການມາເຄື່ອນໄຫວຂອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໃນຄັ້ງນີ້ ຈະດຳເນີນໄປຮອດວັນທີ 14 ກຸມພາ 2024 ຈຶ່ງຈະສຳເລັດ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet