ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ການເຮັດນາແຊງ (ນາຫວ່ານ) ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງຕິດຕາມຊຸກຍູ້ການເຮັດນາແຊງ (ນາຫວ່ານ) ຢູ່ເມືອງໃໝ່

     ໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງໃໝ່ນັ້ນ. ຕອນບ່າຍຂອງວັນທີ 27 ກຸມພາ 2024 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດ ຕາມຊຸກຍູ້ການເຮັດນາແຊງ (ນາຫວ່ານ) ທີ່ບ້ານນໍ້ງາ ເມືອງໃໝ່ ໂດຍມີທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆໃໝ່ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

     ການເຮັດນາແຊງ (ນາວ່ານ) ພາຍໃນເມືອງໃໝ່ ແມ່ນເປັນປີທຳອິດ ຊຶ່ງມີທັງໝົດ ຈໍານວນ 3 ບ້ານຄື: ບ້ານນໍ້າງາ, ບ້ານ ໂພນໄຊ ແລະ ບ້ານ ຫ້ວຍຊອງເໜືອ ທັງໝົດມີ 14 ຄອບຄົວ, ແນວພັນເຂົ້າທັງໝົດ 676 kg ໃນເນື້ອທີ່ທັງໝົດ 8,83 ເຮັກຕາ ໃນນີ້ມີ 1 ຄອບຄົວ ທີ່ບ້ານ ນໍ້ງາ ໄດ້ທົດລອງໃນການເຮັດ(ນາວ່ານ) ຫຼັງ ຈາກທີ່ໄດ້ໄປຖອດຖອນບົດຮຽນການເຮັດນາຫວ່ານຈາກແຂວງດຽນບ່ຽນ, ສສ ຫວຽດນາມ ຈຶ່ງໄດ້ທົດລອງເຮັດນາວ່ານຈໍານວນ 3,3 ຮຕ. ເຊິ່ງໃນນີ້ມີແນວປູກ 221 kg, ເຊິ່ງຈະໃຊ້ເວລາໃນການປູກ ຈົນຮອດລະດູເກັບກ່ຽວແມ່ນ 5-6 ເດືອນ, ແລະ ຄາດວ່າຈະໄດ້ຮັບຜົນຜະລິດ 4 – 5 ໂຕນຕໍ່ເຮັກຕາ. ຊຶ່ງຜ່ານຈາກການເຮັດນາ ( ນາຫວ່ານ ) ໄດ້ມີການແນະນຳດ້ານເຕັກນິກຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ທີ່ເຄີຍເຮັດຕົວຈິງມາແລ້ວ ເປັນຕົ້ນແມ່ນຂັ້ນຕອນການວ່ານເຂົ້າ, ການບົວລະບັດຮັກສາ, ການໃສ່ປຸ້ຍແຕ່ລະໄລຍະ. ພ້ອມກັນນີ້ ທາງຜູ້ເຮັດນາຕົວຈິງໄດ້ສະເໜີນຳພາກສ່ວນກ່ຽວຂ້ອງຊ່ວຍປຸຍ ແລະ ດ້ານເຕັກນິກຕື່ມອີກ. ຜ່ານການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມໃນການຊອກອາຊີບ ຈາກບົດຮຽນທີ່ຕົນເອງໄດ້ມາ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ທົດແທນການນໍາເຂົ້າຕາມແນວທາງນະໂຍບາຍຂອງຂັ້ນເທິງໄປເທື່ອລະກ້າວ, ພ້ອມນີ້ທ່ານເຈົ້າແຂວງ ຍັງໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໂດຍສະເພາະແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຄວາມໃກ້ສິດ ແລະ ແນະນໍາໃນດ້ານເຕັດນີກໃນແຕ່ລະໄລຍະ ແລະ ອໍານວຍຄວາມສະດວກດ້ານຕ່າງໆຕື່ມອີກ.

     ຈາກນັ້ນທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ຍັງໄດ້ໄປຕິດຕາມການປູກພຶດຜັກຕ່າງໆເປັນສິນຄ້າຂອງປະ ຊາຊົນຢູ່ບ້ານເພ້ຍ ຊຶ່ງສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໜຶ່ງໄດ້ 10 ລ້ານກວ່າກີບຕໍ່ປີ.

Leave a Reply

Your email address will not be published. Required fields are marked *

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa

kosip kosip.org https://kosip.org/ Homepage Anchor text No Anchor Click Here Go Here This Website View Website Website Home