Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງຂວາ ປາຖະກະຖາວັນສໍາຂອງພັກ-ຂອງຊາດ ແລະ ປະເທດເພື່ອນມິດສາກົນ -

ເມືອງຂວາ ປາຖະກະຖາວັນສໍາຂອງພັກ-ຂອງຊາດ ແລະ ປະເທດເພື່ອນມິດສາກົນ

ເມືອງຂວາ ປາຖະກະຖາວັນສໍາຂອງພັກ-ຂອງຊາດ ແລະ ປະເທດເພື່ອນມິດສາກົນ

     ໃນຕອນເຊົ້າຂອງວັນທີ 3 ເມສາ 2026 ນີ໊, ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສໍາຂອງພັກ-ຂອງຊາດ ແລະ ປະເທດເພື່ອນມິດສາກົນ ໂດຍການເປັນປະທານ ແລະ ປາຖະກະຖາຂອງທານ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ ເລຂາພັກເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຫຼວດເຂົ້າຮ່ວມ.

ໃນພິທີ ທ່ານ ສາລິວັນ ອິນທະລາ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂຶ້ນຜ່ານປະຫັດຄວາມເປັນມາຂອງຄະນະຊາວໜຸ່ມເມືອງຂວາ ແຕ່ປີ 1966 ເຖີງປະຈຸບັນ. ຈາກນັ້ນ, ທ່ານ ນາງ ດາວອນ ພິລາວັນ ກຳມະການປະຈໍາພັກເມືອງປະທານແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ຂື້ນຜ່ານບົດມູນເຊື້ອວັນສ້າງຕັ້ງ ຊາວໜຸ່ມ ປະຊາຊົນປະຕິວັດລາວຄົບຮອບ 71 ປີ ເພື່ອໃຫ້ໄດ້ຮັບຮູ້ ເຖິງມູນເຊື້ອ, ປະຫວັດຄວາມເປັນມາຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເຊິ່ງຊາວໜຸ່ມຮຸ່ນກ່ອນໄດ້ມີຜົນງານການຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈຮັກຊາດອັນດູດດື່ມ, ເສຍສະຫລະເລືອດເນື້ອເພື່ອປະເທດຊາດບ້ານເມືອງ, ເຊິ່ງຊາວໜຸ່ມຮຸ່ນກ່ອນ ຍາມໃດກໍ່ໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ ໃກ້ຊິດຕິດແທດກັບພັກປະຊາຊົນ ປະຕິວັດລາວ ເພື່ອເປັນກຳລັງແກ່ນສານໃນການຕໍ່ສູ້ກູ້ຊາດ ຈົນໄດ້ຮັບໄຊຊະນະ ເປັນຂັ້ນໆມາ ແລະ ສາມາດສະຖາປານາ ສປປລາວ ໃນວັນທີ 2 ທັນວາ ປິ 1975. ຈາກນັ້ນມາອົງການ ຈັດຕັ້ງຊາວໜູ່ມ ແຕ່ລະຂັ້ນໄດ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ເປັນກຳລັງແຮງສັງລວມໃຫ້ແກ່ທຸກຂະບວນການ.
     ພ້ອມນີ້,ໃນພິທີຍັງໄດ້ຮັບຟັງການປາຖະກະຖາ ວັນເກີດ ທ່ານ ວ ອ ເລນິນ ຄົບຮອບ 156 ປີ( 22.4.1955-22.4.2026),  ວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 51 (30.4.1975-30.4.2026) ພ້ອມດຽວກັນນີ້, ທ່ານ ສອນສະໜຸກ ສີສຸລາດກໍ່ໄດ້ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປລາວ-ສປຈີນ ຄົບຮອບ 65 ປີ (25.4.1961-25.4.2026) ເຊີ່ງທ່ານໄດ້ກ່າວວ່າ: ໂດຍຕະຫຼອດໄລຍະ 65 ປີຜ່ານມາ, ສອງປະເທດ ຈີນ-ລາວ ຍາມໃດກໍໄດ້ຮ່ວມເຮືອລໍາດຽວກັນ ຜ່ານຜ່າພາຍຸລົມແດງ ແລະ ຈັບມືກັນຕໍ່ສູ້, ໄດ້ສະໜັບສະໜູນການຕໍ່ສູ້ການປະຕິວັດ ແລະ ການສ້າງສາປະເທດຊາດ ເຊິ່ງກັນ ແລະ ກັນ, ໄດ້ກາຍເປັນຄວາມຊົງຈໍາ ທາງປະຫວັດສາດ ແລະ ເປັນຊັບສົມບັດ ອັນລໍ້າຄ່າຮ່ວມກັນຂອງພວກເຮົາ. ດັ່ງທີ່ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ອອກວ່າ: “ນໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ ໄດ້ກໍ່ເກີດຂຶ້ນແຕ່ດົນ ນັບ ແຕ່ໃນໄລຍະທີ່ສອງປະເທດ ດໍາເນີນການຕໍ່ສູ້ປະຕິວັດ ເພື່ອພາລະກິດປົດປ່ອຍຊາດ ແລະ ປົດປ່ອຍປະຊາຊົນ”; ອະດີດການນໍາສູງສຸດຂອງປະເທດລາວ ກໍໃຊ້ປະໂຫຍກຄໍາເວົ້າວ່າ “ຮ່ວມເປັນຮ່ວມຕາຍ, ຮ່ວມທຸກຮ່ວມສຸກ”ມາສັງລວມນໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ, ກໍເປັນຄໍາເວົ້າທີ່ເລິກເຊິ່ງເຖິງຖອງທີ່ສຸດ. ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ບົນພຶ້ນຖານແຫ່ງການພົວພັນອັນໜັກແໜ້ນຕາມຈິດໃຈໝັ້ນຄົງ, ຍາວນານ, ຮັກແພງກັນຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືກັນຢ່າງຮອບດ້ານ. ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະພັດທະນາອັນໃໝ່ ແລະ ກວ້າງຂວາງກວ່າເກົ່າ. ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມເພື່ອຊຸກຍູ້ການຮ່ວມມີກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ໃນທຸກຂົງເຂດວຽກງານລະຫວ່າງສອງປະເທດ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຕາມທິດ 4 ດີຄື: ເປັນເພື່ອນບ້ານໄກ້ຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເພື່ອຕອບສະໜອງຄວາມມຸ່ງຫວັງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຈີນ ໃນຕໍ່ໜ້າຈະໄດ້ສຸມໃສ່ຮ່ວມມືກັນພັດທະນາບາງດ້ານທີ່ສໍາຄັນຄື: ພັດທະນາຊັບພະຍາກອນດ້ານກະສິກໍາ ແລະ ປ່າໄມ້ ເພື່ອຜະລິດເປັນສິນຄ້າ; ພັດທະນາຊັບພະຍາ ກອນດ້ານພະລັງງານ ແລະ ບໍ່ແຮ່; ພັດທະນາພື້ນຖານໂຄງລ່າງວັດຖຸ – ເຕັກນິກ; ພັດທະນາຊັບພະຍາກອນມະນຸດ ແລະ ພະນັກງານສືບທອດ; ດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຄວາມໝັ້ນຄົງເພື່ອການພັດທະນາຂອງພາກພື້ນ. ພ້ອມນັ້ນກໍ່ຕ້ອງໄດ້ເພີ່ມທະວີການພັດທະນາສາຍພົວພັນທັງສອງຝ່າຍໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ, ບົນພື້ນຖານຄວາມສະເໝີພາບ, ເອກະລາດ, ບໍ່ແຊກແຊງພາຍໃນຂອງກັນ ແລະ ກັນຕ່າງຝ່າຍຕ່າງມີຜົນປະໂຫຍດໂດຍຊອບທໍາຮ່ວມມືພັດທະນາເຂດພາກພື້ນ ແລະ ໃນໂລກ, ສະໜັສະໜູນບົດບາດເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະສາກົນເພື່ອປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ.
ຂ່າວ: ສອນໄຊ ແສງມະນີ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet